ເທສະການມິດຕະພາບລາວ-ຈີນປະຈຳປິ 2024 ທີ່ ຫຼວງພະບາງ ມາແລ້ວ!

ມາຈາກ:ສະບາຍດີ

640

ສະບາຍດີ ນັກຂ່າວຄຳປະເສີດ)ເນື່ອງໃນໂອກາດສະເຫຼີມສະຫຼອງວັນສະຖາປະນາສາທາລະນະລັດປະຊາຊົນຈີນຄົບຮອບ75ປີ ແລະ ບຸນໄຫວ້ພະຈັນເຊິ່ງເປັນບຸນປະເພນີຂອງຊົນຊາດຈີນ,"ເທສະການມິດຕະພາບລາວ-ຈີນປະຈຳປິ 2024 ທີ່ ຫຼວງພະບາງ"ຈະຈັດຂຶ້ນຢູ່ເດີ່ນທາດຫຼວງແຕ່ວັນທີ16-17ກັນຍານີ້.ກິດຈະກໍາຄັ້ງນີ້ໄດ້ຮັບການສະຫນັບສະຫນູນຈາກສະພາການຄ້າຈີນປະຈໍາແຂວງຫຼວງພະບາງ,ສະຖາບັນຂົງຈືມະຫາວິທະຍາໄລສຸພານຸວົງ,ໂດຍການຮ່ວມມືລະຫວ່າງອົງການປົກຄອງນະຄອນຫຼວງພະບາງ ແລະ ພະແນກຖະແຫຼງຂ່າວ,ວັດທະນະທໍາແລະທ່ອງທ່ຽວແຂວງຫຼວງພະບາງ. 

ໃນໄລຍະດັ່ງກ່າວຈະຈັດກິດຈະກໍາແລກປ່ຽນດ້ານວັດທະນະທໍາທີ່ອຸດົມສົມບູນເຊິ່ງຈະລວມທັງການຟ້ອນດົນຕີພື້ນເມືອງຂອງຈີນແລະ ລາວ,ການສະແດງລະຄອນ,ການສະແດງເຄື່ອງຫັດຖະກໍາລວມທັງອາຫານທີ່ມີເອກະລັກພິເສດ.ສະຖານກົງສູນໃຫຍ່ ສປ ຈີນ ປະຈໍາແຂວງຫຼວງພະບາງ ຈະໃຫ້ບໍລິການໃຫ້ຄໍາປຶກສາກົງສູນຢູ່ສະຖານທີ່ດັ່ງກ່າວໃນເວລານັ້ນ. 

ພິທີເປີດວັນທີ 16 ກັນຍາ (ວັນຈັນ) ເວລາ 9:30 ໂມງ 

ວັນທີ 17 ກັນຍາ (ວັນອັງຄານ) ເວລາ 19:00 ໂມງ ງານລ້ຽງວັດທະນະທໍາ ແລະ ພິທີປິດ 

ຂໍໃຫ້ພວກເຮົາຈົ່ງສໍາຜັດກັບຄວາມສວຍງາມຂອງວັດທະນະທໍາຈີນ-ລາວ,ສ້າງຂົວມິດຕະພາບໃຫ້ຫຼາຍກວ່າເກົ່າ,ຮ່ວມກັນຊ່ວຍຊູຍູ້ຫນູນການສ້າງປະຊາຄົມຮ່ວມຊາຕາກໍາຈີນ-ລາວ! 

640

在喜迎中华人民共和国成立75周年和中华民族传统佳节中秋节之际,“2024琅勃拉邦中老友好节” 将于9月16日至17日在琅勃拉邦塔銮广场举行。此次活动由琅勃拉邦中国商会、苏发努冯大学孔子学院主办,琅勃拉邦市政府、琅勃拉邦省新闻文化旅游厅协办。

期间将举办丰富多彩的文化交流活动,包括中老传统音乐舞蹈、戏剧表演、手工艺展示以及特色美食等。中国驻琅勃拉邦总领事馆届时将现场提供领事咨询服务。

9月16日(星期一)9:30开幕式

9月17日(星期二)19:00文艺晚会暨闭幕式

让我们领略中老文化之美,架起更多友好之桥,共同助力构建中老命运共同体!

[ບັນນາທິການ:ຄຳປະເສີດ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Wen Lirong]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2024

09/13

17:17

ແບ່ງປັນ

ແປ
翻译