ມາຈາກ:ສະບາຍດີ
ຫວ່າງມໍ່ໆມານີ້, ຈີນໄດ້ນຳເຂົ້າຊີມັງ 580,85 ໂຕນຈາກລາວຜ່ານດ່ານບໍ່ຫານ. ນີ້ແມ່ນຊີມັງງວດທຳອິດທີ່ຈີນນຳເຂົ້າຜ່ານດ່ານທາງບົກທີ່ຄຸ້ມຄອງຕາມຜົນການກວດກາຂອງລະບົບອັດສະລິຍະ.
ເພື່ອແກ້ໄຂບັນຫາກວດກາຫຼາຍລາຍການ ແລະ ການກວດກາທີ່ໃຊ້ເວລາຍາວຕໍ່ການນຳເຂົ້າຊີມັງ, ໂດຍໄດ້ຮັບການສະໜັບສະໜູນຈາກຄະນະກຳມະການຄຸ້ມຄອງເຂດການຮ່ວມມືບໍ່ຫານ ສປ ຈີນ -ບໍ່ເດນ ສປປ ລາວ,ດ່ານພາສີຄຸນມິງໄດ້ຖືການກໍ່ສ້າງ “ພາສີລະບົບອັດສະລິຍະ” ເປັນຈຸດເລີ່ມຕົ້ນ, ເອົາໃຈໃສ່ເຖິງຄວາມຕ້ອງການອັນຮີບດ່ວນຂອງວິສາຫະກິດ ແລະ ຕັ້ງໜ້າຊຸກຍູ້ໃຫ້ດ່ານບໍ່ຫານກາຍເປັນຈຸດທົດລອງນຳເຂົ້າຊີມັງຈາກປະເທດລາວຕາມຜົນການກວດກາຂອງລະບົບອັດສະລິຍະ.
ຜູ້ຮັບຜິດຊອບຂອງດ່ານພາສີເມືອງຫຼ້າແຈ້ງໃຫ້ຮູ້ວ່າ: ເຮັດແນວນີ້, ເວລາຜ່ານດ່ານຂອງການນຳເຂົ້າຊີມັງຈະຫຼຸດລົງຈາກ 35 ວັນມາເປັນພາຍໃນ 24 ຊົ່ວໂມງ, ຕົ້ນທຶນການຜ່ານດ່ານຂອງວິສາຫະກິດຈະຫຼຸດລົງຫຼາຍກວ່າ 90% ເຊິ່ງໄດ້ບຸກເບີກຊ່ອງທາງໃໝ່ແຫ່ງການຮ່ວມມືລະຫວ່າງຈີນ-ລາວ ແລະ ສ້າງຈຸດເຕີບໂຕໃໝ່ໃຫ້ແກ່ເສດຖະກິດຂອງດ່ານເຂົ້າອອກເມືອງ.
ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຂອງເຂດການຮ່ວມືບໍ່ຫານ-ບໍ່ເຕ່ນແຈ້ງໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດຈຸດທົດລອງນຳເຂົ້າສິນຄ້າຕາມຜົນການກວດກາຂອງລະບົບອັດສະລິຍະເປັນຈຸດເລີ່ມຕົ້ນໃໝ່ທີ່ດ່ານບໍ່ຫານໃຫ້ບໍລິການເພື່ອສ້າງຄູ່ຮ່ວມຊາຕາກຳຈີນ-ລາວ, ໃນອະນາຄົດ, ຫວັງວ່າຈະມີວັດສະດຸກໍ່ສ້າງທີ່ມີຄຸນນະພາບດີຈາກລາວເຂົ້າສູ່ປະເທດຈີນໂດຍຜ່ານຊ່ອງທາງນີ້ຫຼາຍກວ່າເກົ່າ ເພື່ອເພີ່ມຄວາມມີຊີວິດຊີວາຫຼາຍຂຶ້ນກວ່າເກົ່າໃຫ້ແກ່ການຄ້າສອງຝ່າຍຈີນ-ລາວ.
ດ່ານບໍ່ຫານເປັນປະຕູທີ່ສໍາຄັນສໍາລັບໄປປະເທດລາວແລະບັນດາປະເທດອາຊີຕາເວັນອອກສຽງໃຕ້ອື່ນໆ,ເຊິ່ງໄດ້ເຊື່ອມຕໍ່ກັບດ່ານບໍ່ເຕນຂອງລາວແລະມີຄວາມໄດ້ປຽບຂອງສະຖານທີ່ທີ່ຊັດເຈນ.ນັບແຕ່ນະຄອນຄຸນມິງມອບໝາຍໃຫ້ຕາແສງບໍ່ຫານຢູ່ດ່ານຊາຍແດນດຳເນີນວຽກງານເປັນຕົ້ນມາ,ດ່ານບໍ່ຫານມີຫຼາຍດ້ານໄດ້ຮັບຍົກລະດັບ ເຊັ່ນ:ລະດັບການກໍ່ສ້າງພື້ນຖານໂຄງລ່າງ,ເງື່ອນໄຂດ້ານຮາດແວໃນການຜ່ານດ່ານ ແລະ ອື່ນໆ,ດ່ານດັ່ງກ່າວມີບົດບາດໃນການຊຸກຍູ້ການຄ້າສາກົນ ແລະ ການຮ່ວມມືເສດຖະກິດ-ການຄ້າສາກົນນັບມື້ນັບເຫັນໄດ້ຊັດ.
日前,580.85吨水泥从老挝经磨憨口岸入境。这是全国首批公路口岸采用智慧采信管理进口的水泥。
为解决进口水泥检验项目多、检测耗时长的难题,在磨憨—磨丁合作区管委会支持下,昆明海关以“智慧海关”建设为抓手,聚焦企业急难愁盼,积极推动磨憨口岸成为进口老挝水泥实施智慧采信的试点。
勐腊海关有关负责人介绍,进口水泥通关时间将由35天压缩至24小时内,企业通关成本可降低90%以上;进口水泥可为磨憨国际口岸城市基建提供材料,有效补充国内市场的供应,保障国际口岸城市和产业园区重点工程项目的顺利推进;长远来看,开辟了中老合作新通道,培育口岸经济新增长点。
磨憨—磨丁合作区有关负责人表示,智慧采信试点的落地是磨憨口岸服务中老命运共同体建设的一个新起点,未来,期待更多优质老挝建材通过这条智慧通道进来,为磨憨国际口岸城市建设添砖加瓦,让中老双边贸易更具活力。
磨憨口岸是我国通往老挝等东南亚国家的重要门户,与老挝磨丁口岸相连,区位优势明显。昆明市托管磨憨以来,磨憨口岸基础设施建设水平显著提升,口岸通关硬件条件日趋改善,口岸在促进国际贸易和国际经贸合作中发挥的作用更加明显。
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2025 —
04/29
00:00
— ແບ່ງປັນ —