ດ່ານລົດໄຟ ບໍ່ຫານ ໄດ້ປະຕິບັດນະໂຍບາຍຍົກເວັ້ນວິີຊາຜ່ານແດນຈີນບໍ່ກາຍ144 ຊົ່ວໂມງ

ມາຈາກ:ສະບາຍດີ

1

ສະບາຍດີ ນັກຂ່າວໂລລາ)ວັນທີ 15 ກໍລະກົດນີ້, ອົງການກວດກາຄົນເຂົ້າເມືອງແຫ່ງຊາດຈີນ ໄດ້ອອກປະກາດແຈ້ງການວ່າ: ນັບແຕ່ມື້ດັ່ງກ່າວເປັນຕົ້ນໄປ, ເພີ່ມສະໜາມບິນສາກົນຊິ່ນເຈີ້ງນະຄອນເຈີ້ງໂຈ່ວ, ສະໜາມບິນສາກົນຊ່ານຢີ້ນະຄອນລີ້ຈ່ຽງ ແລະ ດ່ານທາງລົດໄຟບໍ່ຫານ ໃຫ້ເປັນດ່ານທີ່ນຳໃຊ້ນະໂຍບາຍຍົກເວັ້ນວິີຊາຜ່ານແດນຈີນບໍ່ກາຍ 144 ຊົ່ວໂມງ. ນັບມາຮອດປັດຈຸບັນ, ອົງການກວດກາຄົນເຂົ້າເມືອງແຫ່ງຊາດຈີນ ໄດ້ປະຕິບັດນະໂຍບາຍຍົກເວັ້ນວີຊາ ແກ່ຜູ້ໂດຍສານຜ່ານແດນຈີນບໍ່ກາຍ 144 ຊົ່ວໂມງ ຢູ່ດ່ານ 37 ແຫ່ງ.

2

ນັບມາຮອດປັດຈຸບັນ, ອົງການກວດກາຄົນເຂົ້າເມືອງແຫ່ງຊາດຈີນ ໄດ້ປະຕິບັດນະໂຍບາຍຍົກເວັ້ນວີຊາ ແກ່ຜູ້ໂດຍສານຜ່ານແດນຈີນບໍ່ກາຍ 144 ຊົ່ວໂມງ ຢູ່ດ່ານ 37 ແຫ່ງ ທີ່ຢູ່ນະຄອນຫຼວງປັກກິ່ງ, ນະຄອນຊຽງໄຮ້, ນະຄອນຄຸນໝິງ, ນະຄອນລີ້ຈ່ຽງ, ກິ່ງແຂວງສິບສອງພັນນາຂອງແຂວງຢູນນານ ແລະອື່ນໆ. 

4

ອີງຕາມນະໂຍບາຍດັ່ງກ່າວ, ພົນລະເມືອງຂອງ 54 ປະເທດ ເຊັ່ນ ອາເມຣິກາ, ການາດາ, ອັງກິດ ເປັນຕົ້ນ ທີ່ຖືເອກະສານການເດີນທາງລະຫວ່າງປະເທດທີ່ຖືກຕ້ອງ ແລະ ຂໍ້ມູນສຳລັບວັນທີແລະບ່ອນນັ່ງທີ່ຢືນຢັນຂອງປີ້ພາຍໃນ 144 ຊົ່ວໂມງ ໄດ້ຜ່ານຈາກດ່ານດັ່ງກ່າວໄປປະເທດ(ຫຼື ເຂດແຄວ້ນ)ທີສາມ, ສາມາດຄົງຄ້າງຢູ່ໃນເຂດທີ່ກຳນົດໄວ້ບໍ່ກາຍ 144 ຊົ່ວໂມງໂດຍຍົກເວັ້ນວິຊາຜ່ານແດນ, ໃນໄລຍະຄົງຄ້າງສາມາດດຳເນີນການເຄື່ອນໄຫວໄລຍະສັ້ນ ເຊັ່ນ: ການທ່ອງທ່ຽວ, ທຸລະກິດ, ການຢ້ຽມຢາມ, ການຢາມຍາດພີ່ນ້ອງ ແລະອື່ນໆ(ປະເທດທີ່ປະຕິບັດຕາມຂໍ້ຕົກລົງການຍົກເວັ້ນວີຊາເຊິ່ງກັນແລະກັນທີ່ໄດ້ເຊັນກັບປະເທດຈີນ ຫຼື ນະໂຍບາຍການຍົກເວັ້ນວີຊາຝ່າຍດຽວຂອງຈີນ,ສາມາດປະຕິບັດຕາມນະໂຍບາຍສະບັບນີ້).

3

5

1

国家移民管理局7月15日发布公告,新增郑州新郑国际机场、丽江三义国际机场和磨憨铁路口岸3个口岸为144小时过境免签政策适用口岸。至此,中国144小时过境免签政策适用口岸增至37个。

2

截至目前,国家移民管理局已在北京、上海,以及云南昆明、丽江、西双版纳等地,共 12 个省份的 37 个口岸,对过境中国且停留不超过 144 小时的旅客实施免签政策。

4

根据相关政策,美国、加拿大、英国等54国公民持有效国际旅行证件和144小时内确定日期及座位的联程客票从上述口岸过境前往第三国(地区),可免办签证在规定区域内停留不超过144小时,停留期间可从事旅游、商务、访问、探亲等短期活动(符合与我国签署互免签证协定或我单方面免签政策的,可从其规定)。

3

5

[ບັນນາທິການ:ໂລລາ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2024

07/25

00:00

ແບ່ງປັນ

ແປ
翻译