ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວໂລລາ)ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ຂອງກຸ່ມບໍລິສັດທາງລົດໄຟແຫ່ງຊາດໄທກ່າວວ່າ, ຈະທົດລອງແລ່ນລົດໄຟຂ້າມຊາຍແດນຈາກບາງກອກນະຄອນຫຼວງປະເທດໄທ ໄປຫາ ນະຄອນຫຼວງວຽງຈັນປະເທດລາວໃນເດືອນກໍລະກົດນີ້. ສື່ມວນຊົນຕ່າງໆໄດ້ອອກຂ່າວລາຍງານ, ໃນນັ້ນ ມີສື່ມວນຊົນແຂວງຢຸນນານກ່າວວ່າ, ເຊິ່ງນີ້ຈະເຮັດໃຫ້ການທ່ອງທ່ຽວໄປແຂວງຢຸນນານສະດອກສະບາຍກວ່າ, "ຂີ່ລົດໄຟຈາກຄຸນມິງໄປບາງກອກປະເທດໄທໄດ້ໄວໆນີ້."
ຕາມເວັບໄຊຂອງທໍານຽບນາຍົກລັດຖະມົນຕີໄທວ່າ, ເມື່ອບໍ່ດົນມານີ້ ກົມບໍລິສັບທາງລົດໄຟແຫ່ງຊາດໄທ ກະຊວງມະນາຄົມໄທ ໄດ້ປະກາດ ຄວາມຄືບໜ້າການເຈລະຈາກັບບໍລິສັດທາງລົດໄຟແຫ່ງຊາດລາວ, ສອງປະເທດມີແຜນການວ່າ ຈະດຳເນີນທົດລອງແລ່ນລົດໄຟຈາກອະພິວາບາງກອກຜ່ານອຸດອນ ທານີ ແລະ ໜອງຄາຍ ຫາ ສະຖານີຄຳສະຫວາດ ວຽງຈັນ ແຕ່ວັນທີ 13 ຫາ 14 ກໍລະກົດ.
ສະຖານີຄຳສະຫວາດ ວຽງຈັນ ເປັນສະຖານີລົດໄຟທີ່ສ້າງຂຶ້ນໃໝ່ ແລະ ເປັນຈຸດສິ້ນສຸດຂອງໂຄງການທາງລົດໄຟລາວ-ໄທ ໄລຍະທີສອງ ເຊິ່ງຂະຫຍາຍຈາກສະຖານີຄຳສະຫວາດ ໄປຫາ ສະຖານີທ່ານາແລ້ງ ຕາມທາງລົດໄຟລາວ-ໄທ ໄລຍະທີໜຶ່ງ ມີຄວາມຍາວທັງໝົດ 7.5 ກິໂລແມັດ.
ໃນຄວາມເປັນຈິງ, ປັດຈຸບັນນີ້ ຂະບວນລົດໄຟຈາກຄຸນມິງ ໄປຫາ ບາງກອກການເດີນທາງທັງໝົດໂດຍລົດໄຟ, ແລະ ຂະບວນລົດໄຟໂດຍກົງຈາກບາງກອກຫາວຽງຈັນທີ່ຈະມາເຖິງນີ້ ຈະເຮັດໃຫ້ການເດີນທາງໄດ້ສະດວກສະບາຍຫຼາຍຂຶ້ນ.
ສະຫຼຸບແລ້ວ, ຖ້າເຈົ້າເລືອກບ່ອນນັ່ງຊັ້ນ 2 ຂອງທາງລົດໄຟລາວ-ຈີນ ແລະ ຂະບວນລົດໄຟ ເລກ 134 ຖ້ຽວຂອງເສັ້ນທາງລົດໄຟລາວ-ໄທ ສາມາດເດີນທາງດ້ວຍລົດໄຟຈາກຄຸນມິງ ໄປ ບາງກອກໃນລາຄາບໍ່ສູງກວ່າ 800 ຢວນ. ອອກຈາກຄຸນໝິງໃນເວລາ 8 ໂມງເຊົ້າ, ສາມາດເຫັນຕາເວັນຂຶ້ນທີ່ບາງກອກໃນຕອນເຊົ້າມື້ຕໍ່ມາ.
近日,泰国国家铁路局官员表示将在 7 月试运行泰国首都曼谷至老挝首都万象的跨境列车。不少媒体进行了报道,其中云南媒体称这能为云南上大分,“从昆明坐火车去泰国曼谷将实现”。
据泰国总理府网站的消息,泰国交通部国家铁路局日前公布了与老挝国家铁路公司谈判的进展,两国计划在 7 月 13 日至 14 日试运行从曼谷阿皮瓦经乌隆、廊开至万象坎萨瓦站的列车。
万象坎萨瓦站是新修的一个火车站,是泰老铁路二期项目的终点,即从泰老铁路一期的终点塔纳棱站延至坎萨瓦站,全长7.5公里。
事实上,目前昆明至曼谷已能全程火车通行,即将开通的曼谷至万象直通列车将使旅程更便利。
综合而言,若选择中老铁路二等座以及泰国 134 次动车二等卧,从昆明到曼谷能够以不到 800 元人民币实现全程火车出行。上午 8 点从昆明出发,次日上午便能看到曼谷的朝阳。
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2024 —
07/08
00:00
— ແບ່ງປັນ —