ມາຈາກ:ສະຖາບັນຂົງຈື ມຊ
ສູນຮ່ວມມືແລກປ່ຽນພາສາຈີນ, ພາສາຕ່າງປະເທດແຫ່ງຊາດຈີນ ຮ່ວມກັບສະ ຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ ຈັດເທສະການອາຫານລາວ-ຈີນ ໃນຫົວຂໍ້ “ປະຊາຊົນຖືອາຫານເປັນເລື່ອງສໍາຄັນ” ໃນຕອນບ່າຍຂອງວັນທີ 29 ຕຸລາ 2024 ຢູ່ສະໂມສອນສະຖາບັນຂົງຈື ນະຄອນຫລວງວຽງຈັນ.
ເທສະການອາຫານລາວ-ຈີນຄັ້ງນີ້ ເປັນກິດຈະກຳໜຶ່ງທີ່ມີຄວາມໝາຍຄວາມສໍາຄັນ, ເປັນການເປີດໂອກາດໃຫ້ນັກຮຽນ-ນັກສຶກສາ ໄດ້ສຳຜັດວັດທະນະທຳອາຫານຈີນ ທີ່ມີປະຫວັດສາດອັນຍາວນານ ແລະ ສືບທອດກັນມາຫລາຍພັນປີ, ເຊື່ອວ່ານອກ ຈາກລົດຊາດອາຫານທີ່ແຊບແລ້ວ ຍັງເຕັມໄປດ້ວຍວັດທະນະທຳ ທີ່ເປັນເອກະລັກຂອງເຜົ່າພື້ນເມືອງ ແລະ ແຕ່ລະທ້ອງຖິ່ນທົ່ວປະເທດຈີນ. ໃນຫລາຍປີຜ່ານມາສະຖາ ບັນຂົງຈື ໄດ້ດຳເນີນການຮຽນ-ການສອນພາສາຈີນ ແລະ ຈັດກິດຈະກໍາທີ່ຕິດພັນກັບການສົ່ງເສີມເຜີຍແຜ່ແລກປ່ຽນວັດທະນະທຳ ສອງຊາດລາວ-ຈີນ ຢ່າງຕັ້ງໜ້າ ແລະ ປະກອບ ສ່ວນສຳຄັນໃນການຮ່ວມມື ທີ່ເປັນມູນເຊື້ອ ລະຫວ່າງສອງປະເທດ.
ທ່ານ ຕູ້ຊາງຊິ່ງ ຫົວໜ້າຫ້ອງການການເມືອງ ສະຖານທູດຈີນ ປະຈຳລາວ ໄດ້ໃຫ້ຮູ້ວ່າ: ໃນປີ 2024 ເປັນປີຄົບຮອບ 15 ປີ ແຫ່ງການສ້າງຕັ້ງສາຍພົວພັນແບບຄູ່ຮ່ວມ ມືຍຸດທະສາດຮອບດ້ານ ລະຫວ່າງສອງຊາດ ລາວ-ຈີນ, ເປັນປີທຳອິດໃນການເລີ່ມ ຕົ້ນ ປະຕິບັດແຜນຮ່ວມຊາຕາກຳລາວ-ຈີນ ແລະ ທັງເປັນປີແລກປ່ຽນວັດທະນະທຳ ຈີນ-ອາຊຽນ.
(ສະບາຍດີ ນັກຂ່າວໂລລາ)ສະຖາບັນຂົງຈື ແມ່ນຂົວເຊື່ອມຕໍ່ການຮ່ວມມືດ້ານການສຶກສາ ແລະ ວັດທະນະ ທຳລາວ-ຈີນ, ໃນຫລາຍປີຜ່ານມາ, ໄດ້ຝຶກອົບຮົມພາສາຈີນ ແລະ ຈັດກິດຈະກໍາວັດ ທະນະທຳຢ່າງຕັ້ງໜ້າ ໂດຍສະເພາະ ໄດ້ຝຶກອົບຮົມພາສາຈີນ ໃຫ້ແກ່ບຸກຄະລາກອນດ້ານພາ ສາຈີນ, ສົ່ງເສີມການແລກປ່ຽນດ້ານການສຶກສາ-ວັດທະນະທຳ, ຄວາມເຂົ້າ ໃຈເຊິ່ງກັນ ແລະ ກັນຂອງປະຊາຊົນສອງຊາດ, ໄດ້ປະກອບສ່ວນຢ່າງຕັ້ງໜ້າໃນການພົວພັນຮ່ວມມື ມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງຊາດລາວ-ຈີນ.
ການຈັດງານຄັ້ງນີ້, ສາມາດຊຸກຍູ້ຄວາມເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງປະຊາຊົນສອງຊາດ ຜ່ານວັດທະນະທຳອາຫານ ທີ່ເປັນເອກະລັກສະ ເພາະຂອງທັງສອງຊາດ, ເພີ່ມພູນມິດຕະພາບອັນເລິກເຊິ່ງລະຫວ່າງ ຊາວໜຸ່ມ ແລະ ປະຊາຊົນສອງຊາດ ລາວ-ຈີນ ແລະ ຮ່ວມກັນສົ່ງເສີມການແລກປ່ຽນດ້ານການສຶກສາ ແລະ ວັດທະນະທຳລະຫວ່າງ ລາວ-ຈີນໃຫ້ນັບມື້ເລິກເຊິ່ງກວ່າເກົ່າ.
10月29日,由中国教育部中外语言交流合作中心主办、老挝国立大学孔子学院承办的“民以食为天”中国饮食文化展在老挝国立大学孔子学院成功举办。
此次中老美食节是一场具有重要意义的活动,让学生们有机会体验源远流长、传承千年的中华饮食文化,相信除了食物的美味之外,更重要的是中国各地区、各民族独特的优秀传统文化。近年来,孔子学院积极开展汉语学习和组织促进中老文化交流相关的活动,为中老文化教育交流做出了重要贡献。
中国驻老挝大使馆政治处主任杜长青致辞:2024年是中国-老挝建立全面战略合作伙伴关系15周年,是落实构建中-老命运共同体新版行动计划的开局之年,也是中国-东盟人文交流年。
孔子学院是连接中老教育文化合作的桥梁,近年来积极开展汉语培训和文化活动,特别是对汉语人员进行汉语培训,促进教育文化交流、相互了解。为促进中老两国人民的合作与友谊做出了积极贡献。
此次活动可以通过两国独特的饮食文化增进两国人民的相互了解,增进老中两国青年和人民之间的深厚友谊,共同促进老中教育文化交流。中老关系日益加深。
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2024 —
11/06
10:00
— ແບ່ງປັນ —