ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວໂລລາ)ເວລາ 9 ໂມງ 49 ນາທີຂອງວັນທີ 3 ທັນວານີ້, ຂະບວນລົດໄຟຂົນສົ່ງສິນຄ້າສາກົນ “ຈີນ-ເອີຣົບ+ສາຍດ່ວນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” ແລະ ຂະບວນລົດໄຟຂົນສົ່ງສະບຽງອາຫານລາວຕາມທາງລົດໄຟລາວ-ຈີນວຖ້ຽວທຳອິດ ໄດ້ອອກເດີນທາງຈາກສະຖານີລົດໄຟບໍ່ຫານຂອງທາງລົດໄຟລາວ-ຈີນໃນຂະນະດຽວກັນ, ທາງລົດໄຟລາວ-ຈີນທີ່ເປັນເສັ້ນທາງທອງຄຳທີ່ໄດ້ເປີດການນໍາໃຊ້ຄົບຮອບ 2 ປີ ແລະ ຂະບວນລົດໄຟຈີນ-ເອີຣົບທີ່ເປັນເສັ້ນທາງຂົນສົ່ງສິນຄ້າສາກົນທີ່ສຳຄັນ ໄດ້ບັນລຸການເຊື່ອມຈອດກັນຢ່າງມີປະສິດທິຜົນ ເຊິ່ງໄດ້ສ້າງຄວາມລຸລ່ວງໃຫ້ກັບເສັ້ນທາງລົດໄຟອາຊີ-ເອີຣົບທີ່ເຊື່ອມຕໍ່ລະຫວ່າງ “ອາຊີຕາເວັນອອກສຽງໃຕ້-ຄຸນໝິງ-ເສີງຕູ່-ເອີຣົບ”.
ຂະບວນລົດໄຟຂົນສົ່ງສິນຄ້າສາກົນ “ຈີນ-ເອີຣົບ+ສາຍດ່ວນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ”ອອກຈາກສະຖານີ Gornerioນະຄອນຫຼວງມົສກູ ປະເທດຣັດເຊຍ ຫຼັງຈາກເຂົ້າປະເທດຜ່ານດ່ານມັງຈອງລີແລ້ວ ໂດຍທາງລົດໄຟລາວ-ຈີນແລ່ນຜ່ານສະຖານີບໍ່ຫານເຂົ້າປະເທດລາວ ແລະ ສຸດທ້າຍມາຮອດສະຖານີ Madapou ໃນບາງກອກປະເທດໄທ, ການເດີນທາງທັງຫມົດໃຊ້ເວລາປະມານ 22 ມື້, ເຊິ່ງປະຫຍັດເວລາປະມານ 20 ມື້ເມື່ອທຽບກັບເສັ້ນທາງການຂົນສົ່ງທາງທະເລແບບດັ້ງເດີມ. ໂດຍໄດ້ເປີດນຳໃຊ້ເປີດຂະບວນລົດໄຟຂົນສົ່ງສິນຄ້າສາກົນ “ຈີນ-ເອີຣົບ+ສາຍດ່ວນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ”ຖ້ຽວທຳອິດ, ໄດ້ເປີດເສັ້ນທາງລົດໄຟສາກົນ"ເສັ້ນທາງລົດໄຟລາວ-ຈີນ+ເສັ້ນທາງລົດໄຟອາຊີ-ເອີຣົບ"ຢ່າງເປັນທາງການ.
ໃນຂະນະດ່ຽວກັນ,ຂະບວນລົດໄຟຂົນສົ່ງສະບຽງອາຫານລາວຕາມທາງລົດໄຟລາວ-ຈີນຖ້ຽວທຳອິດເດີນທາງອອກຈາກສະຖານີບໍ່ຫານຕາມທາງລົດໄຟລາວ-ຈີນ ເປັນຂີດໝາຍສະແດງໃຫ້ເຫັນວ່າ,ການຂົນສົ່ງສະບຽງອາຫານຂອງລາວໄດ້ບຸກເບີກຊ່ອງທາງໃໝ່ແລ້ວ. ຫຼັງຈາກຂະບວນລົດໄຟຂົນສົ່ງສະບຽງອາຫານລາວຂອງທາງລົດໄຟລາວ-ຈີນຖ້ຽວທຳອິດເດີນທາງອອກ, ຄາດວ່າອີກສອງວັນອາຫານລາວຈະຮອດສະຖານີເມີງຈື້ເໜືອຂອງແຂວງຢຸນນານຈີນ ແລະ ຂົນສົ່ງຕໍ່ໄປທ້ອງຖິ່ນຕ່າງໆຂອງທົ່ວປະເທດຈີນ ເຊິ່ງເວລາການຂົນສົ່ງໄດ້ຫຼຸດລົງ 1 ຫາ 2 ວັນ ແລະ ຕົ້ນທຶນການຂົນສົ່ງໄດ້ຫຼຸດລົງ 20% ເມື່ອທຽບກັບການຂົນສົ່ງທາງຫຼວງ ເຊິ່ງເປັນການຍົກສູງປະສິດທິພາບດ້ານການຂົນສົ່ງຢ່າງຫຼວງຫຼາຍ.
12月3日9点49分,“中欧+澜湄快线”国际货运专列和中老铁路老挝粮食专列,同时在中老铁路磨憨站首发,运营满两年的中老铁路黄金大通道与中欧班列国际物流大通道实现有效衔接,切实打通了“东南亚-昆明-成都-欧洲”的铁路亚欧大通道。
“中欧+澜湄快线”中老铁路国际货运专列,从俄罗斯莫斯科戈尔内廖站出发,经过满洲里口岸入境后,再由中老铁路发往磨憨站出境,最终抵达泰国曼谷马达埔站,全程运行约22天,相比传统海运路线,节约了约20天时间。随着“中欧+澜湄快线”中老铁路国际货运专列首发,“中老铁路+中欧班列”国际铁路运输大通道正式打通。
同时,首列满载老挝粮食(玉米)的中老铁路老挝粮食专列从中老铁路磨憨站发车,标志着老挝粮食运输开辟了新通道。而随着首列中老铁路老挝粮食专列首发,预计2天后就可以到达云南蒙自北站,并集散至全国各地,全程运行时间相较公路运输减少1至2天,运输成本下降20%,大大提高了运输效率。
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2023 —
12/20
16:22
— ແບ່ງປັນ —