ມາຈາກ:ສະບາຍດີ
ເມື່ອບໍ່ດົນມານີ້,ທ່ານ ຢູມິນຮົງ,ຜູ້ກໍ່ຕັ້ງກຸ່ມບໍລິສັດວິທະຍາສາດແລະເຕັກໂນໂລຊີການສຶກສາ ຊິນໂດງຟາງ ແລະ ບໍລິສັດ ໂດງຟາງເຊັນເຊີນ ພ້ອມດ້ວຍທີມງານໄດ້ເດີນທາງເຂົ້າສູ່ນະຄອນຄຸນມິງເພື່ອຖ່າຍທອດສົດການທ່ອງທ່ຽວລະດູບານໃໝ່ເປັນເວລາສອງວັນ.ຫຼັງຈາກການເດີນທາງ,ທ່ານໄດ້ກ່າວອອກມາຢ່າງຈິງໃຈວ່າ,"ໃນເມືອງຄຸນມິງມີສະຖານທີ່ທ່ອງທ່ຽວຫຼາຍບ່ອນໃຫ້ໄປຢ້ຽມຢາມ.ເພື່ອທີ່ຈະໄດ້ສຳຜັດກັບສະເໜ່ຂອງຄຸນມິງຢ່າງແທ້ຈິງ,ຈະຕ້ອງພັກຢູ່ຢ່າງໜ້ອຍສອງອາທິດ."
ການເດີນທາງຄັ້ງນີ້,ເຊິ່ງໄດ້ຮັບການແນະນຳຢ່າງສູງຈາກ ທ່ານ ຢູມິນຮົງ,ເປີດເຜີຍລັກສະນະທີ່ໜ້າປະທັບໃຈທີ່ສຸດຂອງນະຄອນຄຸນມິງ-ທິວທັດທີ່ສວຍງາມຂອງໜອງແສ ແລະ ພູຜາ,ປະຫວັດສາດ ແລະ ວັດທະນະທຳທີ່ເລິກເຊິ່ງ, ແລະ ຄວາມອົບອຸ່ນຂອງຊີວິດປະຈຳວັນ.
ສຳລັບຈຸດທຳອິດຂອງການຖ່າຍທອດສົດ,ທ່ານ ຢູມິນຮົງ ໄດ້ເຂົ້າໄປໃນຫໍ ຕ້າກວນ ແລະ ຫັນໜ້າໄປທາງໜອງແສ ຕຽນຊື ອັນກວ້າງໃຫຍ່ໄພສານ ໄດ້ບັນຍາຍບົດກະວີ"ແຜ່ນຄຳອວຍພອນທີ່ຍາວທີ່ສຸດໃນໂລກ"ດ້ວຍອາລົມທີ່ເລິກເຊິ່ງ.ລະຫວ່າງບັນທັດສາມາດຮູ້ສຶກເຖິງຄວາມງົດງາມຂອງ"ທະເລສາບຕຽນຊືທີ່ແຜ່ກ້ວາງອອກໄປກວ່າຫ້າຮ້ອຍແມັດພຸ່ງເຂົ້າມາສູ່ສາຍຕາ"ແລະ ການສະສົມມໍລະດົກທາງວັດທະນະທຳຫຼາຍພັນປີ.ນົກນາງນວນບິນກະຈາຍຢູ່ອ້ອມຮອບໜອງແສ,ດອກໄມ້ບານຢ່າງອຸດົມສົມບູນຢູ່ແຄມຝັ່ງ,ແລະ ເງົາຂອງ"ສາວງາມທີ່ນອນຫຼັບ"ຂອງເນີນພູທາງທິດຕາເວັນຕົກປາກົດຂຶ້ນ ແລະ ຫາຍໄປໃນໝອກ.ທຸກໆມຸມຂອງນະຄອນຄຸນມິງໃນລະດູບານໃໝ່ເຕັມໄປດ້ວຍສະເໜ່ແຫ່ງບົດກະວີ.
ຫຼັງຈາກນັ້ນ,ທ່ານກໍໄດ້ຍ່າງຜ່ານເຂດທິວທັດ ຊີຊານ,ຍ່າງໄປຕາມເສັ້ນທາງພູ ແລະ ໃນບັນດາຕົ້ນໄມ້ທີ່ອຸດົມສົມບູນ,ແລະ ປີນຂຶ້ນໄປເທິງສຸດເພື່ອຊົມວິວທິວທັດທີ່ກວ້າງໃຫຍ່ໄພສານຂອງໜອງແສ ຕຽນຊື ແລະ ພູມສັນຖານນະຄອນຄຸນມິງ."ລົມພັດອ່ອນໆ ແລະ ອາກາດກໍ່ສະບາຍ,ສົດຊື່ນເປັນພິເສດ,"ທ່ານ ຢູມິນຮົງ ເວົ້າຢ່າງກົງໄປກົງມາ.ເມື່ອເບິ່ງທິວທັດຂອງໜອງແສ ຕຽນຊື ແລະ ພູຜາທີ່ສະທ້ອນເຊິ່ງກັນແລະກັນນັ້ນ,ມັນຄືກັບຮູບແຕ້ມທີ່ເຄື່ອນໄຫວໄດ້ແທ້ໆ.
ເມື່ອຄ່ຳຄືນມາຮອດ,ທ່ານ ຢູມິນຮົງ ໄດ້ກ້າວເຂົ້າໄປໃນຖະໜົນ ລາວເຈຍ ຂອງນະຄອນຄຸນມິງ. ກິ່ນຫອມຂອງເຂົ້າໜົມ,ດອກໄມ້ສົດໆໄດ້ກະຈາຍໄປທົ່ວອາກາດ,ຫົນທາງຍ່າງທີ່ປູດ້ວຍຫີນສີຟ້າ,ແລະ ກິ່ນອາຍນ້ຳຈາກຊາພູເອີຮ້ອນໆ ໃນຮ້ານນ້ຳຊາເກົ່າແກ່ທີ່ລອຍມາ.ອາຄານເກົ່າໆເບິ່ງມີສະເໜ່ຍິ່ງຂຶ້ນພາຍໃຕ້ແສງໄຟສີເຫຼືອງອຸ່ນໆເຮັດໃຫ້ມີສະເຫນ່ຂື້ນ.ທ່ານຍັງໄດ້ຍ່າງຜ່ານຖະໜົນຫົນທາງ ແລະ ຊອຍນ້ອຍໆຂອງຖະໜົນ ຈິນວັງ ແລະ ຖະໜົນ ວັນມິນ,ຊີມເຫັດປ່າທອດ ແລະ ກາເຟ ຢຸນນານ,ແລະ ຮູ້ສຶກໄດ້ເຖິງຄວາມຜ່ອນຄາຍຂອງຊີວິດປະຊາຊົນທ້ອງຖິ່ນຂອງນະຄອນລະດູບານໃໝ່ຢ່າງເລິກເຊິ່ງ.
ນອກເໜືອໄປຈາກທິວທໍາມະຊາດ ແລະ ຊີວິດປະຊາຊົນທ້ອງຖິ່ນ,“ຄວາມມີຊີວິດຊີວາ” ຂອງເມືອງຄຸນໝິງຍັງໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງໃຫ້ກັບທ່ານ ຢູມິນຮົງ."ຖ້າຫາກໃຊ້ສີໜຶ່ງສີເພື່ອອະທິບາຍຄຸນມິງ,ນັ້ນຈະແມ່ນສີຂອງຊີວິດແນ່ນອນ."ທີ່ນີ້ສີ່ລະດູຄືກັບລະດູໃບໄມ້ປົ່ງ,ອຸນຫະພູມສະເລ່ຍຕໍ່ປີ 15 ອົງສາເຊນຊຽດ.ບໍ່ວ່າຈະມາໃນລະດູໃດກໍ່ຕາມ,ຈະພົບເຫັນຕົ້ນໄມ້ທີ່ຂຽວອຸ່ມທຸ່ມ ແລະ ດອກໄມ້ທີ່ອອກດອກຢ່າງສວຍສົດງົດງາມ,ເປັນສະຖານທີ່ທີ່ສົດຊື່ນ ແລະ ຊ່ວຍບັນເທົາອາການຄວາມກົດດັນ.
ໃນລະຫວ່າງການເດີນທາງຄັ້ງນີ້,ທ່ານ ຢູມິນຮົງ ຍັງໄດ້ສົນທະນາກັບຜູ້ປະກອບການທ້ອງຖິ່ນ ຈຳນວນ8 ຄົນຈາກແຂວງຢຸນນານ,ໂດຍສະແດງໃຫ້ເຫັນເຖິງຊັບພະຍາກອນອັນອຸດົມສົມບູນ ແລະ ພະລັງງານອັນມີຊີວິດຊີວາຂອງເມືອງຄຸນມິງໃນທຸກດ້ານ, ຕັ້ງແຕ່ການສືບທອດ ແລະ ນະວັດຕະກຳຂອງແຂວງຢຸນນານ ໄປຢາວ ຈົນເຖິງຄວາມອຸທິດຕົນໃນຝີມືຂອງເຂົ້າໜົມດອກໄມ້ປັນຊຽງຈີ, ຕັ້ງແຕ່ຄຸນນະພາບສົດໃຫມ່ຂອງນົມຊູ່ຫຼັນ ຈົນເຖິງລັກສະນະທ້ອງຖິ່ນຂອງກາເຟຢຸນນານ.
ໃນຄວາມເປັນຈິງ,ໃນສາຍຕາຂອງທ່ານ ຢູມິນຮົງ,ຄຸນມິງບໍ່ແມ່ນພຽງແຕ່ນະຄອນທ່ອງທ່ຽວເທົ່ານັ້ນ.ມັນມີຄວາມໃສສະອາດຂອງໜອງແສ ຕຽນຊື,ຄວາມມະຫັດສະຈັນຂອງປ່າຫີນ ສີລິບ,ຮີດຄອງປະເພນີທີ່ມີສີສັນຂອງບ້ານຊົນເຜົ່າຢຸນນານ,ແລະ ຄວາມຊົງຈຳສີແດງຂອງໂຮງຮຽນທະຫານຢຸນນານ;ນອກຈາກນີ້ຍັງມີກິ່ນຫອມສົດຊື່ນຂອງເຂົ້າປຸ້ນຂ້າມຂົວ,ລົດຊາດອ່ອນໆຂອງໄກ່ນຶ່ງໃນໝໍ້ດິນເຜົາ,ຄວາມໂລແມນຕິກຂອງດອກໄມ້ສອງຊໍ່ໃນລາຄາ 10 ຢວນຢູ່ຕະຫຼາດດອກໄມ້ ໂດນານ, ແລະ ບັນຍາກາດທີ່ມີຊີວິດຊີວາທີ່ລີ້ຢູ່ໃນຖະໜົນ ລາວເຈຍ.
ສອງມື້ສັ້ນເກີນໄປທີ່ຈະບັນທຶກຄວາມງາມທັງໝົດຂອງເມືອງຄຸນມິງ.ດັ່ງທີ່ ທ່ານ ຢູມິນຮົງ ໄດ້ກ່າວໄວ້ວ່າ ສະເໜ່ຂອງເມືອງຄຸນໝິງຈຳເປັນຕ້ອງໄດ້ຄົ້ນຫາຢ່າງຊ້າໆ.ບໍ່ຈຳເປັນຕ້ອງຟ້າວຟັ່ງ;ມາເມືອງລະດູບານໃໝ່ສອງສາມມື້,ເບິ່ງນົກນາງນວນເຕັ້ນລຳຢູ່ໜອງແສ ຕຽນຊື,ປີນພູ ຊີຊານ ເພື່ອຊົມທິວທັດ,ຍ່າງຜ່ານຖະໜົນ ລາວເຈຍ ເພື່ອຊີມລົດຊາດອາຫານທ້ອງຖິ່ນ, ແລະ ສຳພັດກັບຊີວິດທີ່ສົດຊື່ນທີ່ສຸດໃນລົມພັດອ່ອນໆຂອງລະດູໃບໄມ້ປົ່ງ.
ເມືອງລະດູໃບໄມ້ປົ່ງແຫ່ງນີ້,ເຊິ່ງໄດ້ຮັບການແນະນຳຢ່າງສູງໂດຍທ່ານ ຢູມິນຮົງ,ກຳລັງລໍຖ້າທຸກຄົນມາຍ້ຽມຢາມໃນຮູບແບບທີ່ມີຊີວິດຊີວາທີ່ສຸດ.
近日,新东方创始人、东方甄选CEO俞敏洪携团队走进昆明,开启了一场为期两天的春日文旅直播之旅。行程结束后,他由衷感叹:“昆明能玩的地方太多了,要真正感受这里的魅力,至少得待上两个星期。”
这场被俞敏洪力荐的旅程,藏着春城最动人的模样——既有湖光山色的壮阔,也有历史人文的厚重,更有市井烟火的温情。
直播首站,俞敏洪走进大观楼,面对烟波浩渺的滇池,深情背诵“天下第一长联”,字里行间皆是“五百里滇池奔来眼底”的壮阔与千年文脉的沉淀。湖边鸥鸟翩跹,岸边鲜花怒放,西山“睡美人”的轮廓在云雾中若隐若现,春日的昆明,每一处都透着诗意。
随后,他漫步西山风景区,行走在苍崖碧树之间,登顶俯瞰滇池全景与昆明城貌。“惠风和畅,特别舒服”,俞敏洪坦言,远眺滇池与悬崖峭壁相映的景致,仿佛一幅流动的画。
当夜幕降临,俞敏洪的脚步踏入昆明老街。青石板路上,鲜花饼的香气四处弥漫,老茶馆里的普洱茶冒着热气,骑楼建筑在暖黄灯光下更显韵味。他穿梭在钱王街、文明街的街巷中,尝油炸野生菌、品云南咖啡,沉浸式感受春城的市井松弛感。
除了山水与烟火,昆明的“生命力”更让俞敏洪印象深刻。“如果用一种颜色形容昆明,那一定是生命的颜色。”这里四季如春,年均气温15℃,无论哪个季节前来,都能看到郁郁葱葱的草木与烂漫绽放的鲜花,鲜活又治愈。
旅程中,俞敏洪还与8位云南本土企业家对话,从云南白药的传承创新,到潘祥记鲜花饼的匠心坚守,从雪兰牛奶的新鲜品质,到云南咖啡的本土特色,全方位展现了昆明的物产丰饶与蓬勃活力。
其实,俞敏洪眼中的昆明,从来都不止是一座旅游城市。它有滇池的澄澈、石林的奇绝,有云南民族村的多彩风情,有陆军讲武堂的红色记忆;更有过桥米线的鲜香、汽锅鸡的醇厚,有斗南花市10元两束的浪漫,有老街深处藏不住的烟火气。
两天的行程太短,装不下昆明的全部美好。正如俞敏洪所说,昆明的魅力,需要慢慢探寻。不必行色匆匆,来春城小住几日,看滇池鸥舞、登西山赏景、逛老街寻味,在温润的春风里,遇见最治愈的生活。
这座被俞敏洪力荐的春城,正以最鲜活的姿态,等待每一个人的奔赴。
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2026 —
02/11
14:59
— ແບ່ງປັນ —