ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວຄຳປະເສີດ )ງານວາງສະແດງດອກທິວລິບຄັ້ງທີ9ຂອງສວນສວນສາທາລະນະ ລາວຢູ້ຮື ໄດ້ເປີດໃຫ້ປະຊາຊົນເຂົ້າຊົມໃນວັນທີ 1 ກຸມພານີ້,ດອກທິວລິບເກືອບ1ລ້ານຕົ້ນໃນ22ຊະນິດພວມຄ່ອຍໆເບີກບານ,ໄດ້ດຶງດູດນັກທ່ອງທ່ຽວ ແລະ ພົນລະເມືອງຈໍານວນຫຼວງຫຼາຍມາຊົມດອກໄມ້ ແລະ ເຊັກອິນ,ງານວາງສະແດງດອກໄມ້ຄັ້ງນີ້ຈະດໍາເນີນໄປຮອດຕົ້ນເດືອນມີນານີ້.
ງານວາງສະແດງດອກໄມ້ກວມເອົາເນື້ອທີ່ປະມານ 1 ເຮັກຕາ ແລະ ນຳໃຊ້ແນວພັນທີ່ມີຄຸນນະພາບສູງທີ່ນຳເຂົ້າຈາກປະເທດເນເທີແລນ,ໄລຍະເວລາອອກດອກແບ່ງອອກເປັນ 3 ປະເພດຄື: ຕົ້ນ, ກາງ ແລະ ທ້າຍ,ມີສີທົ່ວໄປເຊັ່ນ: ສີແດງ, ສີບົວ, ສີເຫຼືອງ ແລະ ສີຂາວ ລວມທັງດອກສອງສີ.
ເຈົ້າໜ້າທີ່ຮັບຜິດຊອບສວນ ລາວຢູ້ຮື ກ່າວວ່າ:ການຈັດວາງດອກໄມ້ ດັ່ງກ່າວ ໄດ້ປູກຢ່າງສົມເຫດສົມຜົນຕາມສີຂອງດອກ,ໄລຍະເວລາອອກດອກ,ຄວາມສູງຂອງຕົ້ນ ແລະ ລັກສະນະອື່ນໆ ຂອງດອກທິວລິບທີ່ແຕກຕ່າງກັນ.ໃຫ້ແນ່ໃຈວ່າຄວາມສູງຂອງຕົ້ນໄມ້ເປັນປົກກະຕິແລະໄລຍະເວລາອອກດອກມີການປ່ຽນແປງຢ່າງເປັນລະບຽບເພື່ອຂະຫຍາຍໄລຍະເວລາການເບິ່ງຊົມ.ນອກຈາກນັ້ນ,ເພື່ອເພີ່ມປະສົບການຂອງນັກທ່ອງທ່ຽວ,ງານວາງສະແດງແມງໄມ້ ແລະ ສິລະປະຍັງຖືກຈັດຂຶ້ນຢູ່ສວນວິທະຍາສາດເຮືອນແກ້ວຢູ່ໃກ້ກັບບ່ອນວາງສະແດງດອກທິວລິບ.
捞渔河公园第九届郁金香花展已于2月1日对外开放,22个品种近100万株郁金香渐次开放,吸引众多游客市民前来赏花打卡,本次花展将持续到3月初。
此次花展面积约15亩,选用荷兰进口的优质种球,花期分为早、中、晚三类,有红色、粉色、黄色、白色等常见色以及双色花。
捞渔河公园负责人介绍,此次花展根据郁金香不同品种的花色、花期、株高等特性合理配植,确保植株高矮有律、花期更迭有序,延长整体观赏期。此外,为丰富游客们的游玩体验,郁金香花展旁的温室科普园内还举办了昆虫世界和森屿花美术馆艺术展览。(云南日报 见习记者舒倩)
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2024 —
02/29
17:07
— ແບ່ງປັນ —