ມາຈາກ:ສບາຍດີ
(ສະບາຍດີ ນັກຂ່າວໂລລາ)ວັນທີ 19 ພຶດສະພານີ້, ລົດເມທ່ອງທ່ຽວແລ່ນຕາມໜອງແສ ຕ່ຽນສື ຄຸນມິງ ໄດ້ເປີດການນຳໃຊ້. " ລົດເມທ່ອງທ່ຽວແລ່ນຕາມໜອງແສ ຕ່ຽນສື"ເປັນລົດເມສອງຊັ້ນທີ່ມີຄວາມສູງ 4.2 ແມັດ ເພື່ອສ້າງຂະບວນລົດຕູ້ທີ່ມີຫົວຂໍ້, ໄດ້ເລີ່ມຕົ້ນການເດີນທາງໃຫມ່.
ຕາມຂໍ້ມູນແຈ້ງໃຫ້ຮູ້ວ່າ: ລົດເມທ່ອງທ່ຽວແລ່ນຕາມໜອງແສ ຕ່ຽນສື ມີມີໄລຍະທາງ 37 ກິໂລແມັດ, ໃນນັ້ນ ມີ 18,4 ກິໂລແມັດເປັນທາງໄປ ແລະ 18,6 ກິໂລແມັດ ເປັນທາງກັບ,ເວລາໃຫ້ບໍລິການ(ໄລຍະທົດລອງເປີດນຳໃຊ້)9:30-17:00 ໃນແຕ່ລະມື້ ໄດ້ແລ່ນ 25 ກິໂລແມັດຕໍ່ຊົ່ວໂມງ. ຈຸດເລີ່ມຕົ້ນແມ່ນສະຖານີລົດເມ ໄຮ້ເກີນດາປາ ແລະ ຈຸດສຸດທ້າຍແມ່ນ ສວນສາທາລະນະ ກາງໂກເອີຍ(ເຂດສະຫວັນຢູ່ເທິງຟ້າ).ລາຄາປີ້ລົດເມແມ່ນ 9.9 ຢວນ ຕໍ່ຄົນ.
ສະຖາທີ່ທ່ອງທ່ຽວຕົ້ນຕໍທີ່ຕາມໜອງແສຕ່ຽນສື ປະກອບມີເສັ້ນທາງເຊືອກການທ່ອງທ່ຽວຄຸນມິງ, ເຂື່ອນ ໄຮເກັງ, ສວນສາທາລະນະດິນຊຸ່ມນິເວດວິທະຍາ ຫູປີນ, ສວນ ຢູຢວນ, ສວນສາທາລະນະ ດາກວາງຢອນ, ສວນສາທາລະນະ ກາງໂກເອີຍ(ເຂດສະຫວັນຢູ່ເທິງຟ້າ).
5月19日,昆明滇池黄金岸线旅游巴士开通试运行。“滇池黄金岸线旅游巴士”以4.2米双层巴士打造主题车厢,开启全新之旅。
据了解,昆明滇池黄金岸线旅游巴士营运里程37公里,其中上行18.4公里、下行18.6公里,营运时间(试运行)为每天9:30—17:00,运行时速25公里/小时。线路起点为海埂大坝公交车场,终点干沟尾湿地公园(天空之镜)。体验票价9.9元/人。
线路途经主要景点有昆明旅游索道、海埂大坝、湖滨生态湿地公园、庾园、大观楼公园、干沟尾湿地公园(天空之镜)。
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2024 —
05/20
00:00
— ແບ່ງປັນ —