ມາທ່ຽວງານໂລະລາດໃນງານບຸນຫໍ່ເຂົ້າປະດັບດິນຢູ່ນະຄອນຫຼວງພະບາງໂດຍອອນໄລ,ມີລົດຊາດ ແລະ ຄວາມຄຶກຄື້ນມ່ວນຊື່ນ

ມາຈາກ:ວິທະຍຸກະຈາຍສຽງແຫ່ງຊາດລາວ

1

ສະບາຍດີ ນັກຂ່າວຄຳປະເສີດ)ຕາມລາຍງານຈາກວິທະຍຸກະຈາຍສຽງແຫ່ງຊາດລາວ ວ່າ: ຕອນເຊົ້າ ວັນທີ່ 1 ກັນຍາ 2024 ນີ້, ອົງການປົກຄອງນະ ຄອນ ຫຼວງພະບາງ ໄດ້ຈັດງານໂລະລາດ ຫຼື ລົງຕະຫຼາດນັດແບບມວນຊົນ ໂອກາດບຸນຫໍ່ເຂົ້າປະດັບດິນ ຊ່ວງເຮືອເດືອນເກົ້າ ປະຈຳ ປີ ພສ 2567 ຄສ 2024, ມີ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ, ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ, ພ້ອມດ້ວຍການນຳຂັ້ນແຂວງ, ຂັ້ນນະ ຄອນ-ເມືອງ, ມວນຊົນທັງພາຍໃນ ແລະຕ່າງປະເທດ ເຂົ້າຮ່ວມ ເປັນຈຳນວນຫຼວງຫຼາຍ ເຕັມໄປດ້ວຍບັນຍາກາດຟົດຟື້ນມ່ວນ ຊື່ນ.

4

3

ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫຼວງພະບາງ ປະ ທານຈັດງານບຸນຫໍ່ເຂົ້າປະດັບດີນ ຊ່ວງເຮືອເດືອນເກົ້າ ຫໍ່ເຂົ້າປະດັບດີນ ທີ່ນະຄອນຫຼວງພະບາງ ປະຈຳປີ ພສ 2567 ໃຫ້ສຳ0ພາດວ່າ: ໃນປີນີ້ ອົງການປົກຄອງແຂວງ ກໍ່ຄື ນະຄອນຫຼວງພະບາງ ໄດ້ເປີດກວ້າງການຈັດງານບຸນ ໂດຍເຊີນເອົາເຮືອຊ່ວງ ແລະສີພາຍຈາກຕ່າງແຂວງເຂົ້າຮ່ວມແຂ່ງຂັນ, ສ່ວນການໂລະລາດ ໄດ້ປຸກລະດົມໃຫ້ປະຊາ ຊົນ ນຳເອົາສີນຄ້າມາວາງຂາຍໃຫ້ຫຼາຍ ທັງໄດ້ມີການຄຸ້ມຄອງ ແລະຈັດສັນ ໃຫ້ເປັນລະບຽບຮຽບຮ້ອຍເຊີ່ງບັນດາກິດຈະກຳໄດ້ມີຂື້ນແຕ່ ວັນທີ່ 24 ສີງຫາເຫັນຕົ້ນມາ ເຊີ່ງທຸກກິດຈະກຳລ້ວນແຕ່ເປັນປະເພນີສືບທອດກັນມາແຕ່ເຫີງນານ.

5

ງານໂລະລາດ ຫຼື ລົງຕະຫຼາດນັດແບບມວນຊົນ ໂອກາດບຸນຫໍ່ເຂົ້າປະດັບດີນໃນປີນີ້ ໄດ້ກຳນົດເອົາຖະໜົນສີ ສະຫວ່າງວົງ (ເສັ້ນທາງກາງເມືອງ) ເລີ່ມແຕ່ 3 ແຍກບ້ານຈູ້ມຄ້ອງ (ໜ້າຫໍພະບາງ) ຫາ 3 ແຍກ ພະແນກໂຍທາທິການ ແລະ ຂົນສົ່ງແຂວງ, ໂດຍມີບັນດາພໍ່ຄ້າ, ແມ່ຄ້າ-ຊາວຂາຍ ທັງພາຍໃນ, ແຂວງອ້ອມ ຂ້າງ ແລະຕ່າງປະເທດ ພ້ອມດ້ວຍປະຊາຊົນພາຍໃນແຂວງຫຼວງ ພະບາງ ໄດ້ນຳເອົາສິນຄ້າກະສິ ກຳ ແລະຜະລິດຕະພັນສີໄມ້ລາຍມືຂອງຕົນມາວາງສະແດງຂາຍ ເປັນຕົ້ນ ເຄື່ອງຫັດຖະກຳ, ອຸດສາ ຫະກຳ, ເຄື່ອງນຸ່ງຫົ່ມ, ເຄື່ອງປ່າຂອງດົງ, ເຄື່ອງອຸປະໂພ- ບໍລິໂພກ, ເຄື່ອງໃຊ້ໃນຄົວເຮືອນ, ອາຫານ-ເຄື່ອງກິນດື່ມ ແລະໝາກໄມ້ຊະ ນິດຕ່າງໆ ທີ່ນຳມາປະກອບເປັນເຂົ້າຫໍ່ໂປ້ ຫຼື ເຂົ້າປະດັບດີນ.

6

7

8

9

10

11

12

13

14

15

16

1

据老挝国家广播电台报道,2024年9月1日上午,琅勃拉邦市政府组织大型集市,庆祝九月祭鬼节(包米节)。出席的有老挝副总理吉乔·凯坎皮吞先生、前副总理宋沙瓦·凌沙瓦先生,以及省、市、县各级领导、国内外游客踊跃参与,气氛热烈。

4

3

琅勃拉邦省副省长、包米节主席本棱安·玛尼翁先生在接受采访时表示,今年,省政府和市政府扩大了节日规模,邀请不同省份的船只参加龙舟比赛。关于集市,动员民众带着大量特产商品出售,并配合有序管理和调配,所有活动均自8月24日起进行,这都是历代传承下来的传统。

今年的集市,也就是包米节的举办地,定在西萨旺翁路(市中心)。来自省内外的商贩以及琅勃拉邦省人民带着他们的农产品和手工艺品展示出售,例如手工艺品和工业、服装、农林产品、家居用品、食品饮料以及用于制作包米的各种水果。

5

6

6

7

8

9

10

11

12

13

14

15

16

[ບັນນາທິການ:ໂລລາ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Wen li ron]

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2024

09/04

11:00

ແບ່ງປັນ

ແປ
翻译