ດຽວນີ້! ດອກຊາກຸຣະສີບົວຂອງຄຸນມິງຖືກ"ນິຍົມຊົມຊອບ"!

ມາຈາກ: ເບິ່ງຄຸນມິງ

ມາດໍາລົງຊີວິດຢູ່ແຂວງຢຸນນານ,ຄົນເຮົາບໍ່ມີວຽກອື່ນເຂົ້າມາແຊກແຊງ,ພຽງແຕ່ຄ່ອຍມີເວລາຊື່ນຊົມ ແລະ ເບິ່ງແຍງດອກໄມ້ໃນລະດູໃບໄມ້ປົ່ງ!

微信图片_20250319151120

ນະຄອນຄຸນມິງໃນລະດູໃບໄມ້ປົ່ງແມ່ນເມືອງແຫ່ງທີ່ມີດອກໄມ້ ແລະ ບົດກະວີ.ດອກຊາກຸຣະ ແລະ ດອກນີໂກເນີີຍ(Begonia)ເບີກບານເປັນກຸ່ມໃນເດືອນມີນາແຕ່ລະປີ,ດອກທັງສອງເປັນແລວທາງສີບົວ,ເມື່ອນັກທ່ອງທ່ຽວຍ່າງໄປຕາມທາງນີ້,ໄດ້ຮູ້ສຶກຄືກັບຢູ່ໃນຫ້ອງວາງສະແດງຮູບສີບົວແລະຊື່ນຊົມກັບຮູບແຕ້ມທີ່ໂລແມນຕິກ.

ຖະໜົນຫົນທາງແມ່ນເຕັມໄປດ້ວຍດອກໄມ້ແລະທິວທັດລະດູໃບໄມ້ປົ່ງແມ່ນຄວາມສວຍສົດງົດງາມ. ມາຮ່ວມກັນກັບຜູ້ຂຽນ,ເຂົ້າໃນການເດີນທາງສີບົວໂຣແມນຕິກທີ່ເປັນເອກະລັກຂອງເມືອງຄຸນມິງ!

ພູຢວນທອງ

微信图片_20250319151130

ໃນລະດູໃບໄມ້ປົ່ງ,ນະຄອນຄຸນມິງໄດ້ນຳໃຊ້ດອກໄມ້ເປັນສື່ກາງເພື່ອປະສົມປະສານຄວາມໂຣແມນຕິກເຂົ້າໃນທົ່ວຕົວເມືອງ.ຖ້າຖາມວ່າບ່ອນໃດສາມາດອະທິບາຍຄວາມງາມຂອງ"ເມືອງແຫ່ງລະດູການໄມ້ປົ່ງ",ຄໍາຕອບກໍ່ແມ່ນ"ທະເລດອກຊາກຸຣະພູຢວນທອງ"ທີ່ໄດ້ເບີກບານມາເປັນຫຼາຍຮ້ອຍປີ.

微信图片_20250319151138

ພູຢວນທອງຕັ້ງຢູ່ເມືອງໃຈກາງຂອງຄຸນມິງ,ເປັນໜຶ່ງໃນສິບເຂດຊົມດອກຊາກຸຣະຂອງປະເທດຈີນແລະມີຊື່ສຽງສໍາລັບດອກຊາກຸຣະ.ຢືນຢູ່ເທິງພູເຂົ້າເບິ່ງໄປຫ່າງໄກ,ສາມາດເຫັນທະເລດອກໄມ້,ຄ້າຍຄືກັບເມກແລະແສງຕາເວັນຕົກ.

ສວນສາທາລະນະຊີຮວາ

微信图片_20250319151144

ຕົ້ນນີໂກເນີີຍ(Begonia)ຢູ່ສວນສາທາລະນະຊີຮວາ,ແມ່ນ"ພະຍຸສີບົວ" ທີ່ບໍ່ຄວນພາດໃນລະດູໃບໄມ້ປົ່ງຂອງນະຄອນຄຸນມິງ.ໃນຂະນະທີ່ຍ່າງໄປຕາມທາງນີ້, ກີບດອກຖືກແກວ່ງໄປມາຕາມສາຍລົມ,ມີດອກບົວແລະສີຂາວເຫຼື້ອມລະຍິບລະຍັບພາຍໃຕ້ແສງແດດ.

ສວນສາທາລະນະວັດຖານຮວາ

微信图片_20250319151151

ໃນເດືອນກຸມພາແລະເດືອນມີນາທຸກໆປີ, ດອກນີໂກເນີຍ(Begonia)ຂອງສວນສາທາລະນະວັດຖານຮວາໄດ້ເບີກບານຢູ່ກິ່ງງ່າ.ໃນສວນສາທາລະນະວັດຖານຮວາຍັງປູກດອກໄມ້ຊະນິດຕ່າງໆເຊັ່ນ:ດອກໂບຕັ໋ນ,ດອກແມກໂນເລີບ(Magnolia)ແລະດອກທະກາງ.ດອກໄມ້ຊະນິດຕ່າງໆແລະດອກນີໂກເນີຍ(Begonia)ໄດ້ເບີກບານເພື່ອສ້າງລະດູໃບໄມ້ປົ່ງທີ່ມີດອກໄມ້ຫຼາຍຮ້ອຍດອກເບີກບານຮ່ວມກັນ.

ມະຫາວິທະຍາໄລຢຸນນານເຂດດົງລູມ

微信图片_20250319151239

ຢູ່ໃນມະຫາວິທະຍາໄລຢຸນນານເຂດດົງລູມ, ດອກນີໂກເນີຍ(Begonia)ດ້ວຍກີບດອກໄມ້ຫຼາຍພັນກີບ,ໄດ້ຕົກແຕ່ງປະດັບປະດາມະຫາວິທະຍາໄລທີ່ມີອາຍຸຫຼາຍສັດຕະວັດແຫ່ງນີ້ໃຫ້ເປັນເຂດຄວາມຝັນສີບົວ.ເດືອນກຸມພາແລະເດືອນມີນາທຸກໆປີ, ຕຶກອາຄານທີ່ເກົ່າແກ່ແລະເງົາດອກນີໂກເນີຍ(Begonia)ຂອງມະຫາວິທະຍາໄລຢຸນນານໄດ້ສ່ອງແສງເຊິ່ງກັນແລະກັນ,ດອກນີໂກເນີຍ(Begonia)ທີ່ຕົກຢູ່ຕາມຖະໜົນຫີນ,ຈະເບິ່ງເຫັນດອກໄມ້ຢູ່ຕາມກິ່ງງ່າແລະຄ້າຍຄືກັບຂົນ ໃນຂະນະທີ່ລອຍໄປຕາມລົມ,ບາງຄັ້ງກີບດອກໄມ້ຕົກລົງໃສ່ບ່າ,ຄືກັບ"ຫິມະລະດູໃບໄມ້ປົ່ງ".

微信图片_20250319151242

ເມື່ອແສງຕາເວັນສ່ອງແສງຜ່ານກີບດອກໄມ້ແລະສ່ອງແສງລົງມາ,ຖະໜົນໄຮຖາງຄືກັບຜ້າໄຫມສີບົວ,ເຊິ່ງໄດ້ຖັກເສັ້ນທາງດອກໄມ້ທີ່ນຳໄປສູ່ລະດູໃບໄມ້ປົ່ງຂອງນັກຮຽນແລະນັກທ່ອງທ່ຽວ.

ພູດອກຊາກຸລະເມືອງຢີ່ລຽນ

微信图片_20250319151302

ເມືອງຢີ່ລຽນຕັ້ງຢູ່ທາງທິດຕາເວັນອອກຂອງຄຸນມິງ,ຕອນນີ້ແມ່ນທິວທັດລະດູໃບໄມ້ປົ່ງ.ເມື່ອຍ່າງເຂົ້າໄປໃນພູດອກຊາກຸລະເມືອງຢີ່ລຽນ,ທ່ານຈະພົບວ່າຮູ້ສຶກຄືກັບຢູ່ໃນໂລກເທບນິຍາຍ.

ດອກຊາກຸຣະເມືອງຊຸນທຽນ

微信图片_20250319151320

ເມື່ອລົມຜ່ານພູເຂົາແລະທົ່ງນາຂອງເມືອງຊຸນທຽນ,ດອກຊາກຸຣະໄດ້ກາຍເປັນຜູ້ສົ່ງຂ່າວທີ່ອ່ອນໂຍນທີ່ສຸດຂອງລະດູໃບໄມ້ປົ່ງ. ດອກຊາກຸຣະແມ່ນຈົດຫມາຍຄວາມຮັກຂອງລະດູໃບໄມ້ປົ່ງ,ສ່ວນເມືອງຊຸນທຽນກໍ່ແມ່ນຊື່ສະຖານທີ່ທີ່ອ່ອນໂຍນທີ່ສຸດ.

微信图片_20250319151311

ແລວທາງດອກຊາກຸຣະສີບົວຍາວປະມານ4ກິໂລແມັດ,ຄ້າຍຄືເມກແລະແສງຕາເວັນຕົກ,ເບີກບານຢູ່ລະຫວ່າງພູເຂົາແລະແມ່ນ້ຳ."ລົດໄຟເວລາ"ຂອງເຂດທັດສະນີຍະພາບເຝີນລອງອານເມືອງຊຸນທຽນແລ່ນຜ່ານຢູ່, ໄດ້ຂົນສົ່ງນັກທ່ອງທ່ຽວເຂົ້າໄປໃນເຂດຄວາມຝັນຂອງເທວະດາ.

ສວນຕາກວ້າງຊີ້ນລີນເມືອງຊິລິນ

微信图片_20250319151331

ດອກນີໂກເນີຍ(Begonia)ໄດ້ເບີກບານຮ່ວມກັບດອກຊາກຸຣະຂອງສວນຕາກວ້າງຊີ້ນລີນເມືອງຊິລິນໃນເດືອນມີນາ.ໃນເວລານີ້,ສວນຕາກວ້າງມີດອກຊາກຸຣະສີບົວແລະດອກນີໂກເນີຍ(Begonia)ສີແດງ,ກີບດອກໄມ້ຕົກລົງຕາມລົມ, ກວມເອົາຖະຫນົນຢີຮວາທັງຫມົດ.

微信图片_20250319151338

ໃນເດືອນມີນາ,ດອກຊາກຸຣະຂອງສວນຕາກວ້າງຊີ້ນລີນເມືອງຊິລິນໄດ້ເບີກບານ.ຂໍໃຫ້ມາຮູ້ສຶກວ່າດອກໄມ້ສີບົວທີ່ຕົກຢູ່ຢູ່ທົ່ວທຸກແຫ່ງຮ່ວມກັນແລະປະສົບກັບບົດກະວີຂອງລະດູໃບໄມ້ປົ່ງ.

ໃນເດືອນມີນາ,ຕ້ອງໄປຊົມດອກຊາກຸຣະຫຼືດອກນີໂກເນີຍ(Begonia)! ລະດູການດອກໄມ້ຈະບໍ່ໄດ້ລໍຖ້າໃຜ, ສະນັ້ນຢ່າປ່ອຍໃຫ້ນັດສີບົວນີ້ກັບພູເຂົາແລະແມ່ນ້ຳຜ່ານເຈົ້າໄປ.

ລົມລະດູໃບໄມ້ປົ່ງນຳມາໃຫ້ຄວາມສຸກແລະລະດູເບີກບານດອກໄມ້ມາເຖິງຕາມກຳນົດ.ພວກເຮົາລໍຖ້າທ່ານເຊັນຮັບຈົດຫມາຍຈາກບ່ອນທີ່ເບີກບານດອກຊາກຸຣະ.

旅居昆明,三月无事只为花忙!

微信图片_20250319151120

春日的昆明,是花与诗的城池。每年三月,樱花成团簇拥,海棠垂丝婉约,二者交织成一条条粉色的长廊,游人漫步其间时,恍若置身于粉色画廊中,欣赏那一幅幅浪漫的画作。

街头巷尾百花俏,春和景明好风光。来和小编一起,走进独属于昆明的浪漫粉色之旅吧!

圆通山

微信图片_20250319151130

春日的昆明以花为媒,将浪漫揉进城市的每一寸肌理。若问何处最能诠释“春城”的倾城之色,圆通山那绵延百年的“圆通樱潮”必不可少。

微信图片_20250319151138

圆通山位于昆明市中心,是全国十大赏樱胜地之一,以樱花闻名。登高远眺,一眼望去,一片花海,犹如云霞铺展。

西华公园

微信图片_20250319151144

西华公园的垂丝海棠,是昆明春日不容错过的“粉色风暴”。漫步其间,花瓣随风轻颤,粉白渐变的花色,在阳光下透出朦胧光晕。

昙华寺公园

微信图片_20250319151151

每年二三月,昙华寺公园内的垂丝海棠以轻盈柔美的姿态,悄然绽放于枝头。昙华寺内还种植了牡丹、山茶、杜鹃等多种花卉。次第绽放的花卉与垂丝海棠共同编织成一个百花齐放的春天。

云南大学东陆校区

微信图片_20250319151239

在云南大学的东陆校区里,垂丝海棠以千丝万缕的柔情将这座百年学府装点成一片粉色的梦境。

每年二、三月,云大校园的民国风建筑与海棠花影交相辉映,石板路上落英缤纷,抬眼望去,粉色的花球簇拥枝头,随风摇曳时轻盈如羽,偶有花瓣飘落肩头,恍若一场温柔的“春雪”。

微信图片_20250319151242

当阳光穿透花瓣,洒下斑驳光影,海棠大道如粉色绸带蜿蜒,为学子与游人织就一条通往春天的花路

宜良山后樱花谷

微信图片_20250319151302

位于昆明东部的宜良县,现在早已披上了春日的盛装。当你走进宜良山后的樱花谷,会发现此时的你仿佛置身于童话世界中。

寻甸樱花

微信图片_20250319151320

当风掠过寻甸的山野,樱花便成为春天最温柔的信使。樱花是春天的情书,而寻甸,是落款处最温柔的地名。

微信图片_20250319151311

4公里长的粉色樱花长廊如云似霞,蜿蜒于山水之间。寻甸凤龙湾的“时光火车”穿梭其中,载着游客驶入童话般的梦境。

石林杏林大观园

微信图片_20250319151331

杏林大观园的垂丝海棠也在三月花期同樱花一起盛开。此时的大观园,有樱花的粉红,也有海棠的嫣红,花瓣随风飘落,铺满了整条樱花大道。

微信图片_20250319151338

三月,石林县杏林大观园樱花纷扬。一起来沉浸在粉色漫天花雨之中,邂逅春日里最动人的诗意。

阳春三月,总要去看一次樱花或者海棠吧!花期不待人,莫负这一场与山川的粉色约定。

春风有信,花不误期。我们在樱花纷扬处,等你签收这份春日来信。


[ບັນນາທິການ:ໂລລາ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Yang Yan]

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2025

03/19

16:46

ແບ່ງປັນ

ແປ
翻译