ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວ ໂລລາ)ຫວ່າງມໍ່ໆມານີ້, "ແຂກ"ພິເສດຝູງໜຶ່ງໄດ້ມາຮອດໜອງແສ ຟູ້ຊ້ຽນ ນະຄອນຢູ້ຊີ ແຂວງຢຸນນານຂອງຈີນ,ມີນົກ Anastomus oscitans ຫຼາຍຮ້ອຍໂຕມາຢູ່ເຂດດິນທາມເພື່ອ"ມ່ວນຊື່ນລະດູໃບໄມ້ປົ່ງ".
Anastomus oscitansເປັນສັດປ່າສະຫງວນລະດັບທີສອງຂອງລະດັບແຫ່ງຊາດທີ່ສຳຄັນ,ມັກອາໄສຢູ່ໃນເຂດທີ່ມີຄວາມຊຸ່ມຊື່ນ ແລະ ສະພາບແວດລ້ອມທີ່ດີເຊັ່ນ: ໜອງແສ, ດິນທາມ ແລະ ທົ່ງນາ. ນົກດັ່ງກ່າວຢູ່ໜອງແສ ຟູ້ຊ້ຽນ, ບາງຄາວບິນເທິງທ້ອງຟ້າ ແລະ ບາງຄາວເຕົ້າໂຮມກັນໃນໜອງແສເພື່ອຫາອາຫານ, ເຊິ່ງໄດ້ກາຍເປັນຮູບພາບນົກທີ່ສວຍງາມ ແລະ ທຳມະຊາດຢູ່ຮ່ວມກັນຢ່າງກົມກຽວ.
ໃນຊຸມປີມໍ່ໆມານີ້, ເມືອງເສີງຈ່ຽງ, ນະຄອນຢູ້ສີ່ໄດ້ຍຶດໝັ້ນບູລິມະສິດດ້ານນິເວດວິທະຍາ ແລະ ການພັດທະນາທາງສີຂຽວ, ໄດ້ສ້າງບ່ອນທີ່ຢູ່ອາໄສທີ່ດີໃຫ້ແກ່ສັດປ່າໂດຍຜ່ານມາດຕະການຕ່າງໆເຊັ່ນ: ການປົກປັກຮັກສາດິນທາມ ແລະ ການປົກປັກຮັກສາຊີວະນາໆພັນ. ໃນຕໍ່ໜ້າ, ອຳນາດການປົກຄອງທ້ອງຖິ່ນຈະສືບຕໍ່ເພີ່ມທະວີການຕິດຕາມກວດກາ ແລະ ປົກປັກຮັກສາ ເພື່ອຮັບປະກັນໃຫ້ນົກເຄື່ອນຍ້າຍຕາມລະດູການເຫຼົ່ານີ້ຢູ່ຢ່າງປອດໄພ.
近日,云南省玉溪市抚仙湖来了一群特殊的“客人”,上百只钳嘴鹳到湿地“踏春”。
钳嘴鹳属国家二级重点保护动物,喜欢栖息于沼泽、浅滩、水田等相对潮湿、生态环境好的区域。在抚仙湖畔,它们时而在高空滑翔,时而在抚仙湖聚集觅食,构成了一幅鸟与自然和谐共生的美丽画卷。
近年来,玉溪澄江市坚持生态优先、绿色发展,通过湿地保护、生物多样性保护等措施,为野生动物提供了良好的栖息环境。今后,当地将继续加强监测和保护工作,确保这些季节性迁徙的鸟类能够安全停留。
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2025 —
02/26
15:04
— ແບ່ງປັນ —