ທາງລົດໄຟລາວ-ຈີນຊ່ວຍນັກທ່ອງທ່ຽວຈີນໄປທ່ຽວເຂດຊາຍແດນລາວ

ມາຈາກ:ສະບາຍດີ

ສະບາຍດີ ນັກຂ່າວໂລລາ)ກຸ່ມການທ່ອງທ່ຽວເຂດຊາຍແດນລາວ-ຈີນທີ່ປະກອບດ້ວຍນັກທ່ອງທ່ຽວຈີນ 116 ຄົນໄດ້ນຳໃຊ້ປີ້ກຸ່ມການທ່ອງທ່ຽວທາງລົດໄຟລາວ-ຈີນ ຈາກສະຖານີບໍ່ເຕ່ນໄປຫາແຂວງຫຼວງພະບາງສປປລາວໂດຍຂີ້ທາງລົດໄຟລາວ-ຈີນ. ນີ້ແມ່ນຄັ້ງທຳອິດທີ່ບໍລິສັດທາງລົດໄຟລາວ-ຈີນຈັດໃຫ້ບໍລິການແກ່ບັນດາກຸ່ມການທ່ອງທ່ຽວເຂດຊາຍແດນລາວ-ຈີນຖື "ບັດຜ່ານດ່ານສາຍແດນຈີນ-ລາວ (ສະເພາະການທ່ອງທ່ຽວຊາຍແດນ)".

ຕາມຂໍ້ມູນຈາກບໍລິສັດທາງລົດໄຟລາວ-ຈີນຈໍາກັດ ໃຫ້ຮູ້ວ່າ: ກຸ່ມການທ່ອງທ່ຽວຊາຍແດນທີ່ຈັດໂດຍກິ່ງແຂວງສິບສອງພັນນາ ສາມາດຈັດການທຸລະກິດປີ້ກຸ່ມຂອງທາງລົດໄຟລາວ-ຈີນ ພ້ອມດ້ວຍ "ບັດຜ່ານດ່ານສາຍແດນຈີນ-ລາວ (ສະເພາະການທ່ອງທ່ຽວຊາຍແດນ)"ສາມາດການທ່ອງທ່ຽວຈາກດ່ານບໍ່ເຕ່ນສປປລາວໄປຫາຫຼວງພະບາງສປປລາວໂດຍຂີ້ລົດໄຟລາວ-ຈີນ .ເຊິ່ງໄດ້ປະຫຍັດເວລາໃນການຜ່ານດ່ານ ແລະ ຍັງເປີດບໍລິການຊ່ອງທາງຜ່ານດ່ານໂດຍໄວອີກດ້ວຍ.

ນັບແຕ່ເດືອນກໍລະກົດຂອງປີກາຍນີ້ເປັນຕົ້ນມາ, ບໍລິສັດທາງລົດໄຟລາວ-ຈີນ ໄດ້ຮ່ວມມື ແລະ ປະສານງານກັບ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວສປປລາວ, ພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງຫຼວງພະບາງສປປລາວ ແລະ ກຸ່ມການວັດທະນະທຳ ແລະ ທ່ອງທ່ຽວກິ່ງແຂວງສິບສອງພັນນາສປຈີນ,ຮ່ວມກັນສ້າງຄວາມສະດວກໃຫ້ແກ່ນັກທ່ອງທ່ຽວທັງຫຼາຍ, ເຊິ່ງໄດ້ຄາດວ່າຈະເຮັດໃຫ້ນັກທ່ອງທ່ຽວນັບແສນຄົນມາທ່ຽວແຂວງຫຼວງພະບາງ, ເພີ່ມທະວີການພັດທະນາການທ່ອງທ່ຽວທ້ອງຖິ່ນຕື່ມອີກ.

一个由116名中国游客组成的中老边境旅游团25日使用中老铁路团体票,从老挝磨丁站乘坐中老铁路抵达老挝琅勃拉邦。这是老中铁路公司首次为持有“中华人民共和国出入境通行证(边境旅游专用)”的中老边境旅游团办理团体票业务。

据老中铁路公司介绍,西双版纳方面组织的边境旅游团可凭“中华人民共和国出入境通行证(边境旅游专用)”办理中老铁路团体票业务,从老挝磨丁铁路口岸乘中老铁路到老挝琅勃拉邦旅游。为缩短通关时间,公司还为旅游团提供绿色通道等服务。

自去年7月起,老中铁路公司与老挝新闻文化旅游部、老挝琅勃拉邦省新闻文化旅游厅、中国西双版纳州文化和旅游局联络协调,最终促成这一方便游客之举,预计每年将为琅勃拉邦带来数十万游客,进一步带动当地旅游业发展。

[ບັນນາທິການ:ໂລລາ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2024

02/02

09:43

ແບ່ງປັນ

ແປ
翻译