ປະເທດໄທໄດ້ເພີ່ມທະວີການສົ່ງອອກໝາກໄມ້ເພື່ອຕອບສະໜອງຕະຫຼາດປະເທດຈີນ

ມາຈາກ:ສະບາຍດິ

ສະບາຍດີ ນັກຂ່າວໂລລາ)ຕາມຂ່າວສານຈາກ《ໜັງສືພິມເສດຖະກິດໄທ》ວ່າ: ວັນທີ 23 ມີນານີ້, ທ່ານປູຕັນ ຮອງນາຍົກລັດຖະມົນຕີໄທ ແລະ ລັດຖະມົນຕີກະຊວງພານິດໄທໄດ້ເຂົ້າຮ່ວມພິທີລົງນາມຂອງບົດບັນທຶກການຮ່ວມມືລະຫວ່າງບໍລິສັດ KAF ນໍາເຂົ້າ-ສົ່ງອອກຈຳກັດ ແລະ ສະມາຄົມການນໍາເຂົ້າ-ສົ່ງອອກຜະລິດຕະພັນກະສິກໍາໄທ-ຈີນ. ໂຄງການການຮ່ວມມືຄັ້ງນີ້ ເພື່ອແນໃສ່ຊຸກຍູ້ການສົ່ງອອກໝາກຖຸລຽນຂອງໄທໃຫ້ບັນລຸເຖິງ 20.000 ໂຕນ ແຕ່ເດືອນເມສາ ຫາ ມິຖຸນາ 2024 ໂດຍຄາດວ່າຈະມີມູນຄ່າເກີນ 3 ຕື້ບາດ.

ທ່ານປູຕັນກ່າວວ່າ, ໝາກຖຸລຽນຂອງໄທມີຊື່ສຽງທີ່ດີໃນຕະຫຼາດສາກົນ, ເຊິ່ງມີຄຸນນະພາບ ແລະ ຄວາມສາມາດບົ່ມຊ້ອນເປັນອັນດັບໜຶ່ງໃນໂລກ. ເພື່ອເພີ່ມທະວີຄວາມສາມາດແກ່ງແຍ້ງການສົ່ງອອກ, ປະເທດໄທໄດ້ເສີມຂະຫຍາຍລະບົບການຢັ້ງຢືນຄຸນນະພາບ ແລະ ການຕິດຕາມກວດກາແຫຼ່ງຜະລິດຂອງໝາກຖຸລຽນ ເພື່ອຮັບປະກັນຄຸນນະພາບ ແລະ ຄວາມປອດໄພຂອງຜະລິດຕະພັນສົ່ງອອກ. ພ້ອມກັນນັ້ນ, ປະເທດໄທຍັງໄດ້ຕັ້ງໜ້າຊອກຫາຕະຫຼາດໝາກໄມ້ທີ່ລາຄາເໝາະສົມກວ່າ, ເພີ່ມທະວີຄວາມໝັ້ນໃຈຂອງຕະຫຼາດໂລກຕໍ່ໝາກໄມ້ໄທທີ່ມີຄຸນນະພາບສູງ.

ທ່ານປູຕັນເນັ້ນໜັກວ່າ, ໝາກໄມ້ພິເສດ ຄື: ໝາກຖຸລຽນ ແລະ ໝາກມ່ວງຄຸດຂອງໄທມີທ່າແຮງອັນໃຫຍ່ຫຼວງຢູ່ຕະຫຼາດຈີນ, ປະເທດໄທຈະສືບຕໍ່ເພີ່ມທະວີຄວາມພະຍາຍາມສົ່ງອອກໝາກໄມ້ເພື່ອຕອບສະໜອງຄວາມຕ້ອງການຂອງຜູ້ບໍລິໂພກຈີນ.

ຕາມຂ່າວລາຍງານໃຫ້ຮູ້ວ່າ: ໃນປີ 2023, ມູນຄ່າການສົ່ງອອກໝາກໄມ້ສົດ,ໝາກໄມ້ແຊ່ແຂງ ແລະ ໝາກໄມ້ແຫ້ງຂອງໄທ ໄດ້ບັນລຸເຖິງ 238 ຕື້ບາດ. ໃນນັ້ນ, ມູນຄ່າການສົ່ງອອກໝາກຖຸລຽນ ແລະ ໝາກມ່ວງຄຸດ ໄດ້ບັນລຸ 141 ຕື້ບາດ ແລະ 17 ຕື້ບາດ ຕາມລຳດັບ.

据《泰国经济报》报道 3月23日,泰国副总理兼商业部长普坦出席了KAF进出口有限公司与泰中农产品进出口协会合作备忘录的签署仪式。此次合作旨在推动泰国榴莲在2024年4至6月期间出口达2万吨,预计价值将超过30亿泰铢。

普坦表示,泰国榴莲在国际市场上享有盛誉,其质量和潜力均居世界前列。为进一步提升出口竞争力,泰国正在加强榴莲的质量认证和追溯体系建设,以确保出口产品的质量和安全。同时,泰国也在以更优惠的价格积极寻找水果市场,增强世界市场对优质泰国水果的信心。

普坦强调,泰国榴莲和山竹等特色水果在中国市场具有巨大的潜力,泰国将继续加大出口力度,以满足中国消费者的需求。

据悉,2023年,泰国新鲜、冷冻和干果出口总价值高达2380亿泰铢,其中榴莲和山竹的出口额分别达到了1410亿泰铢和170亿泰铢。

[ບັນນາທິການ:ໂລລາ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2024

04/08

17:31

ແບ່ງປັນ

ແປ
翻译