ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວໂລລາ)ວັນທີ 16 ເມສານີ້, ນັກຂ່າວໄດ້ຮັບຂໍ້ມູນຈາກກຸ່ມບໍລິສັດທາງລົດໄຟຈີນຈຳກັດສາຂາຄຸນມິງວ່າ:ປີນີ້ແມ່ນບຸນຫົດນ້ຳ ແລະ ຂະບວນລົດໄຟໂດຍສານລະຫວ່າງປະເທດຕາມເສັ້ນທາງລົດໄຟລາວ-ຈີນເປີດນໍ້າໃຊ້ຄົບຮອບ 1 ປີ. ວັນທີ 13 ຫາ 15 ເມສາ,ຕອນຢູ້ບໍ່(ຢູ້ຊີ-ບໍ່ຫານ)ຕາມທາງລົດໄຟລາວ-ຈີນໄດ້ຂົນສົ່ງຜູ້ໂດຍສານບັນລຸເຖິງ 178.000 ເທື່ອຄົນ,ເພີ່ມຂຶ້ນ 18,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
ບຸນຫົດນ້ຳບໍ່ພຽງແຕ່ເປັນບຸນປະເພນີຂອງຊົນເຜົ່າໄຕລື້ແຂວງຢຸນນານເທົ່ານັ້ນ,ຍັງເປັນບຸນປີໄໝຂອງປະເທດໄທ, ລາວ, ກຳປູເຈຍ, ມຽນມາ ແລະ ປະເທດຕ່າງໆອີກດ້ວຍ,ໄດ້ດຶງດູດນັກທ່ອງທ່ຽວມາກິ່ງແຂວງສິບສອງພັນນາ ແລະ ປະເທດລາວເປັນຈຳນວນຫຼວງຫຼາຍ. ໃນຂະນະດຽວກັນ,ຂະບວນລົດໄຟໂດຍສານລະຫວ່າງປະເທດແຫ່ງທີ 2 ຂອງເສັ້ນທາງລົດໄຟ ລາວ-ຈີນ ຈາກກິ່ງແຂວງສິບສອງພັນນາ ຫາ ແຂວງຫຼວງພະບາງ ໄດ້ເປີດນໍາໃຊ້, ໄດ້ດຶງດູດນັກທ່ອງທ່ຽວຈີນ ແລະ ຕ່າງປະເທດເຂົ້າມາ"ເຊັກອິນ"ສະຖານທີ່ທ່ອງທ່ຽວທີ່ສຳຄັນສອງແຫ່ງນີ້.
ຕາມສະຖິຕິ, ແຕ່ວັນທີ 13 ຫາວັນທີ 15 ເມສານີ້, ຈຳນວນຂົນສົ່ງຜູ້ໂດຍສານຂອງສະຖານີສິບສອງພັນນາມີຫຼາຍກວ່າ 120.000 ເທື່ອຄົນ, ເປັນຈຳນວນສູງກວ່າທີ່ມີປະຫວັດສາດນັ້ນ; ດ່ານສະຖານີກວດກາບໍ່ຫານມີຜູ້ໂດຍສານເຂົ້າ-ອອກເຖິງ 2.090 ເທື່ອຄົນ,ໃນນັ້ນ ຜູ້ໂດຍສານເຂົ້າເມື່ອງມີ 1.216 ຄົນ ກວມເອົາ 58.2% ຂອງຈໍານວນນັກທ່ອງທ່ຽວເຂົ້າເມື່ອງຈີນ ແລະ ຫຼາຍກວ່າ 90% ຂອງຈໍານວນນັກທ່ອງທ່ຽວສ່ວນໃຫຍ່ແມ່ນການທ່ອງທ່ຽວ ແລະ ກັບໄປບ້ານເກີດເມືອງນອນ.
4月16日,记者从中国铁路昆明局集团有限公司获悉,今年泼水节活动恰逢中老铁路国际旅客列车开行一周年,4月13日—15日,中老铁路玉磨段旅客发送量达17.8万人次,较去年同期增长18.7%。
近日恰逢云南傣族等少数民族的泼水节,同时也是泰国、老挝、柬埔寨、缅甸等国家的传统新年,吸引大量游客到西双版纳、老挝旅游。同时,中老铁路第二趟国际旅客列车西双版纳至琅勃拉邦开行,吸引很多中外游客慕名“打卡”两大旅游胜地。
据统计,4月13日—15日,西双版纳站旅客到发量超12万人次,创历史新高;磨憨站出入境旅客2090人,其中入境旅客1216人,占出入境总人数的58.2%,90%以上的旅客以旅游、回乡为主。
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2024 —
04/16
00:00
— ແບ່ງປັນ —