ມາຈາກ:ທາງລົດໄຟຄຸນມິງ
ຕອນຂ້ອນແຈ້ງຂອງວັນທີ 26 ທັນວານີ້, ລົດໄຟພິເສດກວດກາບົວລະບັດທາງລົດໄຟຂະບວນໜຶ່ງໄດ້ອອກເດີນທາງຈາກສະຖານີບໍ່ເຕນຂອງທາງລົດໄຟລາວ-ຈີນຕອນປະເທດລາວ ແລະ ຂຶ້ນເໜືອໄປສູ່ນະຄອນຄຸນມີງຂອງຈີນ, ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ: ວຽກງານກວດກາບົວລະບັດທາງລົດໄຟລາວ-ຈີນໝົດຕອນຢ່າງຂະໜາດໃຫຍ່ເປັນຄັ້ງທໍາອິດທີ່ດຳເນີນມາເປັນເວລາ 4 ເດືອນໄດ້ສິ້ນສຸດລົງຢ່າງຈົບງາມ, ເຊິ່ງເປັນການຮັບປະກັນອັນໜັກແໜ້ນໃຫ້ແກ່ວຽກງານຂົນສົ່ງຜູ້ໂດຍສານໃນໄລຍະບຸນກຸດຈີນ 2025 ທີ່ໃກ້ຈະໝູນວຽນມາເຖິງ.
ພາກສ່ວນທາງລົດໄຟລະຫວ່າງລາວ-ຈີນໄດ້ຮ່ວມມືຢ່າງໃກ້ຊິດນັບແຕ່ເດືອນກັນຍາປີນີ້ເປັນຕົ້ນມາ ໂດຍໄດ້ຮ່ວມກັນວາງແຜນດຳເນີນງານກວດກາບົວລະບັດທີ່ລະອຽດເຖິງຖອງ. ຝ່າຍຈີນໄດ້ສະໜອງກົນຈັກບົວລະບັດຂະໜາດໃຫຍ່ 5 ຄັນ ແລະ ສົ່ງນັກວິຊາການ 200 ກວ່າຄົນ, ສ່ວນຝ່າຍລາວໄດ້ສົ່ງນັກວິຊາການ 60 ກວ່າຄົນ ແລະ ກົນຈັກບົວລະບັດຂະໜາດໃຫຍ່ 2 ຄັນ. ພະນັກງານທາງລົດໄຟສອງປະເທດໄດ້ກວດກາບົວລະບັດຢ່າງຂະໜາດໃຫຍ່ຕໍ່ທາງໃຫຍ່ ແລະ ທາງແຍກທັງໝົດຂອງທາງລົດໄຟລາວ-ຈີນ, ເພື່ອຮັບປະກັນໃຫ້ທາງລົດໄຟລາວ-ຈີນໝູນເດີນຢ່າງປອດໄພ ແລະ ສະດວກສະບາຍ.
12月26日凌晨,随着一列黄色涂装的大型养路机械特殊列车,从中老铁路老挝段磨丁站缓缓启程,向北驶向中国昆明,标志着为期4个月的中老铁路首次大规模全线集中维护保养工作顺利完成,为即将迎来的2025年春运提供坚实保障。
为确保中老铁路在高负荷运转下的安全稳定,中老两国铁路部门自今年9月起便紧密合作,共同制订了详尽的维护保养计划。中国段派出了5台大型养路机械和200多名专业作业人员,对线路进行了精细捣固和调整;老挝段选派60多名业务骨干,并投入2台高精度的大型养路机械进行维护保养。其间两国铁路人员对中老铁路全线道岔、线路进行了大规模“保养”升级,确保中老铁路安全畅通。
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2024 —
12/27
15:00
— ແບ່ງປັນ —