ທາງລົດໄຟລາວ-ຈີນເພີ່ມກໍາລັງຊີວິດໃໝ່ໃຫ້ແກ່ການພັດທະນາເສດຖະກິດສັງຄົມຂອງພາກພື້ນ

ມາຈາກ:ສະບາຍດີ

(ສະບາຍດີ ນັກຂ່າວໂລລາ)ນັບມາຮອດວັນທີ 2 ທັນວາ 2023, ທາງລົດໄຟລາວ-ຈີນເປີດນຳໃຊ້ຄົບຮອບ 2 ປີ, ໃນສອງປີຜ່ານມາ, ທາງລົດໄຟລາວ-ຈີນລວມໄດ້ຂົນສົ່ງຜູ້ໂດຍສານ 24,2 ລ້ານເທື່ອຄົນ, ແລະໄດ້ຂົນສົ່ງສິນຄ້າ 29,1 ລ້ານໂຕນ, ໄດ້ເສີມຂະຫຍາຍບົດບາດທີ່ເປັນຊ່ອງທາງຄຳດ້ານການຂົນສົ່ງນັບມື້ນັບພົ້ນເດັ່ນຂຶ້ນ, ເພີ່ມພະລັງຊີວິດໃໝ່ໃຫ້ແກ່ການພັດທະນາເສດຖະກິດສັງຄົມຂອງພາກພື້ນ.

1

ທີ່ໜຶ່ງແມ່ນດ້ານການຂົນສົ່ງຜູ້ໂດຍສານ,ເຊິ່ງເປັນທີ່ນິຍົມຂອງປະຊາຊົນ.ໃນປະເທດຈີນ,ສະເລ່ຍມີ 51 ຂະບວນລົດໄຟໂດຍສານແລ່ນໄດ້ຕໍ່ມື້, ມີຜູ້ໂດຍສານສູງສຸດ 83.000 ຄົນໃນມື້ດຽວ, ແລະ ມີຜູ້ໂດຍສານທັງໝົດ 20.46 ລ້ານຄົນ.ໃນປະເທດລາວ,ຂະບວນລົດໄຟໂດຍສານປະຈຳວັນໂດຍສະເລ່ຍໄດ້ເພີ່ມຂຶ້ນຈາກ 4 ຖ້ຽວໃນໄລຍະຕົ້ນມາເປັນ 10 ຖ້ຽວ,ມີຜູ້ໂດຍສານສູງສຸດ 10.197 ຄົນ, ມີຜູ້ໂດຍສານທັງໝົດ 3,74 ລ້ານຄົນໃນມື້ດຽວ.ພ້ອມກັນນັ້ນ, ທາງລົດໄຟລາວ-ຈີນໄດ້ເປີດນຳໃຊ້ລະບົບຂາຍປີ້ດ້ວຍ APP ທາງໂທລະສັບມືຖື, ແລະໄດ້ເພີ່ມຊ່ອງທາງຊຳລະເງິນແບບເອເລັກໂຕຣນິກຂອງທະນາຄານທ້ອງຖິ່ນ, ເພີ່ມສະຖານີຂາຍປີ້ຢູ່ນະຄອນຫຼວງວຽງຈັນ ແລະ ຫຼວງພະບາງ,ເຮັດໃຫ້ປະສົບການດ້ານການອອກເດີນທາງສະດວກຂຶ້ນຕື່ມອີກ.

2

ທີ່ສອງແມ່ນດ້ານການຂົນສົ່ງສິນຄ້າ, ອຳນວຍຄວາມສະດວກໃຫ້ແກ່ການແລກປ່ຽນດ້ານເສດຖະກິດການຄ້າ.ຂະບວນລົດໄຟຂົນສົ່ງສິນຄ້າຂ້າມຊາດຈາກ 2 ຂະບວນຕໍ່ວັນໃນໄລຍະຫາກໍເປີດນຳໃຊ້ໄດ້ເພີ່ມຂຶ້ນເປັນ 14 ຂະບວນຕໍ່ວັນໃນປັດຈຸບັນ; ທາງລົດໄຟລາວ-ຈີນຂົນສົ່ງສິນຄ້າສາກົນ"ສາຍດ່ວນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ" ບັນລຸ 400 ຂະບວນ;ສິນຄ້າເຫຼົ່ານີ້ສາມາດສົ່ງໄປເຖິງ 12 ປະເທດທີ່ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ເຊັ່ນ: ລາວ, ໄທ, ຫວຽດນາ, ມຽນມາ ແລະ ອື່ນໆ ແລະ 31 ແຂວງ(ເຂດປົກຄອງຕົນເອງ ແລະ ກຳແພງນະຄອນ)ຂອງຈີນ.

3

ທີ່ສາມແມ່ນໃນດ້ານການທ່ອງທ່ຽວ,ສົ່ງເສີມການພັດທະນາເສດຖະກິດ.ພາກສ່ວນທາງລົດໄຟທັງສອງປະເທດຈີນ-ລາວຕັ້ງໜ້າຮ່ວມມືກັບພາກສ່ວນທ່ອງທ່ຽວຂອງສອງປະເທດ, ໄດ້ເປີດເສັ້ນທາງທ່ອງທ່ຽວຫຼາຍເສັ້ນລະຫວ່າງນະຄອນຄຸນມິງກັບນະຄອນຫຼວງວຽງຈັນ, ເຊິ່ງໄດ້ຊຸກຍູ້ໃຫ້ເສດຖະກິດທ່ອງທ່ຽວຂອງກິ່ງແຂວງສິບສອງພັ່ນນາຂອງຈີນ ແລະ ແຂວງຫຼວງພະບາງຂອງລາວພັດທະນາຢ່າງວ່ອງໄວ. ແຕ່ເດືອນມັງກອນຫາເດືອນກັນຍາ 2023, ນັກທ່ອງທ່ຽວຕ່າງປະເທດທີ່ໄປທ່ຽວປະເທດລາວໄດ້ບັນລຸເຖິງ 2,4 ລ້ານເທື່ອຄົນ, ເພີ່ມຂຶ້ນ 285% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.

4

ທີ່ສີ່ແມ່ນດ້ານການຄຸ້ມຄອງແລະການດໍາເນີນງານລົດໄຟ,ຮັບປະກັນການຂົນສົ່ງທີ່ປອດໄພ.ໄດ້ອອກແຮງອົບຮົມຜູ້ມີຄວາມຮູ້ຄວາມສາມາດດ້ານທາງລົດໄຟໃຫ້ແກ່ປະເທດລາວແລະປັບປຸງທັກສະການປະຕິບັດງານຂອງພະນັກງານລາວຢ່າງຮອບດ້ານ.ພະນັກງານລາວ 800 ກວ່າຄົນຂອງບໍລິສັດທາງລົດໄຟລາວ-ຈີນນັ້ນມີ 90% ຂຶ້ນໄປໄດ້ມີຕຳແໜ່ງງານແລ້ວ, ໄດ້ເຂົ້າຮ່ວມການດຳເນີນງານຂອງທາງລົດໄຟລາວ-ຈີນ ແລະ ກາຍເປັນຜູ້ມີຄວາມຮູ້ຄວາມສາມາດດ້ານເຕັກນິກທາງລົດໄຟຮຸ່ນທຳອິດຂອງປະເທດລາວ.

5

6

ທາງລົດໄຟຈີນ-ລາວໄດ້ຕິດຕັ້ງ “ເຄື່ອງຈັກ” ໃຫ້ແກ່ການພັດທະນາຂະແໜງການຕ່າງໆທີ່ລຽບຕາມທາງລົດໄຟລາວ-ຈີນ, ທັງໄດ້ເພີ່ມພະລັງຊີວິດໃໝ່ໃຫ້ແກ່ການພັດທະນາເສດຖະກິດຂອງເຂດອາຊີຕາເວັນອອກສຽງໃຕ້. ຄຽງຄູ່ກັບການດຳເນີນງານຂອງທາງລົດໄຟລາວ-ຈີນໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງ, ທາງລົດໄຟຈີນ-ລາວຈະກາຍເປັນເສັ້ນທາງແຫ່ງການພັດທະນາ, ເສັ້ນທາງແຫ່ງການສ້າງຄວາມຜາສຸກ ແລະ ເສັ້ນທາງແຫ່ງມິດຕະພາບຂອງປະຊາຊົນທັງສອງປະເທດລາວ-ຈີນຢ່າງແນ່ນອນ.

截至12月2日,中老铁路开通运营迎来两周年,运输安全保持稳定,累计发送旅客2420万人次,其中老挝段374万人次,发送货物2910万吨,其中跨境货物超600万吨,黄金大通道效应日益凸显,为区域经济社会发展注入新活力。

1

一是客运量质齐升,深受民众青睐。国内段,日均开行旅客列车51列,单日最高发送旅客8.3万人次,累计发送旅客2046万人次。老挝段,日均开行旅客列车由开通初期的4列增至目前的10列,单日最高发送旅客10197人次,累计发送旅客374万人次。启用互联网手机App售票系统并增加当地银行电子支付渠道,增设万象市、琅勃拉邦市内售票点,出行体验进一步提升。

2

二是畅通物流通道,助力经贸往来。跨境货物列车每日开行数量由开通初期的2列增加到目前的14列;中老铁路“澜湄快线”国际货物列车达400列,货物运输辐射老挝、泰国、越南、缅甸等12个“一带一路”共建国家和国内31个省(区、市)主要城市。

3

三是旅游方面,助力经济发展。中老铁路部门积极与两国旅游部门合作,在昆明和万象间开通了多条旅游线路,推动了西双版纳、琅勃拉邦等地旅游经济快速发展。据统计,2023年1月至9月,西双版纳接待游客5409万人次,实现旅游总收入732亿元,同比分别增长38%、47%;前往老挝旅游的外国游客达到240万人次,同比增长285%。

4

四是强化运维管理,保障安全畅通。大力培养老挝本土铁路人才,全面提升老挝员工实践操作技能,800余名老挝员工中有近九成已定岗定职,参与到中老铁路运营工作中,成为老挝第一代铁路技术人才。

5

6

中老铁路为中老铁路沿线各行各业发展加装了“引擎”,为东南亚经济发展增添了新的生机。随着中老铁路的不断完善,中老铁路必将成为中老两国人民的发展之路、繁荣之路、友谊之路。

[ບັນນາທິການ:ໂລລາ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2023

12/21

16:17

ແບ່ງປັນ

ແປ
翻译