ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວໂລລາ)ວັນທີ 14 ມັງກອນປີ 2025 ເຊິ່ງເປັນມື້ທຳອິດຂອງການເດີນທາງໃນພັກບຸນກຸດຈີນປີ 2025, ໃນຂະບວນລົດໄຟລາວ-ຈີນ ຜູ້ໂດຍສານຈະໄດ້ຮັບການນໍາສະເຫນີດ້ວຍງານສະເຫຼີມສະຫຼອງບຸນກຸດຈີນ ທີ່ເປັນເອກະລັກສະເພາະ ແລະ ຂ້າມຊາຍແດນ.
ໃນງານສະເຫຼີມສະຫຼອງບຸນກຸດຈີນຂ້າມຊາດຄັ້ງນີ້, ບັນດາຜູ້ໂດຍສານຈະໄດ້ມີໂອກາດສົນທະນາກ່ຽວກັບການປ່ຽນແປງຂອງເປີດດຳເນີນເສັ້ນທາງລົດໄຟລາວ-ຈີນຄົບຮອບ3ປີ ເປັນຕົ້ນມາ ແລະ ແບ່ງປັນບັນດາເລື່ອງລາວທີ່ຮ່ວມມືກັນ ຂອງ 6 ປະເທດລຸ່ມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ.
ພ້ອມກັນນັ້ນ, ງານດັ່ງກ່າວຍັງໄດ້ນຳພາບັນດາຜູ້ໂດຍສານໄປຊົມພູຜາປ່າໄມ້ທີ່ສວຍງາມ, ມໍລະດົກໂລກ, ອາຫານແຊບພິເສດ, ມໍລະດົກວັດທະນະທຳທີ່ບໍ່ເປັນວັດຖຸ ແລະ ຮີດຄອງປະເພນີທີ່ດີງາມຂອງຊົນເຜົ່າຢ່າງອຸດົມສົມບູນ, ຊຶ່ງໄດ້ສະແດງໃຫ້ເຫັນຢ່າງຮອບດ້ານກ່ຽວກັບຄວາມໃກ້ຊິດທາງພູມິສາດ, ສາຍພົວພັນລະຫວ່າງປະຊາຊົນ ແລະ ມິດຕະພາບອັນເລິກເຊິ່ງລະຫວ່າງປະເທດລາວ-ຈີນ.
ນອກຈາກນີ້, ນັກສິລະປິນລາວ-ຈີນຍັງຈະຮ່ວມກັນສະແດງລາຍການວັດທະນະທຳທີ່ມີສີສັນ ແລະ ມະຫັດສະຈັນ, ໂດຍໃຊ້ພະລັງຂອງສິລະປະ ເພື່ອສົ່ງເສີມມິດຕະພາບ ແລະ ມ່ວນຊືນ, ເຊີນຊວນຮ່ວມກັນກັບຜູ້ໂດຍສານຈາກທົ່ວທຸກມຸມໂລກທີ່ຂຶ້ນລົດໄຟນີ້ ເພື່ອສະເຫຼີມສະຫຼອງ "ປີໄໝ່ໂລກ" ຄັ້ງທໍາອິດ ຫຼັງຈາກບຸນກຸດຈີນໄດ້ຖືກບັນຈຸເຂົ້າໃນບັນຊີລາຍຊື່ມໍລະດົກໂລກຢ່າງສໍາເລັດຜົນ, ໄດ້ສໍາຜັດກັບຄວາມສະເໜ່ທີ່ເປັນເອກະລັກຂອງງານບຸນສາກົນນີ້.(ຮູບໂດຍ ທ່ານ ຊືນເຟິຍ ນັກຂ່າວ ໜັງສືພິມຢຸນນານ)
2025年1月14日春运首日,在高速移动的中老列车上,将为乘客们呈现一场别具一格、跨越国界的春晚盛宴。
在这场跨国春晚中,乘客们将有机会畅聊通车三年以来所见证的翻天覆地的变化,分享澜湄六国携手共进、合作共赢的动人故事。
同时,晚会还将带领乘客们领略沿途的秀美山川、世界遗产、特色美食、非遗文创以及浓郁的民族风情,全方位展现中老两国的地缘相近、民心相通以及深厚的情谊。
此外,中老两国的艺术家们将联袂献上丰富多彩、精彩绝伦的文艺节目,用艺术的力量传递友谊与欢乐,并诚挚邀请搭乘这趟列车的各国旅客一同欢庆中国春节申遗成功后的首个“世界年”,共同感受这一全球性节日的独特魅力。(云南日报 陈飞 摄)
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2025 —
01/14
18:03
— ແບ່ງປັນ —