ມາຈາກ:ສຳນັກຂ່າວສານຊິນຮວາ
ຮູບນີ້ແມ່່ນລົດຂົນສົ່ງສິນຄ້າທີ່ບັນຈຸພັດລົມແຂວນເພດານ, ຖັງນ້ຳປຼາສະຕິກແລະເຄື່ອງໃຊ້ປະຈຳວັນອື່ນໆເລີ່ມແລ່ນອອກຈາກນະຄອນຄຸນມິງຂອງຈີນ,ໃນວັນທີ 27 ເມສານີ້. ຈາກສຳນັກຂ່າວສານຊິນຮວາ
ການຂົນສົ່ງທາງບົກໂດຍກົງຂ້າມຊາຍແດນລະຫວ່າງຈີນ-ລາວ-ກຳປູເຈຍ ໃນເຂດອະນຸພາກພື້ນແມ່ນ້ຳຂອງໄດ້ເລີ່ມດຳເນີນໃນວັນທີ 27 ເມສານີ້, ລົດຂົນສົ່ງສິນຄ້າທີ່ບັນຈຸພັດລົມແຂວນເພດານ, ຖັງນ້ຳປຼາສະຕິກແລະເຄື່ອງໃຊ້ປະຈຳວັນອື່ນໆເລີ່ມແລ່ນອອກຈາກນະຄອນຄຸນມິງຂອງຈີນ, ມີແຜນການຜ່ານນະຄອນຫຼວງວຽງຈັນຂອງລາວ, ສຸດທ້າຍໄປຮອດນະຄອນຫຼວງພະນົມເປັນຂອງກຳປູເຈຍ.
ການຂົນສົ່ງໂດຍກົງຄັ້ງນີ້ນຳໃຊ້ຮູບແບບການຂົນສົ່ງທີ່"ນຳໃຊ້ຕູ້ສິນຄ້າຫຼືຕູ້ຄອນເທນເນີໜ່ວຍດຽວ""ລົດຄັນດຽວ", ດ້ວຍການແຈ້ງລ່ວງໜ້າ, ການລ໊ອກແບບເອເລັກໂຕຼນິກ, ການຂົນສົ່ງຜ່ານຫຼາຍປະເທດແລະເຕັກນິກຈໍລະຈອນສິນຄ້າແບບອັດສະລິຍະ, ໂດຍບໍ່ຕ້ອງປ່ຽນລົດ, ບໍ່ຕ້ອງປ່ຽນຕູ້ຄອນເທນເນີ, ບໍ່ຕ້ອງຖ່າຍສິນຄ້າແລະຍົກສູງປະສິດທິພາບການຂົນສົ່ງຢ່າງຫຼວງຫຼາຍ. ເມື່ອທຽບກັບຮູບແບບການຂົນສົ່ງແບບດັ້ງເດີມ, ຄາດຄະເນວ່າຈະຫຼຸດເວລາການຂົນສົ່ງຂາໄປລົງເຫຼືອ 6 ຫາ 8 ວັນ, ຍົກສູງປະສິດທິພາບຫຼາຍກວ່າ 40%, ເພື່ອຫຼຸດຄວາມສ່ຽງດ້ານການສູນເສຍຂອງສິນຄ້າໃນການຂົນສົ່ງຢ່າງມີປະສິດທິຜົນ.
ຊ່ອງທາງນີ້ໄດ້ການເຄື່ອນໄຫວຢ່າງເປັນປົກກະຕິ,ບໍ່ພຽງແຕ່ຈະສ້າງເສັ້ນທາງຂົນສົ່ງດ່ວນຈາກ ນະຄອນຄຸນມິງ ໄປ ນະຄອນຫຼວງພະນົມເປັນເທົ່ານັ້ນ, ແຕ່ຍັງເພີ່ມທະວີການສ້າງເຄືອຂ່າຍຂົນສົ່ງທີ່ປົກຄຸມອາຊີຕາເວັນອອກສ່ຽງໃຕ້ໂດຍຜ່ານການສົ່ງຜົນສະທ້ອນຈາກລັງສີຂອງຫົວເມືອງຕ່າງໆເຊັ່ນນະຄອນຫຼວງວຽງຈັນຂອງລາວ. ເຊິ່ງແມ່ນໂຄງການອີກຜົນສຳເລັດອັນສຳຄັນຂອງແຂວງຢຸນນານໃນຂົງເຂດການຮ່ວມມືດ້ານຄົມມະນາຄົມຂົນສົ່ງຂ້າມຊາຍແດນພາຍຫຼັງການທົດລອງການເຄື່ອນໄຫວຂົນສົ່ງທາງບົກສາກົນ GMS ໃນເດືອນມິຖຸນາ 2024 ແລະການປະຕິບັດງານການຂົນສົ່ງຂ້າມຊາຍແດນຈີນ-ລາວ-ໄທຢ່າງສຳເລັດຜົນໃນເດືອນກຸມພາ 2025.
ໃນບາດກ້າວຕໍ່ໄປ, ກົມຄົມມະນາຄົມແຂວງຢຸນນານຈະສືບຕໍ່ປັບປຸງລະບົບຕາໜ່າງຂົນສົ່ງສິນຄ້າຂ້າມຊາດ, ຊຸກຍູ້ການເປີດແລະເຄື່ອນໄຫວເສັ້ນທາງຄົມມະນາຄົມສາກົນໃນເຂດອະນຸພາກພື້ນແມ່ນ້ຳຂອງ, ສືບຕໍ່ລົງເລິກການຮ່ວມມືກັບຕ່ອງໂສ້ອຸດສາຫະກຳແລະຕ່ອງໂສ້ການສະໜອງຂອງບັນດາປະເທດໃນພາກພື້ນເພື່ອສ້າງທ່າໄດ້ປຽບໃໝ່, ຍູ້ແຮງການພັດທະນາເສດຖະກິດພາກພື້ນຢ່າງມີຄຸນນະພາບສູງ.
图为4月27日在昆明新螺蛳湾海关查验中心拍摄的等待出发的中老柬跨境直达运输货车。新华社
4月27日,大湄公河次区域(GMS)中老柬(昆明—万象—金边)跨境直达运输发车仪式在云南昆明新螺蛳湾海关查验中心举行。满载着吊扇、塑料水箱等日用百货的跨境货运车队自该地启程,将经过老挝万象,最终抵达柬埔寨金边。
此次GMS中老柬跨境直达运输采用“一箱到底”“一车到底”运输模式,通过预先申报、电子关锁、多国联程等智慧物流技术,实现全程“零换装、零调柜、零掏箱”,大幅提升运输效率。相比传统运输方式,新通道预计可将单程运输时效压缩至6天—8天,效率提升40%以上,能有效降低跨境运输中的货损风险。
该通道的常态化运营,不仅构建了昆明直达金边的物流快线,还通过老挝万象等枢纽城市的辐射作用,进一步织密覆盖东南亚的物流网络。这是继2024年6月GMS国际道路运输试运行取得突破、2025年2月中老泰跨境运输成功运行后,云南在跨境物流合作领域的又一重要成果。
下一步,省交通运输厅将持续完善跨境物流网络体系,推动更多大湄公河次区域国际运输线路开通运营,不断深化与区域内国家的产业链供应链协同合作,为区域经济高质量发展培育新优势、注入新动能。
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2025 —
04/28
00:00
— ແບ່ງປັນ —