ມາຈາກ:ຂ່າວສິບສອງພັນນາ
(ສະບາຍດີ ນັກຂ່າວໂລລາ)ຫວ່າງບໍ່ດົນມານີ້, ອົງການດ່ານພາສີເມືອງຫຼ້າແຂວງຢຸນນານຈີນໄດ້ຮັບໃບຮ້ອງຂໍຈາກຫ້ອງການວຽກງານດ່ານຊາຍແດນອົງການປົກຄອງເມືອງຫຼ້າ, ແລ້ວຕົກລົງເຫັນດີວ່າ: ຕະຫຼາດຊາຍແດນເໝິງໝານໄດ້ຍ້າຍເຂົ້າສູ່ເຂດໂຄງການຈໍລະຈອນສິນຄ້າແຊ່ເຢັນຂອງເຂດອຸດສາຫະກຳເໝິງໝານ.
ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ ພາຍຫຼັງເປີດນຳໃຊ້ຢ່າງເປັນທາງການແລ້ວ, ຜູ້ຄົນແລະສິນຄ້າທີ່ເຂົ້າອອກເມືອງຜ່ານດ່ານເໝິງໝານທັງໝົດຈະສຳເລັດການຄ້າຊາຍແດນ ແລະ ການຮ້ອງຂໍການຄ້າທົ່ວໄປສ່ວນໜຶ່ງສຳລັບປະຊາຊົນຊາຍແດນ ພ້ອມດ້ວຍການຊຳລະບັນຊີໃນການຄ້າຊາຍແດນຢູ່ສະຖານທີ່ແຫ່ງນີ້ຢ່າງເປັນທາງການ.
ການເຂົ້າປະຈຳຂອງອົງການດ່ານພາສີ, ບໍ່ພຽງແຕ່ໄດ້ໃຫ້ການບໍລິການຜ່ານດ່ານທີ່ສະດວກແລະມີປະສິດທິຜົນສູງກວ່າເກົ່າແກ່ການຄ້າຊາຍແດນເທົ່ານັ້ນ, ຍັງໄດ້ສ້າງເວທີທີ່ກວ້າງໃຫຍ່ກວ່າເກົ່າໃຫ້ແກ່ວິສາຫະກິດການຄ້າຂາເຂົ້າຂາອອກທົ່ວໄປນຳອີກ.
近日,经勐腊县政府口岸办申请勐腊海关同意,勐满边民互市场于近日搬迁到勐满园区冷链物流设施项目内并正式启用。
标志着所有经勐满口岸出入境的人员和货物将统一在此场地完成边民互市贸易和部分一般贸易的边民申报及跨境交易结算。
此次海关的入驻,不仅为边民互市贸易提供了更加便捷和高效的通关服务,还为一般贸易进出口企业搭建了一个更加宽广的平台。
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2024 —
12/27
14:28
— ແບ່ງປັນ —