ມາຈາກ:ຂ່າວປະຊາຊົນ
ຫວ່າງມໍ່ໆມານີ້, ແຫຼ່ງຂ່າວຈາກອົງການພາສີນະຄອນຄຸນມິງໃຫ້ຮູ້ວ່າ: ເດືອນມັງກອນປີ 2025, ຄົນເຂົ້າ-ອອກເມືອງທີ່ແຈ້ງຜ່ານດ່ານໂດຍຜ່ານທາງລົດໄຟລາວ-ຈີນ ພາຍໃຕ້ການຕິດຕາມຄຸ້ມຄອງຕາມອົງການພາສີນະຄອນຄຸນມິງໄດ້ມີເຖິງ 29.964 ເທື່ອຄົນ, ເພີ່ມຂຶ້ນ 63% ເມື່ອທຽບໃສ່ເດືອນມັງກອນປີ 2024; ສິນຄ້າຂ້າມຊາດທີ່ຂົນສົ່ງຕາມທາງລົດໄຟລາວ-ຈີນມີເຖິງ 478.000 ໂຕນ ແລະ ມີມູນຄ່າ 1,33 ຕື້ຢວນ, ຕ່າງໄດ້ເພີ່ມຂຶ້ນ 7% ແລະ 2% ຕາມລຳດັບ. ການຂົນສົ່ງສິນຄ້າ ແລະ ຜູ້ໂດຍສານຂ້າມຊາດຕາມທາງລົດໄຟລາວ-ຈີນໄດ້ມີການເລີ່ມຕົ້ນທີ່ດີໃນປີນີ້.
ໃນໄລຍະພັກບຸນກຸດຈີນປີນີ້, ການຂົນສົ່ງສິນຄ້າ ແລະ ຜູ້ໂດຍສານຕາມທາງລົດໄຟລາວ-ຈີນມີຄວາມຟົດຟື້ນຫຼາຍ ໂດຍໄດ້ຂົນສົ່ງຜູ້ໂດຍສານຂ້າມຊາດ 8.817 ເທື່ອຄົນ ແລະ ຂົນສົ່ງສິນຄ້າຂ້າມຊາດ 112.200 ໂຕນ ທີ່ມີມູນຄ່າ 372 ລ້ານຢວນ.
记者近日前从昆明海关获悉:今年1月,经由中老铁路运输的进出口货物达47.8万吨,货值13.3亿元,同比分别增长7%、2%;进出境人员29964人次,同比增长63%。中老铁路跨境客货运实现“开门红”。
春节假期,中老铁路客货运输繁忙。货运方面,累计发送11.22万吨、价值3.72亿元的进出口货物。客运方面,进出境人员8817人次。
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2025 —
02/13
11:21
— ແບ່ງປັນ —