ມາຈາກ:ໜັງສືພິມຢຸນນານ
ນັກສໍາມະນາກອນລາວຢ້ຽມຢາມ ແລະ ສຶກສາຢູ່ໂຮງໝໍໃນເຄືອມະຫາວິທະຍາໄລຢຸນນານ.
(ສະບາຍດີ ນັກຂ່າວໂລລາ)ຫວ່າງບໍ່ດົນມານີ້, ຊຸດຝຶກອົບຮົມການແລກປ່ຽນ ແລະ ການຮ່ວມມືດ້ານເຕັກນິກການແພດສໍາລັບປະເທດອາຊີໃຕ້-ອາຊີຕາເວັນອອກສຽງໃຕ້ (ສປປ ລາວ)ທີ່ຈັດໂດຍໂຮງໝໍໃນເຄືອມະຫາວິທະຍາໄລຢຸນນານໄດ້ຈັດຂຶ້ນຢູ່ນະຄອນຄຸນມິງ.
ຊຸດຝຶກອົບຮົມຄັ້ງນີ້,ມີພະນັກງານການແພດສຸກເສີນຈຳນວນ 30 ທ່ານ, ທີ່ມາຈາກໂຮງໝໍສູນກາງ 5 ແຫ່ງຂອງປະເທດລາວ ລວມທັງ ໂຮງໝໍມິດຕະພາບນະຄອນຫຼວງວຽງຈັນ,ໂຮງໝໍແມ່ ແລະ ເດັກນະຄອນຫຼວງວຽງຈັນ ແລະ ອື່ນໆ ເຂົ້າຮ່ວມ,ເນື້ອໃນໄດ້ກວມເອົາການແລກປ່ຽນ ແລະ ຝຶກອົບຮົມສຸກເສີນທາງການແພດທີ່ສຳຄັນຫຼາຍຢ່າງເຊັ່ນ:ການປິ່ນປົວພິດສຸກເສີນ,ການປິ່ນປົວອາການຊຶມເຊື້ອຢ່າງຮ້າຍແຮງ ແລະ ການປິ່ນປົວບາດແຜສຸກເສີນ ເປັນຕົ້ນ.
ຊຸດຝຶກອົບຮົມນີ້,ບໍ່ພຽງແຕ່ໄດ້ສ້າງໂອກາດການຮຽນຮູ້ທີ່ສຳຄັນໃຫ້ແກ່ນັກສໍາມະນາກອນເທົ່ານັ້ນ, ຍັງໄດ້ສ້າງເວທີແລກປ່ຽນ ແລະ ການຮ່ວມມືດ້ານເຕັກນິກການແພດລະຫວ່າງສອງປະເທດລາວ-ຈີນ. "ເນື້ອໃນຄວາມຮູ້ຂອງຊຸດຝຶກອົບຮົມຄັ້ງນີ້ ເຊິ່ງເປັນປະໂຫຍດຫຼາຍຕໍ່ວຽກງານປະຈໍາວັນຂອງພວກເຮົາ,ຂ້າພະເຈົ້າຫວັງວ່າຈະໄດ້ມີໂອກາດເຂົ້າຮ່ວມຊຸດຝຶກອົບຮົມແບບນີ້ຫຼາຍເກົ່າກ່າວໃນອະນາຄົດ."ທ່ານນາງ ຟີລີ, ພະແນກສຸກເສີນ,ໂຮງໝໍມິດຕະພາບນະຄອນຫຼວງວຽງຈັນກ່າວວ່າ.
老挝学员在云南大学附属医院参观学习。
近日,由云南大学附属医院举办的2024年面向南亚东南亚医疗技术交流合作(老挝)研修班在昆明举办。
本次研修班共有来自万象友谊医院、妇幼保健院等5个老挝中央直属医院的30名急诊临床医务人员参训,内容涵盖了急性中毒救治、严重感染处理以及急诊创伤处理等医疗急诊多个重要领域的技术交流与培训。
研修班不仅为学员们提供了重要的学习机会,更搭建了一个中老医疗技术交流合作的平台。“这次培训的内容非常实用,对我们日常工作的帮助非常大,期待未来能有更多这样的进修机会。”老挝友谊医院急诊科医生菲丽说。
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2024 —
09/20
17:56
— ແບ່ງປັນ —