ມາຈາກ:ສະບາຍດີີ
(ສະບາຍດີ ນັກຂ່າວໂລລາ)ງານປະກວດເຮືອໄຟງາມ ໃນບຸນອອກພັນສາປະວໍລະນາ ຢູ່ນະຄອນຫຼວງພະບາງ ເມືອງມໍລະດົກໂລກ ປີນີ້ ຈັດຂື້ນໃນຕອນຄໍ່າຂອງວັນທີ 18 ຕຸລານີ້. ມີ ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ, ທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ ຕະຫຼອດຮອດມວນຊົນ ແຂກທັງພາຍໃນ ແລະຕ່າງປະເທດ ເຂົ້າຮ່ວມຢ່າງຫຼວງຫຼາຍ.
ພິທີເລີ່ມຕົ້ນຈາກການທຳພິທີທາງສາສະໜາ, ເທດສະຫຼອງເຮືອໄຟ ຢູ່ວັດປ່າຮວກ ເຂດໜ້າຫໍພິພິທະພັນແຫ່ງຊາດຫຼວງພະບາງ, ຈາກນັ້ນ ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນ ຫຼວງພະບາງ ປະທານຈັດງານປະກວດເຮືອໄຟງາມ ມີຄຳເຫັນເປີດງານວ່າ: ບຸນອອກພັນສາທຸກປີ ຢູ່ນະຄອນຫຼວງພະບາງ ໄດ້ຈັດຂຶ້ນ ໃນມື້ແຮມ 1 ຄ່ຳຂອງເດືອນ 11 ຂອງທຸກປີ, ເປັນປະເພນີທີ່ຊາວຫຼວງພະບາງ ພ້ອມກັນສືບທອດມາໄດ້ຫຼາຍເຊັ່ນຄົນ ເປັນຄຸນຄ່າທາງດ້ານວັດທະນະທຳ ຮີດຄອງປະເພນີຂອງຊາວນະຄອນຫຼວງພະບາງ ເພື່ອບູຊາຄຸນພະທຳ-ພະສົງ ແມ່ນ້ຳຄົງຄາ ທີ່ໄດ້ຊຸບລ້ຽງຊີວິດ ຂອງມວນມະນຸດຕະຫຼອດມາ, ເຊີ່ງທຸກປີ ອົງການປົກຄອງນະຄອນ ໄດ້ປຸກລະດົມໃຫ້ທຸກພາກສ່ວນ ຈັດຕັ້ງການປະດັບປະດາໂຄມໄຟນ້ອຍໃຫຍ່ ຢູ່ຕາມວັດວາອາຣາມ ແລະເຮືອນຊານບ້ານຊ່ອງ ລວມທັງສຳນັກງານອົງການທຸກແຫ່ງ, ສຳລັບການປະກວດເຮືອໄຟທີ່ນະຄອນຫຼວງພະບາງ ແມ່ນຈັດເປັນກິດຈະກຳສຳຄັນ ເພື່ອຊຸກຍູ້ກິດຈະກຳ ການສະເຫລີມສະຫລອງປີທ່ອງທ່ຽວລາວ 2024 ຢູ່ແຂວງຫລວງພະບາງ ເຊີ່ງປີນີ້ ມີເຮືອໄຟເຂົ້າຮ່ວມປະກວດ ແລະ ສ້າງສີສັນ ເປັນເອກະລັກສະເພາະຫຼາຍກວ່າ 20 ພາກສ່ວນ.
ອັນດັບທີ 1 ໄດ້ແກ່ ເຮືອໄຟ ກຸ່ມເມືອງງາ ໝາຍເລກ 2
ອັນດັບທີ 1 ໄດ້ແກ່ ເຮືອໄຟ ກຸ່ມເມືອງງາ ໝາຍເລກ 2
ອັນດັບທີ 2 ໄດ້ແກ່ ເຮືອໄຟ ໂຮງຊ່ຽນນາຫຼວງ 2 ໝາຍເລກ 5
ອັນດັບທີ 2 ໄດ້ແກ່ ເຮືອໄຟ ໂຮງຊ່ຽນນາຫຼວງ 2 ໝາຍເລກ 5
ອັນດັບທີ 3 ໄດ້ແກ່ ເຮືອໄຟ ມະເຫສັກ ເຈົ້າເຝົ້າພຸດທະບາດ, ຄະນະສະຖາປັດຕະຍາກໍາສາດ ມະຫາວິທະຍາໄລ ສຸພານຸວົງ ໝາຍເລກ 8
ອັນດັບທີ 3 ໄດ້ແກ່ ເຮືອໄຟ ມະເຫສັກ ເຈົ້າເຝົ້າພຸດທະບາດ, ຄະນະສະຖາປັດຕະຍາກໍາສາດ ມະຫາວິທະຍາໄລ ສຸພານຸວົງ ໝາຍເລກ 8
2024年的“船灯节”活动于10月18日晚在老挝世界遗产城市琅勃拉邦举行。此次活动吸引了包括前副总理宋萨瓦·凌沙瓦先生、琅勃拉邦省长坎康·盏塔为苏先生,以及众多国内外嘉宾的莅临参加。
船灯节开幕式于琅勃拉邦国家博物馆前的帕华寺内举行了宗教仪式。由琅勃拉邦市长旺通·哈沙占先生主持活动,并在致辞中表示:每年农历11月初一,琅勃拉邦都会举办开门节,这是当地居民世代相传的重要传统习俗文化,旨在向佛法、僧侣以及自古以来哺育了世代人民的湄公河表达敬意。为此,当地政府每年都会组织各部门在寺庙、民居区及政府机构周围布置形态各异的彩灯。因此,今年的船灯节不仅是当地居民的传统庆典,也是琅勃拉邦作为“2024老挝旅游年”重要活动的一部分。据了解,今年共有超过20艘设计精美的船灯参与展示,为节日的夜晚增添了一道独特而绚丽的风景线。
第一名是来自雅县的2号船灯
第一名是来自雅县的2号船灯
第二名是5号船灯
第二名是5号船灯
第三名是苏发努冯大学建筑学院的8号船灯
第三名是苏发努冯大学建筑学院的8号船灯
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2024 —
10/21
00:00
— ແບ່ງປັນ —