ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວໂລລາ)ດ້ວຍການເປີດທາງລົດໄຟລາວ-ຈີນ, ການທ່ອງທ່ຽວ, ການຄ້າ ແລະ ກິດຈະກຳຕ່າງໆຢູ່ເຂດຊາຍແດນລາວ-ຈີນສືບຕໍ່ກາຍເປັນຄວາມນິຍົມຊົມຊອບ. ວັນທີ 6 ມັງກອນນີ້, ນັກຂ່າວໄດ້ຮັບຮູ້ຂໍ້ມູນຈາກສະຖານີກວດກາດ່ານຊາຍແດນບໍ່ຫານ (ຕໍ່ໄປນີ້ເອີ້ນວ່າ "ດ່ານບໍ່ຫານ") ວ່າ: ໃນປີ 2024, ຄັ້ງທໍາອິດຈຳນວນຜູ້ເດີນທາງ ເຂົ້າ-ອອກເມຶອງດ້ວຍດ່ານບໍ່ຫານໄດ້ບັນລຸເຖິງ 2,8 ລ້ານເທື່ອຄົນ,ເຊິ່ງເປັນສະຖິຕິໃໝ່ທີ່ບັນລຸໄດ້ໃນປີໜຶ່ງ ນັບຕັ້ງແຕ່ສະຖານີດັ່ງກ່າວໄດ້ສ້າງຕັ້ງຂຶ້ນ; ຈຳນວນກວດກາ ແລະ ປະເພດສັນຊາດຂອງຜູ້ເດີນທາງສັນຊາດທີ 3 ເປັນອັນດັບ1ໃນທົ່ວແຂວງ,ຈຳນວນກວດກາຜູ້ເດີນທາງສັນຊາດທີ 3 ເຂົ້າ-ອອກເມືອງເປັນອັນດັບ1ໃນບັນດາດ່ານທາງບົກຂອງທົ່ວແຂວງ.
ໃນປີ 2024, ດ່ານບໍ່ຫານ ໄດ້ກວດກາ ແລະ ປ່ອຍຜ່ານຜູ້ເດີນທາງ ເຂົ້າ-ອອກເມືອງ ຫຼາຍກວ່າ 2,848 ລ້ານເທື່ອຄົນ ທີ່ມາຈາກ 117 ປະເທດ ແລະ ເຂດແຄ້ວນ, ໄດ້ສ້າງສະຖິຕິໃໝ່; ກວດກາ ແລະ ປ່ອຍຜ່ານລົດພາຫະນະ ເຂົ້າ-ອອກເມືອງ ເຖິງ 585.000 ກວ່າຄັນ, ເພີ່ມຂຶ້ນ 50% ເມື່ອທຽບໃສ່ໄລຍະດຽວກັນ.ໃນບັນດາຜູ້ເດີນທາງ, ໄດ້ກວດກາ ແລະ ປ່ອຍຜ່ານຜູ້ເດີນທາງເຂົ້າ-ອອກເມືອງ ເຖິງ1,15 ລ້ານເທື່ອຄົນ, ກວມເອົາຫຼາຍກວ່າ 40%, ເພີ່ມຂຶ້ນ 102% ເມື່ອທຽບໃສ່ໄລຍະດຽວກັນ. 3 ປະເທດທີ່ມີຈຳນວນນັກທ່ອງທ່ຽວເປັນອັນດັບໜຶ່ງແມ່ນ ລາວ, ໄທ ແລະ ມາເລເຊຍ, ໃນນັ້ນ ນັກທ່ອງທ່ຽວທີ່ຍົກເວັ້ນວີຊາກວມເອົາ 95% ໃນນັກທ່ອງທ່ຽວຕ່າງປະເທດທີ່ເຂົ້າເມືອງຈີນ.
随着中老铁路开通运营,中老边境旅游、贸易等活动持续升温。1月6日,记者从磨憨出入境边防检查站(以下简称“磨憨边检站”)获悉,2024年,该站验放出入境人员首次破280万人次,是建站以来在单个自然年达成的新纪录;查验第三国籍人员数量、国籍种类位列全省第一,查验第三国籍人员数量位居全省陆路口岸第一。
2024年,磨憨边检站共计验放来自117个国家和地区的人员超284.8万人次,创历史新高;验放出入境交通运输车辆超58.5万辆次,同比增长50%。在出入境人员中,验放外国籍人员115万人次,占比超40%,同比增长102%,人数排名前3名的国家分别是老挝、泰国和马来西亚,在入境的外国籍旅客中,免签人员占比超95%。
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2025 —
01/16
16:19
— ແບ່ງປັນ —