ງານເບິ່ງຮູບເງົາ"ຫລານມ່າ" ແລະ ກອງປະຊຸມສົ່ງເສີມການທ່ອງທ່ຽວໄທໄດ້ຈັດຂຶ້ນຢູ່ນະຄອນຄຸນມິງ

ມາຈາກ:ສະບາຍດີ

1455684d42004e393bc17aae211b713

ເມື່ອບໍ່ດົນມານີ້, ສໍານັກງານອົງການທ່ອງທ່ຽວແຫ່ງຊາດໄທປະຈຳນະຄອນຄຸນມິງຮ່ວມກັບອົງການໄທປະຈຳແຂວງຢຸນນານ ແລະ ໜ່ວຍງານອື່ນໆ, ໄດ້ຈັດງານກິດຈະກຳຊົມຮູບເງົາເລື່ອງ "ຫລານມ່າ" ແລະ ກອງປະຊຸມສົ່ງເສີມການທ່ອງທ່ຽວໄທຢູ່ນະຄອນຄຸນມິງ,ໄດ້ດຶງດູດຜູ້ຊົມທີ່ຮັກແພງວັດທະນະທຳໄທເປັນຈຳນວນຫຼວງຫຼາຍເຂົ້າຮ່ວມ.

ab540a7e8ab6e954bce5620a7c86130

ຮູບເງົາໄທ "ຫລານມ່າ" ,ເຊິ່ງໄດ້ເລົ່າເລື່ອງກ່ຽວກັບຕົວລະຄອນຄົນໜຶ່ງ ມີຊື່ວ່າ ອາເອັນ, ແມ່ນຊາຍໜຸ່ມທີ່ຫວ່າງງານ ທີ່ເກິດຢູ່ຄອບຄົວຊາວຈີນຢູ່ໄທ.ໃນເບື້ອງຕົ້ນ,ອາເອັນ ໄດ້ເບິ່ງແຍງແມ່ຕູ້ທີ່ເຈັບປ່ວຍສຸດທ້າຍຂອງຕົນ ເພື່ອໄດ້ຮັບມໍລະດົກ, ແນວໃດກໍ່ຕາມ ໃນໄລຍະເບິ່ງແຍງແມ່ຕູ້ນີ້,ລາວມີຮັບຮູ້ການຫັນປ່ຽນຈາກຄົນທີ່ສະແຫວງຫາວັດຖຸສິ່ງຂອງໄປສູ່ທະນຸຖະຫນອມສາຍພົວພັນຂອງຄອບຄົວ.ຮູບເງົາເລື່ອງນີ້ ໄດ້ລວມເອົາເນື້ອໃນ ແລະ ສັນຍາລັກວັດທະນະທຳຂອງຈີນຫຼາຍຢ່າງ ເຊັ່ນ:ພາສາ ຈຽວຊ້າງ, ອາຫານ ຈຽວຊ້າງ ແລະ ວັນເຊັງເມັ້ງ ປັດກວດຫລຸມສົບ, ນອກນີ້ຍັງໄດ້ສໍາພັດກ່ຽວກັບບັນຫາຂອງສັງຄົມ ເຊັ່ນ: ຜູ້ສູງອາຍຸຢູ່ຄົນດຽວ ແລະ ການດູແລໃນກ່ອນການຕາຍ, ເຊິ່ງໄດ້ປຸກຄວາມຄິດທີ່ເລິກຊຶ້ງຂອງຜູ້ຊົມ.

0e33b4167d007404b0a6e85b698788b

Mrs.Ruedee Cheawsamoot ຫົວໜ້າສໍານັກງານອົງການທ່ອງທ່ຽວແຫ່ງຊາດໄທທີ່ປະຈຳນະຄອນຄຸນມິງ ໄດ້ອອກຄຳເຊີນ ແກ່ທ່ານຜູ້ຊົມວ່າ: "ຍິນດີຕ້ອນຮັບບັນດາທ່ານ ໄປທ່ຽວປະເທດໄທ ໃນຫຼັງຈາກຊົມຮູບເງົານີ້, ໄປເຊັກອິນ ສະຖານທີ່ຖ່າຍຮູບເງົານີ້, ລອງຊີມອາຫານໄທທີ່ທ້ອງຖິ່ນ, ສໍາຜັດກັບຮີດຄອງປະເພນີຂອງໄທ."

ຕາມຂ່າວໃຫ້ຮູ້ວ່າ, ແຕ່ເດືອນກັນຍາຫາເດືອນຕຸລານີ້, ສໍານັກງານອົງການທ່ອງທ່ຽວແຫ່ງຊາດໄທທີ່ປະຈຳນະຄອນຄຸນມິງ ຈະດໍາເນີນກິດຈະກຳ"ເດືອນມິດຕະພາບຈີນ-ໄທ"ຕ່າງໆ, ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດຈີນ-ໄທ ຄົບຮອບ 50 ປີ ໃນປີ 2025, ເພື່ອຊຸກຍູ້ການແລກປ່ຽນວັດທະນະທຳ ແລະ ການຮ່ວມມືດ້ານການທ່ອງທ່ຽວລະຫວ່າງສອງປະເທດຈີນກັບໄທ.

1455684d42004e393bc17aae211b713

近日,泰国国家旅游局昆明办事处携手泰国驻滇机构等单位,在昆明恒隆广场举办电影《姥姥的外孙》观影活动暨泰国旅游推介会,吸引众多喜爱泰国文化的中国观众参与。

ab540a7e8ab6e954bce5620a7c86130

泰国影片《姥姥的外孙》,围绕出身泰国华人家庭的无业青年阿安展开。阿安原本照顾身患绝症的姥姥是为了获得遗产,然而在与姥姥相处的过程中,他实现了从追求物质到珍视亲情的转变。这部影片融入了潮汕话、潮汕美食以及清明扫墓等众多中式元素和文化符号,同时触及独居老人、临终关怀等社会议题,引发了人们的深刻思考。

0e33b4167d007404b0a6e85b698788b

泰国国家旅游局昆明办事处处长邱惟向观众发出邀请:“欢迎大家在观影后前往泰国,探访影片取景地,品尝地道的泰国美食,亲身体验泰国的风土人情。”

据悉,9月至10月,泰国国家旅游局昆明办事处将陆续开展“中泰友好月”系列活动,拉开2025年中泰建交50周年庆祝序幕,促进中泰两国文化交流和旅游合作。


[ບັນນາທິການ:ໂລລາ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Wen li ron]

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2024

09/11

15:06

ແບ່ງປັນ

ແປ
翻译