ມາຈາກ:ຂ່າວປະຊາຊົນ
ໃນລະດູໜາວ, ທົ່ງນາຂອງເມືອງທົ່ງໄຫ ນະຄອນຢູ້ຊີ ແຂວງຢຸນນານ ເຕັມໄປດ້ວຍຊີວິດຊີວາ. ຜັກຊີ, ຜັດກາດຂາວ ແລະ ກະລໍ່າປີດອກ... ເຕີບໃຫຍ່ຢ່າງວ່ອງໄວ,ຊາວສວນຜັກມ້ວນແຂນເສື້ອ ແລະ ເກັບຜັກທີ່ສຸກແລ້ວ.ອີກບໍ່ດົນ, ຜັກສົດເຫຼົ່ານີ້ຜະລິກຈາກເມືອງນ້ອຍ ໃນພາກກາງຂອງແຂວງຢຸນນານຈະຖືກສົ່ງໄປປະເທດໄທ, ມາເລເຊຍ ແລະ ເຂດອື່ນໆ ໂດຍ"ຂີ່" ສາຍດ່ວນ ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຕາມທາງລົດໄຟລາວ-ຈີນ ແລະ ຈັດໃສ່ໂຕະຜູ້ບໍລິໂພກ.
ທົ່ງນາຂອງເມືອງທົ່ງໄຫ ນະຄອນຢູ້ຊີ ແຂວງຢຸນນານ ເຕັມໄປດ້ວຍສີຂຽວ.(ຮູບພາບໂດຍ ທ່ານ ລູເກີຍຊຽງ.)
ເມືອງທົ່ງໄຫແມ່ນຖານຜະລິດຜັກທີ່ໃຫຍ່ທີ່ສຸດຂອງແຂວງຢຸນນານ ແລະ ການປູກຜັກຂອງຕົນມີປະຫວັດສາດຫຼາຍກວ່າ 2,000 ປີ. ຜະລິດຜັກຕົ້ນຕໍແມ່ນຜັກກາດຫໍ່,ດອກກະລ່ຳປີ , ຜັກກາດຫົວຂາວ ແລະ ອື່ນໆ,ໂດຍໄດ້ຮັບຜົນປະໂຫຍດຈາກສະພາບອາກາດທີ່ເປັນເອກະລັກ, ສາມາດປູກພືດ 4 ຫາ 5 ເທື່ອຕໍ່ປີ.
ຜັກເມືອງທົ່ງໄຫສະແດງໃຫ້ເຫັນເຖິງການເຕີບໃຫຍ່ໄດ້ດີ ຖ່າຍຈາກອາກາດ. (ຮູບພາບໂດຍ ທ່ານ ລູເກີຍຊຽງ.)
"ໃນປີ 2023, ເນື້ອທີ່ປູກຜັກຂອງທົ່ວເມືອງມີ 286.800 ເຮັກຕາ, ຜົນຜະລິດເຖິງ 1.154.600 ໂຕນ. ໃນນັ້ນ, ປະມານ 30% ໄດ້ສົ່ງອອກໄປອາຊີຕາເວັນອອກສ່ຽງໃຕ້ ,ຕາເວັນອອກກາງ ແລະ ພາກພື້ນອື່ນໆ, ເຊິ່ງໄດ້ກວມເອົາຫຼາຍກວ່າ 1/3 ຂອງການສົ່ງອອກກະສິກຳຂອງແຂວງຢຸນນານ." ທ່ານ ຫວ່າງຮົວມິງ ຮອງເຈົ້າເມືອງທົ່ງໄຫ ກ່າວວ່າ.
ຊາວສວນຜັກກໍາລັງຈັດລຽງຜັກ. (ຮູບພາບໂດຍ ທ່ານ ລູເກີຍຊຽງ.)
ຕາມເຂົ້າໃຈວ່າ, ປະຈຸບັນນີ້ ມີ 37 ບໍລິສັດທີ່ດຳເນີນທຸລະກິດການນຳເຂົ້າ ແລະ ສົ່ງອອກຜັກຢູ່ເມືອງທົ່ງໄຫ, ແລະ ຜັກຈາກນອກເມືອງໄດ້ 800.000 ໂຕນໄດ້ຮັບການປຸງແຕ່ງ ແລະ ຈຳໜ່າຍຢູ່ເມືອງທົ່ງໄຫໃນແຕ່ລະປີ. ທ່ານ ຫວ່າງຮົວມິງ ກ່າວວ່າ, ໃນບາດກ້າວຕໍ່ໄປ, ເມືອງທົ່ງໄຫຈະສືບຕໍ່ໃຫ້ຄວາມສາມາດບົ່ມຊ້ອນທາງດ້ານທີ່ຕັ້ງ, ຊັບພະຍາກອນ ແລະ ຄວາມໄດ້ປຽບຂອງພື້ນຖານອຸດສາຫະກຳຢ່າງເຕັມທີ່, ຖືເອົາໂອກາດສຳຄັນຂອງເສັ້ນທາງລົດໄຟລາວ-ຈີນ ເພື່ອສືບຕໍ່ຊຸກຍູ້ການພັດທະນາກະສິກໍາທີ່ທັນສະໄຫມ ໄດ້ມີຄຸນນະພາບສູງຂອງພູພຽງ ທົ່ງໄຫ.
冬日,云南省玉溪市通海县阡陌纵横的田野里一派生机盎然。绿油油的莴笋、白菜、花椰菜……长势喜人,菜农撸高袖子,采摘已经成熟的蔬菜。用不了多久,这些来自云南中部小城的新鲜蔬菜将“乘坐”中老铁路澜湄快线,被送往泰国、马来西亚等地,端上消费者的餐桌。
云南省玉溪市通海县阡陌纵横的田野里一派绿意盎然。卢贵谦-摄
通海县是云南省最大的蔬菜生产基地,其蔬菜种植已有2000多年历史。主要以大白菜、花椰菜、萝卜等为主,受益于得天独厚的气候条件,一年可以种植4至5茬。
航拍通海县蔬菜长势喜人。卢贵谦-摄
“2023年全县种植蔬菜面积28.68万亩,产量115.46万吨。其中,约30%出口到东南亚及中东等地区,占云南省农产品出口三分之一以上。”通海县副县长王华明说。
菜农正在分拣蔬菜。卢贵谦-摄
据了解,目前在通海县从事蔬菜进出口贸易的企业有37户,每年县外到通海加工集散的蔬菜达80万吨。王华明表示,下一步,通海将持续充分发挥区位、资源、产业基础优势,借助中老铁路的重大机遇,持续推进通海高原特色现代农业高质量发展。
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2024 —
12/16
17:31
— ແບ່ງປັນ —