ງານມະຫາກຳໂຍນໝາກຄອນສາມປະເທດລາວ-ຈີນ-ຫວຽດນານຈັດຂຶ້ນຢູ່ເມືອງຈ່ຽງເສີງ

ມາຈາກ:ສະບາຍດີ

ແຕ່ວັນທີ 23ຫາວັນທີ25 ທັນວານີ້, ງານມະຫາກຳໂຍນໝາກຄອນ 03 ປະເທດ ຈີນ-ລາວ-ຫວຽດນາມຄັ້ງທີ 7 ແລະ ງານແລກປ່ຽນສິນຄ້າລຽບຊາຍແດນ 03 ປະເທດ ຈີນ-ລາວ-ຫວຽດນາມ(ປູເຮີ)ປີ 2023ໄດ້ຈັດຂຶ້ນຢູ່ເມືອງຈ່ຽງເສີງຊົນເຜົ່າຮານີແລະຊົນເຜົ່າຢີ້ປົກຄອງດ້ວຍຕົນເອງ.

ງານບຸນປີນີ້ດ້ວຍຫົວຂໍ້ວ່າ "ມິດຕະພາບໂຍນໝາກຄອນຍັງຄືເກົ່າ ການເດີນທາງໃຫມ່ເຂົ້າຮ່ວມມືກັນ",ຈະດຳເນີນການເຄື່ອນໄຫວທັງໝົດ 22 ແຫ່ງໃນ 5 ປະເພດ, ໃນນັ້ນມີງານແລກປ່ຽນສິນຄ້າ, ງານແລກປ່ຽນວັດທະນະທຳ 03 ປະເທດ, ການແຂ່ງຂັນວັດທະນະທຳແລະກິລາສາມຊະ03 ປະເທດ,ງານວາງສະແດງສິນລະປະສາກົນເມືອງຈ່າງເສີງ,ງານກິດຈະກຳກັບການຕ່າງປະເທດ.ກໍ່ສ້າງເວທີແລກປ່ຽນໃນຂົງເຂດເສດຖະກິດ, ວັດທະນະທຳ, ການຄ້າ, ການສຶກສາ, ການທ່ອງທ່ຽວ, ກິລາ, ສາທາລະນະສຸກ ແລະ ຂົງເຂດອື່ນໆ.

ໃນງານແລກປ່ຽນສິນຄ້າລຽບຊາຍແດນຄັ້ງນີ້, ມີບໍລິສັດຂອງຈີນ, ລາວ ແລະ ຫວຽດນາມ ເກືອບ 300 ແຫ່ງໄດ້ເຕົ້າໂຮມຢູ່ເມືອງຈ່ຽງເສີງເພື່ອໂຄສະນາບັນດາຜະລິດຕະພັນວັດທະນະທຳແລະການທ່ອງທ່ຽວ, ຜະລິດຕະພັນກະເສດ, ຜະລິດຕະພັນອຸດສາຫະກຳແບບສີຂຽວແລະຜະລິດຕະພັນອື່ນໆ, ເຊິ່ງໄດ້ລົງເລິກການຮ່ວມມືຢ່າງຮອບດ້ານ, ເປີດກວ້າງບັນດາຂົງເຂດການຮ່ວມມືຢ່າງບໍ່ຢຸດຢັ້ງ.ໃນໄລຍະນີ້, ເມືອງຈ່ຽງເສີງໄດ້ຈັດກອງປະຊຸມລົງນາມທີ່ໂຄງການການສົ່ງເສີມລົງທຶນ, ໂດຍມີ 26 ໂຄງການໄດ້ລົງນາມ, ດ້ວຍຍອດຈຳນວນເງິນການລົງທຶນ 14.5748 ຕື້ຢວນ.

12月23日至25日,第七届中老越三国丢包狂欢节暨2023年中老越三国(普洱)边境商品交易会在江城哈尼族彝族自治县举办。

本届节会以“丢包情依旧 携手新征程”为主题,开展边交会、三国文化交流、三国文体赛事、江城国际艺术展和外事等5大类共22项活动,搭建经济、文化、商贸、教育、旅游、体育、卫生等领域交流平台。

本届边交会上,中老越三国近300户企业齐聚江城,集中推介文化旅游产品、农特产品、绿色工业产品等各类产品,全面深化务实合作,不断拓展合作领域,共同创造更多商机。其间,江城县举行招商引资项目签约会,共签约项目26个,总投资额145.748亿元。

[ບັນນາທິການ:ໂລລາ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2023

12/26

00:00

ແບ່ງປັນ

ແປ
翻译