"ກິດຈະກໍາປີແລກປ່ຽນວັດທະນະທໍາອາຊຽນ - ຈີນ 2024 / ສັບປະດາຮູບເງົາຈີນ"ໄດ້ຈັດຂຶ້ນຢູ່ນະຄອນຫຼວງພະບາງຢ່າງສຳເລັດຜົນ

ມາຈາກ:ສູນວັດທະນະທໍາຈີນ ປະຈໍາ ສປປ ລາວ

40c8a620f85aaad2bb5d8d18883f5f4

ສະບາຍດີ ນັກຂ່າວໂລລາ)ວັນທີ 25 ຕຸລາ 2024, ສູນວັດທະນະທໍາຈີນ ປະຈໍາ ສປປ ລາວ ຮ່ວມກັບ ສະຖາບັນຂົງຈື ມະຫາວິທະຍາໄລສຸພານຸວົງ ເປີດຕົວ"ກິດຈະກໍາປີແລກປ່ຽນວັດທະນະທໍາອາຊຽນ - ຈີນ 2024 / ສັບປະດາຮູບເງົາຈີນ" ຂຶ້ນຢູ່ສະໂມສອນໃຫຍ່ ມະຫາວິທະຍາໄລສຸພານຸວົງ ແຂວງຫຼວງພະບາງຢ່າງເປັນທາງການ.  

ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຮສ.ປອ  ວົງປະສິດ ຈັນທະຄູນ ຮອງອະທິການບໍດີມະຫາວິທະຍາໄລສຸພານຸວົງ, ທ່ານນາງ ຫຼີຢີ່ຜິງ ຫົວໜ້າສູນວັດທະນະທໍາຈີນ ປະຈໍາ ສປປ ລາວ, ທ່ານ ຊົ້ງໝິງຢິ່ງ ຜູ້ອໍານວຍການຝ່າຍຈີນ ສະຖາບັນຂົງຈືມະຫາວິທະຍາໄລສຸພານຸວົງ, ທ່ານ ຮສ. ປອ. ນາງ ສຸດທິດາ ຮຸ່ງແສງຟ້າ ອໍານວຍການຝ່າຍລາວ ສະຖາບັນຂົງຈືມະຫາວິທະຍາໄລສຸພານຸວົງ, ພ້ອມດ້ວຍອາຈານ ແລະ ນັກຮຽນຈາກມະຫາວິທະຍາໄລສຸພານຸວົງ ທັງໝົດ 400 ຄົນ ໄດ້ເຕົ້າໂຮມກັນເພື່ອຊົມຮູບເງົາເລື່ອງທຳອິດທີ່ມີຊື່ວ່າ: "ປະຕິບັດການຝ່າສຸລິຍະ" . 

c92f698959e19d73e91b3b2e4d39b1d

ກິດຈະກໍາສັບປະດາຮູບເງົາຈີນນີ້ຈະສືບຕໍ່ຈົນເຖິງ ວັນທີ 7 ພະຈິກ,ຈະສາຍຮູບເງົາອີກຫຼາຍໆເລື່ອງ, ທີ່ຈະໃຊ້ສິລະປະໃນການຖ່າຍທອດ ປະຫວັດສາດ ແລະ ວັດທະນະທໍາ 5 ພັນປີຂອງຈີນ, ທັງເປັນການສະທ້ອນເຖິງສັງຄົມຍຸກໃໝ່ ແລະ ວັດທະນະທໍາຂອງຈີນໃນຍຸກສະໄໝໃໝ່, ຍັງມີແນວຄິດ ແລະ ຄວາມມຸ່ງຫມັ້ນ ຕໍ່ກັບການປົກປັກຮັກສາໂລກອັນເປັນທີ່ອາໄສຮ່ວມກັນຂອງມວນມະນຸດ ແລະ ຄວາມຮູ້ສຶກອັນເລິກເຊິງຂອງຄູ່ຮ່ວມຊາຕາກໍາມະນຸດຊາດ ຂອງປະຊາຊົນຈີນ.

ກິດຈະກໍາຄັ້ງນີ້ເປັນກິດຈະກໍາຊຸດທຳອິດຂອງສູນວັດທະນະທໍາຈີນ ປະຈໍາ ສປປ ລາວ ແລະ ສະຖາບັນຂົງຈື ມະຫາວິທະຍາໄລສຸພານຸວົງ ທີ່ໄດ້ນໍາເອົາກິດຈະກໍາປີແລກປ່ຽນວັດທະນະທໍາອາຊຽນ - ຈີນ 2024 / ສັບປະດາຮູບເງົາຈີນ ແລະ ວັດທະນະທໍາຈີນກ້າວເຂົ້າສູ່ນມະຫາວິທະຍາໄລ. ໃນອະນາຄົດຍັງມີການຈັດກິິດຈະກໍາອາຫານຈີນ ແລະ ກິດຈະກຳສໍາຜັດວັດທະນະທຳຈີນອື່ນໆໃນມະຫາວິທະຍາໄລ.

3c61b16a9383ccc3153c994788f9847


c356fd91a6458702a571889e4898a6a


40c8a620f85aaad2bb5d8d18883f5f4

2024年10月25日,由老挝中国文化中心和苏发努冯大学孔子学院共同主办的“2024年中国-东盟人文交流年·中国电影分享周”在琅勃拉邦苏发努冯大学大礼堂正式启动。

苏发努冯大学副校长翁巴幸、老挝中国文化中心主任李医平、苏发努冯大学孔子学院中方院长宋旻英、老方院长苏提达等中老嘉宾和苏发努冯大学师共400余人齐聚一堂,共赏中国电影分享周首部电影《流浪地球》。

c92f698959e19d73e91b3b2e4d39b1d

本次电影分享周持续举办至11月7日,影片类型题材多样、既有对中国五千年历史文化的艺术展现,也有对新时代中国现代社会、文化的反映,还有中国人民对维护好地球共同家园,情系人类命运共同体的思考与努力。

本场活动是老挝中国文化中心和苏发努冯大学孔子学院2024年度联合共同举办的2024年中国-东盟人文交流年·中华文化走进校园系列专场活动的首场,后续还将举办中国美食进校园等中国文化系列体验活动。

3c61b16a9383ccc3153c994788f9847

c356fd91a6458702a571889e4898a6a


[ບັນນາທິການ:ໂລລາ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Wen li ron]

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2024

11/04

17:20

ແບ່ງປັນ

ແປ
翻译