ທາງລົດໄຟຈີນ-ລາວຕອນພາຍໃນປະເທດລາວເປີດບໍລິການຂົນສົ່ງໄປສະນີດ່ວນເປັນຄັ້ງທຳອິດ

ມາຈາກ:ສະບາຍດີ

ສະບາຍດີ ນັກຂ່າວໂລລາ)ວັນທີ 1 ມີນານີ້, ນັກຂ່າວຈາກກຸ່ມບໍລິສັດທາງລົດໄຟລາວ-ຈີນໃຫ້ຮູ້ວ່າ:ເພື່ອເປີດກວ້າງປະເພດທຸລະກິດການຂົນສົ່ງ ແລະ ອຳນວຍຄວາມສະດວກໃຫ້ແກ່ປະຊາຊົນລຽບຕາມທາງລົດໄຟໃນການຂົນສົ່ງສິນຄ້າຢ່າງປອດໄພ, ສະດວກ ແລະ ວ່ອງໄວ, ບໍລິສັດທາງລົດໄຟລາວ-ຈີນ ທີ່ຮັບຜິດຊອບການບໍລິຫານງານທາງລົດໄຟລາວ-ຈີນຕອນພາຍໃນປະເທດລາວ ໄດ້ເປີດທຸລະກິດຂົນສົ່ງໄປສະນີດ່ວນເປັນຄັ້ງທຳອິດ.

ນັບແຕ່ໄດ້ເປີດບໍລິການທຸລະກິດດັ່ງກ່າວນັ້ນ ແຕ່ວັນທີ 20 ກຸມພາເປັນຕົ້ນມາ, ຂະບວນລົດໄຟ ຖ້ຽວ K12 ຈາກນະຄອນຫຼວງວຽງຈັນຫາດ່ານບໍ່ເຕ່ນໃນຕອນເຊົ້າທຸກວັນ ແລະ ຂະບວນລົດໄຟ ຖ້ຽວ K11 ຈາກບໍ່ເຕ່ນຫານະຄອນຫຼວງວຽງຈັນໃນຕອນບ່າຍທຸກວັນຈະອອກເດີນທາງກ່ອນ, ພະນັກງານລົດໄຟຈະຂົນຫີບໄປສະນີດ່ວນທີ່ບັນທຸກສິນຄ້າຂຶ້ນຕູ້ລົດໄຟ ແລະ ສົ່ງໄປເຖິງຈຸດໝາຍປາຍທາງຕາມກຳນົດ.

ນີ້ແມ່ນກໍຄືບໍລິສັດທາງລົດໄຟລາວ-ຈີນເປີດທຸລະກິດຂົນສົ່ງໄປສະນີດ່ວນຕາມທາງລົດໄຟລາວ-ຈີນເປັນຄັ້ງທຳອິດ ເພື່ອອຳນວຍຄວາມສະດວກໃຫ້ແກ່ລູກຄ້າໃນການຂົນສົ່ງສິນຄ້າ"ຂະໜາດນ້ອຍ, ຈຳນວນໜ້ອຍ ແລະ ສິນຄ້າຍ່ອຍ"ພ້ອມທັງຈະສາມາດ"ສົ່ງໄປເຖິງຈຸດໝາຍປາຍທາງໃນມື້ດຽວ" ເຊິ່ງຈະຊຸກຍູ້ການພັດທະນາຂະແໜງການທຸລະກິດເອກເລັກໂຕຣນິກຂອງປະເທດລາວ ແລະ ອຳນວຍຄວາມສະດວກໃຫ້ແກ່ຊີວິດການເປັນຢູ່ຂອງປະຊາຊົນລາວ ແລະ ການພັດທະນາເສດຖະກິດພາກພື້ນ.

记者1日从老中铁路有限公司获悉,为开拓运输业务种类、便利沿线民众安全快捷运输货物,负责中老铁路老挝段运营工作的老中铁路有限公司首次在当地开通快递运输业务。

从2月20日启动这项业务以来,每天上午从老挝首都万象开往磨丁的K12次列车和下午从磨丁至万象的K11次列车发车之前,列车工作人员都会把装满快递货物的快递箱搬上列车车厢并送往指定目的地。

这是老中铁路有限公司为方便客户安全快捷发运“零、散、小”货物,首次通过中老铁路开办快递运输业务,并实现“当日送达”。这将促进老挝电商行业发展,为老挝民众生活及区域经济发展提供便利。

[ບັນນາທິການ:ໂລລາ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2024

03/13

16:31

ແບ່ງປັນ

ແປ
翻译