ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວຄຳປະເສີດ)ວັນທີ 26 ມີນານີ້,ນັກຂ່າວໄດ້ຮັບຊາບຂໍ້ມູນຈາກກຸ່ມບໍລິສັດທາງລົດໄຟຈີນຈໍາກັດ ສາຂາ ຄຸນຫມິງວ່າ: ທາງລົດໄຟລາວ-ຈີນໄດ້ຮັບຫມາກຜົນອັນພົ້ນເດັ່ນໃນການຊຸກຍູ້ການດໍາເນີນງານ"ການຂົນສົ່ງຜູ້ໂດຍສານ"ຂອງຂະບວນລົດໄຟສິນຄ້າ,ມາຮອດວັນທີ25ມີນາ,ຂະບວນລົດໄຟສິນຄ້າ"ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ"ຕາມທາງລົດໄຟລາວ-ຈີນທີ່ໄດ້ກໍານົດສະຖານທີ່,ກໍານົດເວລາ,ກໍານົດເສັ້ນທາງ ແລະ ກໍານົດຖ້ຽວລົດໄຟໄດ້ບັນລຸຫຼາຍກວ່າ 1,000 ຖ້ຽວ,ປະລິມານການຂົນສົ່ງສິນຄ້າບັນລຸ 395.000 ໂຕນ.ບາດກ້າວບຸກທະລຸນີ້ບໍ່ພຽງແຕ່ຍົກສູງປະສິດທິຜົນດ້ານການຂົນສົ່ງສິນຄ້າຂ້າມຊາຍແດນເທົ່ານັ້ນ,ຫາກຍັງໄດ້ສະຫນອງ "ກໍາລັງແຮງດ້ານໂລຈິສຕິກ" ທີ່ເຂັ້ມແຂງໃຫ້ແກ່ການໄປມາຫາສູ່ກັນດ້ານເສດຖະກິດການຄ້າລະຫວ່າງຈີນກັບບັນດາປະເທດອາຊີໃຕ້-ອາຊີຕາເວັນອອກສ່ຽງໃຕ້ອີກດ້ວຍ.
ຕາມຂ່າວໃຫ້ຮູ້ວ່າ,ການດໍາເນີນງານຢ່າງສໍາເລັດຜົນຂອງຂະບວນລົດໄຟສິນຄ້າ"ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ"ຕາມທາງລົດໄຟລາວ-ຈີນແມ່ນຫມາກຜົນທີ່ສໍາຄັນຂອງການຮ່ວມມືທາງລົດໄຟລະຫວ່າງຈີນ-ລາວ,ທັງເປັນການສະແດງໃຫ້ເຫັນເຖິງການລົງເລິກການຮ່ວມມືດ້ານເສດຖະກິດ-ການຄ້າລະຫວ່າງສອງປະເທດ.ນັບແຕ່ເປີດນໍາໃຊ້ເປັນຕົ້ນມາ,ປະລິມານການຂົນສົ່ງສິນຄ້າໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ,ຈັງຫວະການແລ່ນລົດໄດ້ເພີ່ມຈາກທຸກໆ 2 ມື້ ຖ້ຽວໜຶ່ງຂຶ້ນເປັນມື້ລະຖ້ຽວ ເຊິ່ງໄດ້ຕອບສະໜອງຄວາມຕ້ອງການຂົນສົ່ງສິນຄ້າທີ່ມີຄວາມຮຽກຮ້ອງດ້ານເວລາຕ່າງໆ ເຊັ່ນ: ໝາກໄມ້, ດອກໄມ້ສົດ ແລະ ເຄື່ອງໃຊ້ໃນຊີວິດປະຈໍາວັນເປັນຕົ້ນ.
ເປັນເວລາ 2 ປີຜ່ານມາ,ໂດຍຜ່ານ “ທາງດ່ວນລ້ານຊ້າງ” ຕາມທາງລົດໄຟລາວ-ຈີນ, ໝາກໄມຕ່າງໆຈາກປະເທດລາວ ແລະ ໄທ ເຊັ່ນ: ໝາກທຸລຽນ, ໝາກມັງຄຸດ ແລະ ໝາກລຳໃຍເປັນຕົ້ນ ແລະ ຜັກກາດຫົວ,ຜັກກາດຂາວ ແລະ ໝາກພິລາເປັນຕົ້ນຂອງແຂວງຢຸນນານທີ່ມີສີສັນພິເສດຂອງຈີນ ສາມາດຖືກຂົນສົ່ງ ແລະ ຂາຍຢູ່ຕ່າງປະເທດໂດຍໄວ ແລະ ເຮັດໃຫ້ອາຫານຂອງປະຊາຊົນມີຄວາມອຸດົມສົມບູນ,ຍັງໄດ້ຊຸກຍູ້ການຮ່ວມມືດ້ານກະສິກຳ ແລະ ການໄປມາຫາສູ່ທາງການຄ້າລະຫວ່າງລາວ,ຈີນ ແລະ ໄທ.
3月26日,记者从中国铁路昆明局集团有限公司获悉,中老铁路在推进货物列车“客车化”运营方面取得显著成果,截至3月25日,定点、定时、定线、定车次的中老铁路“澜湄快线”国际货物列车累计开行突破1000列,运输货物量达到39.5万吨。这一突破不仅提升了跨境货物运输的时效,更为中国与南亚东南亚国家间的经贸往来提供了强劲的“物流动力”。
据了解,中老铁路“澜湄快线”国际货物列车的成功运营,是中老两国铁路合作的重要成果,也是两国经贸合作深化的重要体现。自开通以来,货运量持续攀升,列车开行频率从初期的隔日开行增至现在的每日开行,有效满足了果蔬、鲜花、生活快消品等各类对时限要求较高的货物运输需求。
两年多来,通过中老铁路“澜湄快线”,来自泰国、老挝的榴莲、山竹、龙眼等进口水果以及云南的西蓝花、白菜、石榴等特色出口果蔬得以快速销往国内外,丰富了人们的餐桌,也促进了中国与老挝、泰国等国的农业合作与贸易往来。
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2024 —
03/29
14:35
— ແບ່ງປັນ —