ສົ່ງເສີມວັດທະນະທຳ ແລະ ການທ່ອງທ່ຽວ ແຊນກຣີ-ລາ ໃນພາກພື້ນອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້

ມາຈາກ:ສະບາຍດີ

ເພື່ອເຮັດໃຫ້ "ແຊນກຣີ-ລາ" ຂອງໂລກມີຊື່ສຽງຫຼາຍຂຶ້ນ ແລະ ສົ່ງເສີມວັດທະນະທໍາຈີນອອກໄປທົ່ວໂລກໃຫ້ດີຂຶ້ນ,ວັນທີ 20 ທັນວານີ້,"ກິດຈະກຳສົ່ງເສີມການທ່ອງທ່ຽວ ແລະ ວັດທະນະທຳສາກົນ ແຊນກຣີ-ລາຂອງໂລກມຸ່ງໜ້າສູ່ອາຊີໃຕ້ ແລະ ອາຊີຕາເວັນອອກສຽງໃຕ້"ໂດຍກົມວັດທະນະທຳ ແລະ ທ່ອງທ່ຽວກີ່ງແຂວງປົກຄອງຕົນເອງເຜົ່າຕິເບດ ດີຊິງ ໄດ້ຈັດຂຶ້ນຢູ່ນະຄອນຄຸນມິງ. 

1

ກອງປະຊຸມແນະນໍາ.

ສະຖານກົງສຸນໃຫຍ່ຫວຽດນາມ,ໄທ,ມາເລເຊຍ,ມຽນມາ,ບັງກະລາເທດ,ລາວ,ກຳປູເຈຍ ແລະ ບັນດາປະເທດອາຊີໃຕ້ ແລະ ອາຊີຕາເວັນອອກສຽງໃຕ້ ປະຈຳນະຄອນຄຸນມິງ, ພ້ອມດ້ວຍບັນດາການນຳຂອງຫ້ອງການພົວພັນຕ່າງປະເທດແຂວງຢຸນນານ,ພະແນກວັດທະນະທໍາ ແລະ ທ່ອງທ່ຽວແຂວງຢຸນນານ,ສູນຮ່ວມມືຄວາມປອດໄພການປະຕິບັດກົດຫມາຍສັງລວມແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ແລະ ພາກສ່ວນຕ່າງໆຂອງລັດເຂົ້າຮ່ວມກິດຈະກໍາ.ໃນໂອກາດນີ້,ຍັງໄດ້ເຊີນແຂກທັງພາຍໃນຈີນ ແລະ ຕ່າງປະເທດ 200 ກວ່າຄົນ ແລະ ຜູ້ຕາງໜ້າອົງການທ່ອງທ່ຽວເຂົ້າຮ່ວມເປັນສັກຂີພິຍານເຖິງສະເໜ່ຂອງການທ່ອງທ່ຽວ ແລະ ວັດທະນະທຳຂອງກີ່ງແຂວງ ດີຊິງ. 

2

ທ່ານ ນາງ ຮືຈືເສຍ,ຜູ້ແນະນຳດ້ານວັດທະນະທຳ ແລະ ການທ່ອງທ່ຽວຂອງກິ່ງແຂວງດີຊິງໄດ້ແນະນຳດີຊິງຢູ່ກອງປະຊຸມ. 

ໃນກອງປະຊຸມແນະນໍາ,ທ່ານ ນາງ ຮືຈືເສຍ ຜູ້ແນະນໍາຂອງກິ່ງແຂວງ ດີຊິງ ໄດ້ແນະນໍາເປັນພາສາອັງກິດກ່ຽວກັບສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງກິ່ງແຂວງ ດີຊິງ ເຊັ່ນ:ສວນສາທາລະນະແຫ່ງຊາດ ພູດາທອກ,ພູຫິມະ ເມລີ,ເຂດທັດສະນີຍະພາບ ປາລາກືຈອງ,ເຂດທັດສະນີຍະພາບ ສົງຈາກລີມ,ເມືອງບູຮານ ດູຄືຈອງ ແລະອື່ນໆ,ສະແດງໃຫ້ເຫັນແຫຼ່ງຊັບພະຍາກອນທໍາມະຊາດ-ນິເວດທໍາມະຊາດ, ປະຫວັດສາດ-ວັດທະນະທໍາທີ່ເປັນເອກະລັກສະເພາະ ແລະອຸດົມສົມບູນຂອງກິ່ງແຂວງດີຊິງເຖິງເພື່ອນມິດສາກົນທີ່ມາຈາກພາກພື້ນອາຊີໃຕ້, ອາຊີຕາເວັນອອກສ່ຽງໃຕ້. 

3

ກອງປະຊຸມແນະນໍາ.

ໃນອະນາຄົດ,ຄຽງຄູ່ກັບການແລກປ່ຽນ ແລະ ການຮ່ວມມືດ້ານວັດທະນະທຳ-ທ່ອງທ່ຽວລະຫວ່າງກີ່ງແຂວງ ດີຊິງ ກັບບັນດາປະເທດອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້ນັບມື້ນັບເຂົ້າສູ່ລວງເລິກ, ຮູບພາບຍີ່ຫໍ້ການທ່ອງທ່ຽວວັດທະນະທໍາ"ແຊນກຣີ-ລາ"ຂອງໂລກຈະມີສີສັນສວຍງາມກວ່າເກົ່າຢູ່ອາຊີໃຕ້ແລະອາຊີຕາເວັນອອກສຽງໃຕ້.ກີ່ງແຂວງ ດີຊິງ ຈະສືບຕໍ່ເພີ່ມທະວີການແລກປ່ຽນ ແລະ ການຮ່ວມມືດ້ານການທ່ອງທ່ຽວວັດທະນະທຳກັບບັນດາປະເທດອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້ ເພື່ອຮ່ວມກັນຊຸກຍູ້ຄວາມຈະເລີນຮຸ່ງເຮືອງ ແລະ ພັດທະນາການທ່ອງທ່ຽວວັດທະນະທຳ. 

昆明信息港讯 记者戴至荷 为擦亮世界的“香格里拉”金字招牌,更好地推动中华文化走出去,12月20日,由迪庆藏族自治州文化和旅游局主办的“世界的‘香格里拉’面向南亚、东南亚国际文化旅游推广活动”在昆明举办。

1

推介会现场。供图

越南、泰国、马来西亚、缅甸、孟加拉国、老挝、柬埔寨等南亚、东南亚国家驻昆领事馆总领事,云南省外事办、云南省文化和旅游厅、澜沧江——湄公河综合执法安全合作中心等政府部门相关领导出席活动。活动还邀请了200余名国内外嘉宾及旅行社代表等,共同见证迪庆州的文旅魅力。

2

迪庆文旅推荐官和秋霞推介迪庆。

推介会上,迪庆文旅推荐官和秋霞采用全英文的方式,介绍了普达措国家公园、梅里雪山、巴拉格宗、松赞林景区、独克宗古城等迪庆州的亮丽名片,为来自南亚、东南亚地区的国际友人展示了迪庆州独特而丰富的自然生态资源和历史文化资源。

3

推介会现场。供图

未来,随着迪庆与南亚、东南亚国家文化旅游交流与合作的不断深入,世界的“香格里拉”这一文化旅游品牌形象,将在南亚、东南亚地区焕发出更加绚丽的光彩。迪庆州将继续加强与南亚、东南亚国家的文化旅游交流与合作,共同推动文化旅游事业的繁荣发展。

[ບັນນາທິການ:ຄຳປະເສີດ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Yang Yan]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2024

12/23

16:49

ແບ່ງປັນ

ແປ
翻译