ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວໂລລາ)ວັນທີ 17 ກໍລະກົດນີ້, ນັກຂ່າວໄດ້ຮັບຮູ້ຈາກດ່ານພາສີຄຸນມິງວ່າ: ນັບແຕ່ປີນີ້ເປັນຕົ້ນມາ,ການຂົນສົ່ງຜູ້ໂດຍສານ ແລະ ສິນຄ້າສາກົນຕາມທາງລົດໄຟລາວ-ຈີນໄດ້ຮັກສາທ່ວງທ່າການເຕີບໂຕ.ມາຮອດວັນທີ 15 ກໍລະກົດນີ້, ດ່ານພາສີຄຸນມິງໄດ້ກວດກາສິນຄ້າຂາເຂົ້າ-ຂາອອກຕາມທາງລົດໄຟລາວ-ຈີນມີເຖິງ 3,0272 ລ້ານໂຕນ, ມູນຄ່າສິນຄ້າ 10,197 ຕື້ຢວນ, ໄດ້ເພີ່ມຂຶ້ນ 29,1% ແລະ 61,9% ຕາມລຳດັບ ໄດ້ຮັບປະກັນແລ່ນຂະບວນລົດໄຟໂດຍສານສາກົນຕາມທາງລົດໄຟລາວ-ຈີນທັງໝົດ 510 ຖ້ຽວ, ແລະ ໄດ້ກວດກາຜູ້ໂດຍສານເຂົ້າ-ອອກເມືອງເກີນ 126.700 ຄົນ.
ຜະລິດຕະພັນກົນຈັກ,ພະລັງງານໄຟຟ້າແສງຕາເວັນ(photo voltaic)ທີ່ຜະລິດຈາກປະເທດຈີນ, ຢາງພາລາທຳມະຊາດ ແລະ ໝາກໄມ້ເຂດຮ້ອນຈາກປະເທດລາວ ກັບປະເທດໄທ ໄດ້ສໍາເລັດ“ແລ່ນຢູ່ໃນທັງສອງທິດທາງ”ໂດຍຜ່ານທາງລົດໄຟລາວ-ຈີນ,ການຄ້າຂາເຂົ້າ-ຂາອອກມີຄວາມໝັ້ນຄົງ ແລະ ດີຂຶ້ນເລີຍໆ.ໃນເຄິ່ງປີທຳອິດ, ໝາກໄມ້ໄດ້ລື່ນກາຍແຮ່ເຫຼັກກາຍເປັນສິນຄ້າປະເພດໃຫຍ່ທີ່ສຸດທີ່ນຳເຂົ້າເມືອງຈີນໂດຍຜ່ານທາງລົດໄຟລາວ-ຈີນ, ຜະລິດຕະພັນກົນຈັກໄຟຟ້າ ແລະ ແຜ່ນຊີລິຄອນ monocrystalline ເປັນສິນຄ້າສົ່ງອອກຕ່າງປະເທດຕົ້ນຕໍ່. ຈາກທັດສະນະສຳລັບວິສາຫະກິດນຳເຂົ້າ ແລະ ສົ່ງອອກຜະລິດຕະພັນວ່າ, ວິສາຫະກິດເອກະຊົນກວມເອົາຂາເຂົ້າ-ຂາອອກສ່ວນໃຫຍ່ ແລະ ເປັນກຳລັງຊຸກຍູ້ການເຕີບໂຕຂອງການນຳເຂົ້າ ແລະ ສົ່ງອອກທາງລົດໄຟລາວ-ຈີນ.
7月17日,记者从昆明海关获悉,今年以来,中老铁路国际客货运保持增长态势。截至7月15日,昆明海关累计监管中老铁路进出口货物302.72万吨、货值101.97亿元,同比分别增长29.1%、61.9%,保障中老铁路国际旅客列车累计开行510列,监管进出境旅客超12.67万人次。
中国制造的机电、光伏产品,老挝、泰国的天然橡胶、热带水果等通过中老铁路“双向奔赴”,进出口贸易稳中向好。上半年,水果超越铁矿成为经中老铁路进口的第一大类商品,机电产品、单晶硅切片为主要出口商品。从进出口企业看,民营企业进出口比重占绝大部分,是中老铁路进出口增长的主要拉动力量。
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2024 —
08/13
17:55
— ແບ່ງປັນ —