ທາງລົດໄຟລາວ-ຈີນໄດ້ບັນລຸນຳສົ່ງລົດໄຟຂະບວນປະຖົມມະລືກ ທີ່ບັນຊາຂັບເຄື່ອນດ້ວຍພະນັກງານຂັບລົດໄຟຄົນລາວ ເປັນຊຸດທຳອິດ

ມາຈາກ:ສະບາຍດີ

1

ສະບາຍດີ ນັກຂ່າວໂລລາ)ໃນຕອນບ່າຍຂອງວັນທີ 5 ສິງຫາ 2024 ນີ້, ພິທີມອບຮັບໃບຢັ້ງຢືນນັກຂັບລົດໄຟ ແລະ ນຳສົ່ງລົດໄຟຂະບວນປະຖົມມະລືກ ທີ່ບັນຊາຂັບເຄື່ອນດ້ວຍຕົນເອງ ຂອງພະນັກງານຂັບລົດໄຟຄົນລາວ ຊຸດທຳອິດ ໄດ້ຈັດຂຶ້ນຢູ່ສະຖານີລົດໄຟນະຄອນຫຼວງວຽງຈັນ.

3

ໃນຕອນບ່າຍຂອງວັນທີ 5 ສິງຫາ 2024 ນີ້, ທາງລົດໄຟລາວ-ຈີນໄດ້ຈັດພິທີມອບຮັບໃບຢັ້ງຢືນນັກຂັບລົດໄຟ ແລະ ນຳສົ່ງລົດໄຟຂະບວນປະຖົມມະລືກ ທີ່ບັນຊາຂັບເຄື່ອນດ້ວຍຕົນເອງ ຂອງພະນັກງານຂັບລົດໄຟຄົນລາວ ຊຸດທຳອິດທັງ 14 ຄົນ ທີ່ສະຖານີລົດໄຟນະຄອນຫຼວງວຽງຈັນ ເຊິ່ງໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ພຸດ ສິມມາລາວົງ, ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ມອນໄຊ ລາວມົວຊົງ, ປະທານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ທ່ານ ໄຊສົງຄາມ ມະໂນທັມ, ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ພົງໄຊສັກ ອິນຖາລາດ, ຮອງ ລັດຖະມົນຕີ ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ຫຼິວ ຫົງ, ຜູ້ອຳນວຍການບໍລິສັດ ທາງລົດໄຟລາວ-ຈີນ ແລະ ພ້ອມດ້ວຍບັນດາແຂກການນຳທີ່ເຂົ້າຮ່ວມ.

4

ທ່ານ ໄຊສົງຄາມ ມະໂນທັມ, ຮອງ ລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ ໄດ້ໃຫ້ກຽດຂຶ້ນມອບໃບຢັ້ງຢືນນັກຂັບລົດໄຟໃຫ້ພະນັກງານຂັບລົດໄຟຄົນລາວ ຊຸດທຳອິດທັງ 14 ຄົນ. ທ່ານໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດຂອງພະນັກງານຂັບລົດໄຟລາວວ່າ: “ ນີ້ແມ່ນຖືເປັນເຫດການສໍາຄັນຂອງປະຫວັດສາດແຫ່ງການພັດທະນາການຄົມມະນາຄົມຂອງ ສປປ ລາວ, ແມ່ນສັນຍາລັກຂອງຫມາກຜົນຄວາມສຳເລັດທີ່ຍິ່ງໃຫຍ່ຮ່ວມກັນຂອງສອງຊາດລາວ-ຈີນ ໃນການຝຶກຝົນຫລໍ່ຫຼອມພະນັກງານທາງລົດໄຟທີ່ມີຄວາມອາດສາມາດຂອງປະເທດລາວເຮົາ.” 

ເພື່ອຮັບປະກັນໃຫ້ວຽກງານຂອງທາງລົດໄຟລາວ-ຈີນມີຄຸນນະພາບສູງ, ໃນເດືອນມິຖຸນາປີ 2020, ບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ໄດ້ເປີດຮັບສະໝັກພະນັກງານຂັບລົດໄຟຄົນລາວຊຸດທຳອິດ, ພາຍຫຼັງທີ່ຜ່ານການການຮຽນຫຼັກສູດທິດສະດີ, ເຂົ້າຮ່ວມຝຶກອົບຮົມ, ຜ່ານການນຳພາຝຶກຂອງອາຈານຈາກ ສປ ຈີນ, ຜ່ານການຝຶກຝົນວຽກງານຕໍາແໜ່ງຂອງຕົນເອງ, ມາຮອດເດືອນມິຖຸນາ 2022 ໄດ້ຮັບການຄັດເລືອກເປັນຈຳນວນ 66 ຄົນ ໃນການເປັນຮອງຜູ້ຂັບລົດໄຟ ແລະ ໃນທ້າຍປີ 2023 ມີຈຳນວນ 30 ຄົນໄດ້ຜ່ານການຄັດເລືອກຮ່ວມຂັບລົດໄຟເປັນໄລຍະທາງຫຼາຍ ກ່ວາ 100,000 ກິໂລແມັດ. ພາຍໃຕ້ຜົນງານຂອງເຂົາເຈົ້າທີ່ປະຕິບັດມາຢ່າງຕໍ່ເນື່ອງ, ຈິ່ງສໍາເລັດການຄັດເລືອກເອົາຜູ້ຂັບລົດໄຟທີ່ໃຊ້ໄຟຟ້າ ຈໍານວນ 12 ຄົນ ແລະ ຜູ້ຂັບລົດໄຟທີ່ໃຊ້ຈັກກາຊວນຈໍານວນ 2 ຄົນ ເຊິ່ງໄດ້ຜ່ານການຝຶກອົບຮົມເພີ່ມຄວາມຮູ້ທາງດ້ານທິດສະດີ ແລະ ການຝຶກອົບຮົມເພີ່ມທັກສະທາງດ້ານການປະຕິບັດຕົວຈິງເປັນເວລາ 8 ເດືອນ. ປະຈຸບັນ, ຜູ້ຂັບລົດໄຟທັງ 14 ຄົນລ້ວນແຕ່ຜ່ານການກວດສອບຄຸນນະວຸດທິການຂັບລົດໄຟ ແລະ ອື່ນໆ.

2

ທ່ານ ຫຼິວ ຫົງ, ຜູ້ອຳນວຍການໃຫຍ່ບໍລິສັດທາງລົດໄຟລາວ-ຈີນ ຈໍາກັດ ໄດ້ກ່າວວ່າ: “ ນັກຂັບລົດໄຟຄົນລາວ ທີ່ບັນຊາຂັບເຄື່ອນດ້ວຍຕົນເອງ, ແມ່ນໝາກຜົນຄວາມສຳເລັດອັນສຳຄັນຂອງຄວາມມານະພະຍາຍາມຮ່ວມກັນ ແລະ ການຮ່ວມມືຢ່າງຈິງໃຈລະຫວ່າງສອງປະເທດລາວ-ຈີນ ທີ່ສຸມໃສ່ດ້ານການຝຶກຝົນຫລໍ່ຫລອມຄວາມສາມາດໃຫ້ພະນັກງານດ້ານການລົດໄຟຂອງລາວ   ແລະ ການດຳເນີນງານທາງລົດໄຟລາວ-ຈີນໃຫ້ມີຄຸນນະພາບສູງ.” 

ທ່ານຍັງໄດ້ກ່າວຕື່ມວ່າ: “ ໃນບາດກ້າວຕໍ່ໄປ, ບໍລິສັດຈະນຳໃຊ້ຊັບພະຍາກອນດ້ານວຽກງານການສຶກສາເຂົ້າໃນການສິດສອນຢ່າງເຕັມຮູບແບບເຊັ່ນ: ຊຸກຍູ້ໃຫ້ມະຫາວິທະຍາໄລການລົດໄຟຈີນ ແລະ ວິທະຍາໄລເຕັກນິກ-ວິຊາຊີບການລົດໄຟລາວ ເຂົ້າສົມທົບກັນໃຫ້ມີປະສິດທິຜົນສອດຄ່ອງກັບຄວາມເປັນຈິງ, ກຳນົດຕຳແໜ່ງງານ, ມີທັກສະທີ່ພົ້ນເດັ່ນ ແລະ ປັບປຸງລະບົບການຝຶກທັກສະດ້ານວິຊາຊີບຢ່າງຕໍ່ເນື່ອງ, ຝຶກອົບຮົມສ້າງຜູ້ບໍລິຫານ ແລະ ວິຊາການຄົນລາວຊຸດທຳອິດທີ່ມີທັກສະຄວາມຊຳນານດ້ານວຽກງານທາງລົດໄຟ, ສ້າງໜ່ວຍງານທີ່ມີຄວາມມັກຮັກຕໍ່ກັບວຽກງານການລົດໄຟ, ຖະໜັດໃນວິຊາຊີບ, ມີຄວາມຊຳນິຊຳນານໃນການດຳເນີນທຸລະກຳທາງລົດໄຟ ໂດຍສຸມໃສ່ເປົ້າໝາຍກໍຄືມີມາດຕະຖານທີ່ສູງ, ມີຄວາມຍືນຍົງ, ສ້າງຊີວິດການເປັນຢູ່ທີ່ດີແກ່ປະຊາຊົນ, ບໍລິສັດພວກເຮົາຈະຕັ້ງໃຈສືບຕໍ່ຊຸກຍູ້ວຽກງານທາງດ້ານການພັດທະນາເສັ້ນທາງລົດໄຟຂອງລາວໃຫ້ນັບມື້ນັບມີຄຸນນະພາບທີ່ີສູງຂຶ້ນ.”

5

ໃນຕອນສຸກທ້າຍຂອງພິທີມອບຮັບນີ້, ປະຕິບັດຕາມຄໍາສັ່ງຂອງທ່ານ ສະເຫຼີມໄຊ ກົມມະສິດ, ຂະບວນລົດໄຟທີ່ພະນັກງານຂັບເຄື່ອນລົດໄຟຄົນລາວດ້ວຍຕົນເອງ ເຊີ່ງບັນຈຸສິນຄ້າຢ່າງເຕັມທີ່ ໄດ້ແລ່ນອອກສະຖານີວຽງຈັນ ແລະ ມຸ່ງຫນ້າແລ່ນໄປນະຄອນຄຸນມິງ ສປປ ຈີນ ມີຫຼາຍພັນກິໂລແມັດ.



1

8月5日下午,中老铁路机车驾驶证颁发暨独立乘务首发仪式在万象火车站隆重举行。

3

8月5日下午,中老铁路机车驾驶证颁发暨独立乘务首发仪式在万象火车站隆重举行,首批14名老挝籍机车乘务员颁发驾驶资格证书。老挝政府副总理沙伦赛·贡玛西、老挝教育体育部部长普·西玛拉冯、老挝人民革命青年团中央书记蒙赛·老莫雄,公共工程与运输部副部长赛宋康·玛诺坦、劳动与社会保障部副部长蓬赛萨·因塔拉等出席仪式。

4

赛宋康·玛诺坦代表公共工程与运输部颁发驾驶资格证书时,对老挝籍机车乘务员独立值乘给予了高度评价:“这是我国交通发展史上的重大事件,是中老联合培养老挝铁路人才的里程碑意义的成就。”

为确保中老铁路高质量运营,2020年6月,老中铁路有限公司招收了第一批老挝籍机车乘务员学员,经过理论学习、实操培训、导师带徒、岗位锻炼,2022年6月选拔出66名副司机。2023年底先后约30名副司机值乘里程超过10万公里,该公司从中选拔出12名电力机车副司机、2名内燃机车副司机,开展了为期8个月的理论和实操提升集训。目前,受训的14名老挝司机全数通过了相关资格考试。

2

老中铁路有限责任公司总经理刘宏表示:“老挝列车司机自动驾驶,是老中双方共同努力、精诚合作的重要成功成果,重点关注铁路员工培训和老中铁路员工培训。推动老中铁路高质量运营。” 

他还补充道:“下一步,公司将充分利用教育资源进行教学,比如鼓励中国铁道大学和老挝铁道技术职业学院根据实际有效联手,确定工作岗位,突出技能,不断完善专业技能培训体系,培养第一批老挝铁路工作专业人才,创建一个热爱铁路工作、有专业网络、有铁路交易专业知识的单位。规范、可持续,为人民创造美好生活,公司将坚定不移地继续推动铁路发展日益向更高质量发展。”

5

在仪式的最后,随着沙伦赛·贡玛西的一声令下,在悠长的汽笛声中,由老挝籍机车乘务员独立驾驶的满载货物的列车缓缓驶出万象站,向一千公里以外的中国昆明进发。

[ບັນນາທິການ:ໂລລາ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Wen li ron]

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2024

08/06

00:00

ແບ່ງປັນ

ແປ
翻译