26 ເມືອງມິດຕະພາບສາກົນໄດ້ສ້າງສາຍພົວພັນມິດຕະພາບ"ຂ້າມພູເຂົາ ແລະ ແມ່ນໍ້າ"

ມາຈາກ:ສະບາຍດີ

ສະບາຍດີ ນັກຂ່າວຄຳປະເສີດ)ວັນທີ 11 ພະຈິກນີ້,ຢູ່ທີ່ກອງປະຊຸມແຈ້ງຂ່າວຂອງກອງປະຊຸມເມືອງມິດຕະພາບສາກົນຈີນປີ2024,ການນໍາທີ່ກ່ຽວຂ້ອງຂອງນະຄອນຄຸນມິງໄດ້ແນະນໍາສະພາບວຽກງານເມືອງມິດຕະພາບສາກົນນະຄອນຄຸນມິງຕໍ່ນັກຂ່າວສື່ມວນຊົນທີ່ເຂົ້າຮ່ວມກອງປະຊຸມ.ປັດຈຸບັນ,ຄຸນມິງໄດ້ສ້າງສາຍພົວພັນເມືອງມິດຕະພາບສາກົນ 26 ຄູ່. 

ນັບແຕ່ໄດ້ສ້າງສາຍພົວພັນມິດຕະພາບສາກົນຄູ່ທໍາອິດກັບເມືອງ ຟູຈິວະຣະ ປະເທດຍີ່ປຸ່ນໃນປີ1981ເປັນຕົ້ນມາ,ນະຄອນຄຸນມິງໄດ້ສ້າງສາຍພົວພັນມິດຕະພາບກັບ 26 ເມືອງຂອງ22ປະເທດໃນ5ທະວີບ,ໃນນັ້ນ,ຈາກອາຊີ15ຄູ່,ເອີຣົບ5ຄູ່,ອາເມລິກາ3ຄູ່,ໂອເຊອານີ2ຄູ່ແລະອາຟຣິກາ1ຄູ່,ຈຳນວນເມືອງທີ່ໄດ້ສ້າງສາຍພົວພັນກັບບັນດາປະເທດອາຊີຕາເວັນອອກສຽງໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້ຕິດອັນດັບໜຶ່ງໃນທົ່ວປະເທດ.

ຜ່ານຈາກຄວາມພະຍາຍາມມາເປັນເວລາຫຼາຍປີ,ວຽກງານຂອງເມືອງມິດຕະພາບສາກົນຄຸນມິງໄດ້ຮັບຫມາກຜົນອັນໃຫຍ່ຫຼວງ,ໄດ້ສ້າງສາຍພົວພັນທີ່ດີ,ເປີດກວ້າງ,ມີເພື່ອນມິດຫຼາຍຂື້ນ,ຮ່ວມມືຢ່າງກວ້າງຂວາງ,ໄດ້ຮັບກຽດຕິຍົດຢ່າງຕໍ່ເນື່ອງເຊັ່ນ:"ລາງວັນການປະກອບສ່ວນພິເສດຂອງເມືອງມິດຕະພາບສາກົນ" ແລະ "ລາງວັນແລກປ່ຽນແລະການຮ່ວມມືຂອງເມືອງມິດຕະພາບສາກົນ". 

ສ້າງເວທີການພົວພັນສາກົນເພື່ອແບ່ງປັນໂອກາດການພັດທະນາການຮ່ວມມື.ໂດຍໄດ້ສ້າງຕັ້ງສະຫະພັນການທ່ອງທ່ຽວເມືອງມິດຕະພາບສາກົນນະຄອນຄຸນມິງ,ສະຫະພັນການຮ່ວມມືດ້ານການສຶກສາເມືອງມິດຕະພາບສາກົນນະຄອນຄຸນມິງ,ສູນບໍລິການຊີ້ຂາດດ້ານການຄ້າສາກົນນະຄອນຄຸນມິງ.ນັບແຕ່ນະຄອນຄຸນມິງມອບໝາຍໃຫ້ຕາແສງບໍ່ຫານຢູ່ດ່ານຊາຍແດນດຳເນີນວຽກງານໃນປີ 2022,ໄດ້ສ້າງເຈດຈໍານົງພັດທະນາການພົວພັນເມືອງມິດຕະພາບກັບແຂວງ ຫຼວງນໍ້າທາ,ປະເທດລາວ ທີ່ຢູ່ຕິດກັນ ແລະ ສ້າງກົນໄກເຮັດວຽກ.ປັດຈຸບັນ,ກໍາລັງວາງແຜນສ້າງ"ສະຫະພັນຕົວເມືອງຕາມທາງລົດໄຟລາວ-ຈີນ",ຊຸກຍູ້ຢ່າງສຸດຂີດເພື່ອໃຫ້ຕົວເມືອງຕາມເສັ້ນທາງແບ່ງປັນໂອກາດ ແລະ ຊຸກຍູ້ການພັດທະນາຮ່ວມກັນ. 

ເປີດກວ້າງການແລກປ່ຽນດ້ານມະນຸດສະທໍາຢ່າງຕໍ່ເນື່ອງ,ຊຸກຍູ້ການຖອດຖອນບົດຮຽນລະຫວ່າງອາລະຍະທໍາ.ໄດ້ຮ່ວມກັນສ້າງ"ສວນຄຸນມິງ"ຢູ່ນະຄອນຊູຣິກປະເທດສະວິດ,ເມືອງຟູຈິວາຣະປະເທດຍີ່ປຸ່ນແລະແຫ່ງອື່ນໆ.ນັກປະພັນເພງຊາດ ທ່ານ ນີເຮີ,ນັກຮົບເກົ່າຂອງທີມເສືອບິນອາເມລິກາ,ຜູ້ຂັບລົດ ແລະ ນາຍຊ່າງຊາວຈີນຕ່າງດ້າວທີ່ກັບມາຈາກຕ່າງປະເທດຢູ່ຈີນ,ນັກເດີນເຮືອເຈິ່ນຮຶງດ້າວໄດ້ກາຍເປັນນາມບັດທີ່ເປັນເອກະລັກສະເພາະໃນການພົບປະແລກປ່ຽນລະຫວ່າງບັນດາເມືອງມິດຕະພາບສາກົນ. ກັບເມືອງລິເວີພູຂອງອັງກິດ,ເມືອງໂບຣາຂອງເນປານແລະແຫ່ງອື່ນໆເພື່ອສືບທອດມິດຕະພາບໂດຍຜ່ານການຈັດກິດຈະກໍາກິລາ.ບໍລິຈາກເພື່ອສ້າງຫ້ອງອ່ານປຶ້ມຄຸນມິງ,ດຳເນີນການແລກປ່ຽນຊາວໜຸ່ມໃນເມືອງມິດຕະພາບ ແລະ ອື່ນໆ ເພື່ອນຳເອົາວັດທະນະທຳຄຸນມິງໄປທົ່ວໂລກ. 

ດໍາເນີນການຮ່ວມມືໂຄງການຫຼາຍຂົງເຂດເພື່ອຮັບໃຊ້ການພັດທະນາການກໍ່ສ້າງຕົວເມືອງ.ຫມາກຜົນແຫ່ງການຮ່ວມມືກັບນະຄອນຊູຣິກຂອງສະວິດໃນດ້ານການສະຫນອງແລະລະບາຍນ້ໍາໃນຕົວເມືອງ,ການຂົນສົ່ງສາທາລະນະແລະອື່ນໆຢ່າງອຸດົມສົມບູນ,ສາຍພົວພັນມິດຕະພາບລະຫວ່າງສອງເມືອງເຄີຍໄດ້ຮັບນາມມະຍົດ "ເມືອງມິດຕະພາບທີ່ເປັນແບບຢ່າງ" ຂອງທົ່ວປະເທດຈາກກະຊວງການຕ່າງປະເທດ ແລະ ສະມາຄົມມິດຕະພາບກັບຕ່າງປະເທດ.ໂຄງການຮ່ວມມືດ້ານເຕັກນິກອາຊີລະຫວ່າງຈີນ-ອາເມຣິກາທີ່ດໍາເນີນຢູ່ກັບນະຄອນເດັນເວີຂອງອາເມຣິກາໄດ້ຮັບລາງວັນ"ການຮ່ວມມືໃຕ້ໆ"ຂອງອົງການສະຫະປະຊາຊາດ.ການຮ່ວມມືດ້ານການປົກປັກຮັກສາສິ່ງແວດລ້ອມສີຂຽວກັບເມືອງ Jyväskylä, ຟິນແລນ,ແລະການແລກປ່ຽນເຕັກໂນໂລຊີການຝັງເຂັມຢູ່ເມືອງ Oromoc, ສາທາລະນະລັດເຊັກ, ໄດ້ຮັບການຍ້ອງຍໍຈາກປະຊາຊົນຂອງສອງເມືອງ. 

ໃນອະນາຄົດ,ນະຄອນຄຸນມິງຈະສືບຕໍ່ຜັນຂະຫຍາຍແຜນຜັງຕົວເມືອງມິດຕະພາບສາກົນ ແລະ ເຄືອຂ່າຍຕົວເມືອງມິດຕະພາບສາກົນຢ່າງແຫນ້ນແຟ້ນ,ຮ່ວມມືກັບບັນດາເມືອງມິດຕະພາບສາກົນເພື່ອລົງເລິກການຮ່ວມມືຕົວຈິງໃນຫຼາຍຂົງເຂດເຊັ່ນ:ເສດຖະກິດ,ວັດທະນະທຳ,ການສຶກສາ,ວິທະຍາສາດເຕັກໂນໂລຊີ ແລະ ແບ່ງປັນກາລະໂອກາດພັດທະນາເປີດກວ້າງລະດັບສູງ. 

11月11日,2024中国国际友好城市大会新闻发布会上,昆明市有关领导向与会媒体记者介绍了昆明市国际友城工作情况。目前,昆明市已对外缔结国际友城26对。

自1981年与日本藤泽市建立第一对国际友城以来,昆明已与五大洲22个国家的26个城市缔结友好关系,其中亚洲15对,欧洲5对,美洲3对,大洋洲2对,非洲1对,与南亚东南亚国家缔结友好城市数量居全国前列。

经过多年努力,昆明国际友城工作取得丰硕成果,真正做到广结良缘、广开门路、广交朋友、广泛合作,相继获得“国际友好城市特别贡献奖”“国际友好城市交流合作奖”等荣誉。

打造国际交往平台,共享合作发展机遇。相继成立昆明国际友城旅游联盟、昆明国际友城教育合作联盟、昆明国际商事仲裁服务中心。2022年托管边境口岸城镇磨憨以来,与毗邻的老挝南塔省确立了发展友好城市关系意向并建立工作机制。目前,正筹划打造“中老铁路城市联盟”,全力推动沿线城市共享机遇,共促发展。

持续扩大人文交流,推动文明互鉴。在瑞士苏黎世市、日本藤泽市等地共建“昆明园”。国歌作曲者聂耳、美国飞虎队老兵、南侨机工、航海家郑和等,成为国际友城交往的独特名片。与英国利物浦市、尼泊尔博克拉市等地,通过举办体育活动传承友谊。捐建昆明书屋、开展友城青少年交流等,让昆明的文化走向世界。

开展多领域项目合作,服务城市建设发展。与瑞士苏黎世市在城市供排水、公共交通等方面合作成果丰硕,两市友好关系曾被外交部和全国对外友协评为全国“模范友城”。与美国丹佛市开展的中美非技术合作项目,获联合国“南南合作奖”,与芬兰于韦斯屈莱市的绿色环保合作、捷克奥罗莫茨市的针灸技术交流赢得两市民众赞誉。

未来,昆明市将继续拓展国际友城布局、织密国际友城网络,携手国际友城在经济、文化、教育、科技等更多领域深化务实合作,共享高水平的开放发展机遇。

[ບັນນາທິການ:ຄຳປະເສີດ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Wen Lirong]

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2024

11/14

14:44

ແບ່ງປັນ

ແປ
翻译