ຈົດຫມາຍເຖິ່ງຄອບຄົວ@ຈັນທະວົງ ສຽວລຸ້ຍ

ມາຈາກ:ສະບາຍດີ

ຈົດຫມາຍເຖິ່ງຄອບຄົວສະບັບນີ້ ມີຄວາມອົບອຸ່ນໄດ້ຂ້າມພູເຂົາ ແລະ ແມ່ນ້ຳ — ສຽງຫົວໃຈຂອງຈັນທະວົງ ສຽວລຸ້ຍ ໃນເຂົ້າຮຽນຢູ່ປະເທດຈີນ .ເມື່ອລາວຮຽນຢູ່ມະຫາວິທະຍາໄລຢຸນນານ ໄດ້ພົບກັບຄວາມຫຍຸ້ງຍາກຫລາຍດ້ານໃນເບື້ອງຕົ້ນ ໄປສູ່ຄ່ອຍໆປັບໂຕໄດ້ ແລະ ການເຕີບໂຕ,ສຽວລຸ້ຍ ໄດ້ແບ່ງປັນຊີວິດໃນມະຫາວິທະຍາໄລ ແລະ ການເຕີບໂຕທາງຈິດໃຈດ້ວຍການຂຽນຂອງລາວ. ໂດຍມີຄວາມຮັກ ແລະ ຄວາມອົບອຸ່ນຈາກຄອບຄົວ,ເຮັດໃຫ້ລາວບໍ່ຮູ້ສຶກເຫງົາ ແລະ ໂດດດ່ຽວໃນຊ່ວງເວລາຮຽນ.ມາສໍາຜັດກັບເລື່ອງລາວການໄປຮຽນຢູ່ຈີນຂອງສຽວລຸ້ຍ, ມາຮ່ວມການເປັນພະຍານເຖິງການປ່ຽນແປງ ແລະ ການເຕີບໃຫຍ່ຂອງລາວ. 

ເຖິ່ງຄອບຄົວທີ່ເຄົາລົບຮັກ:

ມື້ນີ້ວັນທີ 21 ເມສາ 2024 ມັນກໍເປັນເວລາເກືອບຈະໜຶ່ງປີແລ້ວທີ່ລູກມາຢູ່ມະຫາໄລຢູນນານ . ໃນເກືອບຫນຶ່ງປີທີ່ຜ່ານມາລູກໄດ້ຮັບປະສົບການແລະໄດ້ຮຽນຮູ້ຫຍັງຫຼາຍຢ່າງເລີຍ. ດັ່ງນັ້ນໃນມື້ນີ້, ລູກຈື່ງຢາກທີ່ຈະສົ່ງຈົດໝາຍສະບັບນີ້ໄປຫາພໍ່ກັບແມ່ເພື່ອບອກເລົ່າເລື່ອງລາວຊີວິດເກືອບຈະຫນື່ງປີທີ່ຜ່ານມາ.

2bafd36a923c6dec73a67d7148ed297

ລູກຈື່ໄດ້ວ່າຕອນທີ່ລູກຫາກະມາເຖິງມະຫາວິທະຍາໄລຢູນນານຫ່າງໄກຄອບຄົວ, ຫ່າງໄກບ້ານເກີດເມືອງນອນ, ມາອາໃສຢູ່ໃນສະຖານທີ່ທີ່ບໍ່ຮູ້ຈັກບໍ່ຄຸ້ມເຄີຍແນ່ນອນວ່າລູກໄດ້ພົບກັບຄວາມຫຍຸ້ງຍາກຫລາຍດ້ານເລີຍບໍ່ວ່າຈະເປັນເລື່ອງພາສາ ,ວັດທະນະທຳແລະສະພາບອາກາດລ້ວນແຕ່ແຕກຕ່າງຈາກບ້ານເຮົາ,ມັນເຮັດໃຫ້ລູກຮູ້ສຶກເຫງົາແລະໂດດດ່ຽວຫລາຍ. ແຕ່ດ້ວຍຄວາມຊ່ວຍເຫຼືອຂອງຄູອາຈານແລະຫມູ່ເພື່ອນ, ລູກຈື່ງຄ່ອຍໆປັບໂຕໄດ້ແລະຄ່ອຍໆຮຽນຮູ້ທີ່ຈະໃຊ້ພາສາຈີນໃນການສື່ສານໃນຊິວິດປະຈໍາວັນ. ຈົນຕອນນີ້ລູກໄດ້ມີຫມູ່ເພື່ອນໃຫມ່ຫຼາຍຂື້ນ,ພ້ອມກັນນັ້ນລູກຍັງມີອ້າຍລູມເມດອີກສາມຄົນ, ມີສອງຄົນທີ່ເປັນຄົນລາວເຊັ່ນກັນ ແລະ ອີກຄົນຫນື່ງເປັນຄົນມາລີ, ພວກເຂົາກໍດີກັບລູກຫລາຍ.

ລູກມາຮຽນຢູ່ມະຫາວິທະຍາໄລຢູນນານແມ່ນລູກເລືອກຮຽນພາກວິຊາສື່ສານມວນຊົນ. ຢູ່ນີ້ລູກບໍ່ພຽງແຕ່ຮຽນຮູ້ຄວາມຮູ້ຈາກພາກວິຊາສື່ສານມວນຊົນເທົ່ານັ້ນ,ແຕ່ລູກຍັງໄດ້ໂອກາດແລະໄດ້ຮັບຄວາມຮູ້ດ້ານອື່ນໆອີກດ້ວຍ. ນອກເໜືອຈາກການຮຽນແລ້ວ, ລູກຍັງໄດ້ເຂົ້າຮ່ວມກິດຈະກຳຫຼາຍຢ່າງທີ່ຫນ້າສົນໃຈ, ໄດ້ໄປຢ້ຽມຊົມສະຖານທີ່ທີ່ສຳຄັນຕ່າງໆໃນຢູນນານຫລາຍບ່ອນເລີຍບໍ່ມາຈະເປັນພູເຂົາຊານທ່າຍໄປຈົນເຖິງພິພິຕະພັນຢູນຟາງ. ດັ່ງນັ້ນ, ມັນຈື່ງເຮັດໃຫ້ລູກໄດ້ຮັບມິດຕະພາບແລະການເຕີບໂຕຫລາຍໆດ້ານເລີຍ, ເຊິ່ງເຮັດໃຫ້ລູກຮັກມະຫາໄລຢູນນານຢູນນານແລະຮັກພາກວິຊາສື່ສານມວນຊົນຫຼາຍຂຶ້ນເລື້ອຍໆ.

4ed323726fd531a9a3bead7d90398d6

ໃນການມາຮຽນຢູ່ທີ່ນີ້, ເຖິງແມ່ນວ່າຫ່າງໄກຈາກບ້ານເຮົາຫຼາຍພັນກິໂລແມັດ,ແຕ່ລູກບໍ່ເຄີຍຮູ້ສຶກໂດດດ່ຽວເລີຍ. ເພາະວ່າມີຄວາມຮັກ ແລະ ຄວາມອົບອຸ່ນຈາກຄອບຄົວທີ່ຢູ່ອ້ອມຂ້າງລູກສະເໝີ ,ມັນເປັນທັງກຳລັງແຮງ ແລະ ຄວາມກ້າຫານໃຫ້ລູກ. ເມື່ອໃດກໍ່ຕາມທີ່ລູກພົບຄວາມຫຍຸ້ງຍາກ ແລະ ຄວາມທ້າທາຍ, ລູກກໍ່ມັກຈະນຶກເຖິງຄວາມອົບອຸ່ນ ແລະ ຄວາມຮັກຂອງຄອບຄົວ. ລູກຂໍຂອບໃຈສໍາລັບການສະຫນັບສະຫນູນ ແລະ ຄວາມຮັກຂອງຄອບຄົວຕໍ່ລູກເຊິ່ງເປັນກຳລັງແຮງເຮັດໃຫ້ລູກບໍ່ສັບສົນຫລົງທາງໃນການຮຽນຢູ່ຕ່າງປະເທດ. ລູກສັນຍາວ່າຈະພະຍາຍາມຮຽນໃຫ້ຫນັກຂື້ນ, ຈະພະຍາຍາມບໍ່ເຮັດໃຫ້ພໍ່ແມ່ຕ້ອງຜິດຫວັງ. 

ສຸດທ້າຍນີ້, ລູກຢາກທີ່ຈະບອກພໍ່ກັບແມ່ວ່າ:” ລູກຮັກພໍ່ກັບແມ່ເດີ້!, ຂໍໃຫ້ພໍ່ກັບແມ່ມີຄວາມສຸກສະບາຍທັງຮ່າງກາຍແລະຈິດໃຈ”.

ຈັນທະວົງ ສຽວລຸ້ຍ 

ລະດູຮ້ອນປີ 2024

一封家书,温情跨越千山万水——肖冉的留学心声。从初到云南大学的不适应,到逐渐融入与成长,肖冉用真挚的笔触分享了他的大学生活与心路历程。家人的支持与鼓励,让他在异乡求学路上不再迷茫。一同感受肖冉的故事,见证他的蜕变与坚持。

亲爱的爸爸妈妈:

你们好!今天是2024年6月27日,距离我离开家来到云南大学已经快一年了。这一年里,我经历了许多,也学到了许多。今天,我想通过这封信,与你们分享我的大学生活。

2bafd36a923c6dec73a67d7148ed297

记得刚来到云南大学的时候,我远离了家乡和亲人,来到了一个陌生的环境。我感到非常不适应,这里的语言、文化、气候都和老挝很不一样,我经常会感到孤独和迷茫。但是,在老师和同学们的帮助下,我逐渐适应了这里的生活,学会了用中文交流,也结交了许多新朋友,我有三位室友,其中有两个来自老挝,一个来自马里,他们都给我了很多支持。

在云南大学,我学习的是新闻学专业。这里的课程非常丰富,我不仅学习了专业知识,还参加了许多实践活动。从三台山非遗传承基地到云纺博物馆,我学习到了很多知识,收获了友谊和成长。我越来越喜欢这里,也越来越热爱新闻学专业。

4ed323726fd531a9a3bead7d90398d6

在异乡求学,虽然离家千里,但我始终没有感觉到孤单。家人们的关心和支持始终伴随着我,给了我无尽的力量和勇气。每当我遇到困难和挑战时,都会想起你们,想起家中的温暖和爱。谢谢你们一直以来对我的支持和关爱。是你们的鼓励和支持,让我在异乡求学的道路上不再迷茫。我会继续努力学习,不辜负你们的期望和信任。

最后,我想说一声:家人们,我爱你们!希望你们一切安康,期待着与你们团聚的那一天。

肖冉

2024年夏

[ບັນນາທິການ:ໂລລາ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2024

07/20

14:18

ແບ່ງປັນ

ແປ
翻译