ຄັ້ງທໍາອິດ!ທາງລົດໄຟຢຸນນານໄດ້ສົ່ງຜູ້ໂດຍສານຫຼາຍກວ່າ 100 ລ້ານເທື່ອຄົນຕໍ່ປີເປັນຄັ້ງທໍາອິດ

ມາຈາກ:ສະບາຍດີ

1772159_2048x2048

ວັນທີ16ທັນວານີ້,ນັກຂ່າວໄດ້ຮັບຂໍ້ມູນຈາກກຸ່ມບໍລິສັດທາງລົດໄຟຈີນຈໍາກັດສາຂາຄຸນມີງ(ຕໍ່ໄປນີ້ແມ່ນ"ທາງລົດໄຟຈີນສາຂາຄຸນມີງ")ວ່າ,ພາຍໃຕ້ການສະຫນັບສະຫນູນທີ່ເຂັ້ມແຂງຈາກນະໂຍບາຍເສດຖະກິດມະຫາພາກຂອງລັດ,ນັບແຕ່ປີນີ້ເປັນຕົ້ນມາ,ຕະຫຼາດທ່ອງທ່ຽວ ແລະ ການພັດທະນາເສດຖະກິດຂອງແຂວງຢູນນານສືບຕໍ່ຈະເລີນຮຸ່ງເຮືອງ,ປະຊາຊົນມີເຈດຈໍານົງໃນການເດີນທາງ,ໄດ້ຊຸກຍູ້ການເຕີບໂຕຢ່າງພົ້ນເດັ່ນຂອງການຂົນສົ່ງຜູ້ໂດຍສານທາງລົດໄຟ.ຕາມສະຖິຕິ,ນັບແຕ່ວັນທີ1ມັງກອນຫາວັນທີ15ທັນວາປີນີ້,ທາງລົດໄຟຈີນສາຂາຄຸນມີງໄດ້ສົ່ງຜູ້ໂດຍສານສະສົມທັງຫມົດ100,21ລ້ານເທື່ອຄົນ,ເພີ່ມຂຶ້ນ12%ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ,ປະລິມານການຂົນສົ່ງຜູ້ໂດຍສານປະຈໍາປີໄດ້ລື່ນກາຍ 100 ລ້ານເທື່ອຄົນເປັນຄັ້ງທໍາອິດ,ສ້າງສະຖິຕິສູງສຸດໃນປະຫວັດສາດ,ບົດບາດຫຼັກຂອງການຂົນສົ່ງຜູ້ໂດຍສານທາງລົດໄຟຂອງແຂວງຢຸນນານໄດ້ພົ້ນເດັ່ນຂຶ້ນ. 

ຄວາມສະດວກວ່ອງໄວ ແລະ ຄວາມສະດວກສະບາຍຂອງຍານພາຫະນະລົດໄຟຄວາມໄວສູງ ເປັນຕົວແທນຂອງການຂົນສົ່ງທີ່ທັນສະໄຫມ, ເປັນທີ່ນິຍົມຂອງຜູ້ໂດຍສານທົ່ວໄປ.ປະຈຸບັນ,ລົດໄຟຄວາມໄວສູງໄດ້ໄປຮອດ 14 ແຫ່ງໃນຈຳນວນ 16 ກິ່ງແຂວງ ແລະ ເມືອງຂອງແຂວງຢຸນນານ,ໂດຍສະເພາະແມ່ນກວມເອົາບັນດາເມືອງທ່ອງທ່ຽວທີ່ນິຍົມເຊັ່ນ: ຄຸນມິງ,ຕ້າລີ,ລີຈຽງ,ສິບສອງພັນນາ ແລະ ດີຊິງ,ເຮັດໃຫ້ນັກທ່ອງທ່ຽວມີທາງເລືອກໃນການເດີນທາງທີ່ຫຼາກຫຼາຍກວ່າເກົ່າ. 

1772159_2048x2048

通讯员徐章位 杨紫轩 供图

12月16日,记者从中国铁路昆明局集团有限公司(下称“国铁昆明局”)获悉,在国家一系列宏观政策的强有力支持下,今年以来,云南旅游市场和经济发展持续繁荣,民众出行意愿强烈,带动了铁路客流的显著增长。据统计,今年1月1日至12月15日,国铁昆明局累计发送旅客1.0021亿人次,同比增长12%,年度旅客发送量首次超1亿人次大关,创历史新高,云南铁路旅客运输骨干作用更加凸显。

高铁动车作为现代交通工具的代表,其便捷性和舒适性深受广大旅客喜爱。目前,高铁动车已通达云南16个州市中的14个,特别是覆盖了昆明、大理、丽江、西双版纳、迪庆等热门旅游城市,为旅客提供了更加多样化的出行选择。(昆明信息港 记者上官艳君)

[ບັນນາທິການ:ຄຳປະເສີດ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Yang Yan]

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2024

12/19

09:44

ແບ່ງປັນ

ແປ
翻译