ຊຽງເກີຫຼີລະຂອງໂລກ|ເຂດຊຸມຊົນຈີງລອງ: ການນໍາໃຊ້ລັກສະນະຊົນເຜົ່າເພື່ອແຕ້ມຮູບພາບໃຫມ່ທີ່ຄວາມສາມັກຄີແລະຄວາມກ້າວຫນ້າ

ມາຈາກ:ສະບາຍດີ

(ສະບາຍດີ ນັກຂ່າວໂລລາ)ວັນທີ 18 ພະຈິກນີ້, ຊຽງເກີຫຼີລະໄດ້ມີຫິມະຕົກເທື່ອທຳອິດຂອງປີນີ້, ເມືອງ ຕູຫືຊົນແມ່ນເມືອງເກົ່າແກ່ທີ່ມີປະຫວັດສາດຫຼາຍພັນປີແລ້ວ,ຕັ້ງຢູ່ເທິງພູພຽງ.ຍ່າງເຂົ້າໄປເຂດໃຈກາງເມືອງບູຮານຕູຫືຊົນຂອງເຂດຊຸມຊົນຈີງລອງ,ຄໍາຂວັນທີ່ຄວາມສາມັກຄີຂອງຊົນເຜົ່າສາມາດເຫັນໄດ້ຢູ່ທົ່ວທຸກແຫ່ງ, ສ້າງບັນຍາກາດທີ່ເປັນມິດ, ຊຸກຍູ້ການແລກປ່ຽນແລະການເຊື່ອມໂຍງວັດທະນະທໍາຂອງທຸກຊົນເຜົ່າ.

1

ເຂດຊຸມຊົນຈີງລອງ ແມ່ນເຂດຊຸມຊົນທີ່ມີຫຼາຍຊົນເຜົ່າ ເຊັ່ນ:ຊົນເຜົ່າຕິເບດ, ຊົນເຜົ່ານາຊີ, ຊົນເຜົ່າຢິ, ຊົນເຜົ່າລີຊູ, ຊົນເຜົ່າບາຍ,ຊົນເຜົ່າເຫີຍ,ຊົນເຜົ່າຮານແລະອື່ນໆ.ໃນປີ2020, ໄດ້ຮັບເລືອກຕັ້ງຊື່ເປັນເຂດຊຸມຊົນສາທິດຊົນເຜົ່າທີ່ມີຄວາມສາມັກຄີແລະຄວາມກ້າວໜ້າຂອງແຂວງຢຸນນານ. ໃນເດືອນກຸມພາ ປີ2022, ເຂດຊຸມຊົນໄດ້ມີພະນັກງານວຽກງານກ່ຽວກັບຊົນເຜົ່າແລະສາສະໜາ, ເສີມຂະຫຍາຍກຳລັງແຮງວຽກງານຊົນເຜົ່າແລະສາສະໜາຂອງເຂດຊຸມຊົນ ແລະ ຮັບປະກັນໃຫ້ວຽກງານຊົນເຜົ່າແລະສາສະໜາຂອງພັກຢູ່ຂັ້ນຮາກຖານມີຄວາມເຂົ້າໃຈ, ການຄຸ້ນຄອງ ແລະ ດຳເນີນໄປດ້ວຍດີ.

2

ທ່ານຢາງຢົງຊິງຫົວໜ້າຄະນະກຳມະການປະຊາຊົນຂອງເຂດຊຸມຊົນຈີງລອງສະແດງໃຫ້ຮູ້ວ່າ:ເຂດຊຸມຊົນຈີງບໍ່ພຽງແຕ່ສືບຕໍ່ປະຫວັດສາດເທົ່ານັ້ນ, ແຕ່ຍັງສອກຄ່ອງກັບທັນສະໄໝອີກດ້ອຍ, ຕໍ່ພາຍໃນ,ໄດ້ສ້າງຕັ້ງຮູບແບບ "ອິນເຕີເນັດ + ການກໍ່ສ້າງພັກ" ,ໄດ້ສ້າງ "ເວທີຂໍ້ມູນໃຫຍ່ເຄືອຂ່າຍຊຽງເກີຫຼີລະທີ່ກົມກຽວ"ແລະປະຕິບັດຕາມການເຊື່ອມໂຍງຂອງໄລອ໋ອນແລະອອນໄລນ໌. ຮັບປະກັນຄວາມປອດໄພຂອງເຂດຊຸມຊົນແລະເຮັດໃຫ້ເຂດຊຸມຊົນເປັນທີ່ຢູ່ອາໄສທີ່ຄວາມເຊື່ອເນື້ອໃຈແລະອົບອຸ່ນ.ຕໍ່ພາຍນອກ, ສ້າງຕັ້ງຂຶ້ນຄະນະຊາວຫນຸ່ມການທ່ອງທ່ຽວວັດທະນະທໍາ ຊຽງເກີຫຼີລະເພື່ອສ້າງລະບົບ "ອົງການຈັດຕັ້ງ + ອົງການຊາວໜຸ່ມອາສາສະໝັກ" ເພື່ອແກ້ໄຂຄວາມວຸ້ນວາຍເຊັ່ນ: ເຄື່ອງນຸ່ງທີ່ບໍ່ມີມາດຕະຖານ ແລະ ລາຄາທີ່ບໍ່ໝັ້ນຄົງໃນອຸດສາຫະກໍາຖ່າຍຮູບແລະການທ່ອງທ່ຽວຂອງເມືອງບູຮານ.

3

“ຊາວເຂດຈີງລອງ ບໍ່ວ່າຊົນເຜົ່າໃດກໍສະເຫຼີມສະຫຼອງບຸນຕ່າງໆ,ເຕັ້ນລຳຂອງຊົນເຜົ່າຮ່ວມກັນ, ນັ້ນກໍ່ແມ່ນວັດທະນະທຳແລະກິດຈະກຳຂອງເຂດຈີງລອງ”. ທ່ານຢາງຢົງຊິງແນກນໍາວ່າ: ເຂດຊຸມຊົນຈີງລອງໄດ້ນຳໃຊ້ທ່າແຮ່ຂອງເມືອງບູຮານທີ່ມີວັດທະນະທຳຕູຄືຊອງຢ່າງເຕັມສ່ວນເພື່ອພັດທະນາອຸດສາຫະກຳການທ່ອງທ່ຽວຢ່າງແຂງແຮງ, ຊຸກຍູ້ການແລກປ່ຽນແລະການເຊື່ອມໂຍງວັດທະນະທໍາຂອງບັນດາຊົນເຜົ່າໂດຍຜ່ານການທ່ອງທ່ຽວ.ຍຶດໝັ້ນແນວຄວາມຄິດ “ພັດທະນາວັດທະນະທຳແລະທ່ອງທ່ຽວແບບເຊື່ອມໂຍງເຂົ້າກັນ”ແລະ ພັດທະນາວັດທະນະທຳຖັກແສ່ວຂອງຕິເບດ, ວັດທະນະທຳຖາງກາ ແລະ ຫັດຖະກຳຂອງຊົນເຜົ່າອື່ນໆຢ່າງຕັ້ງໜ້າ. ດຳເນີນກິດຈະກຳ“ຈ້າງຕັງກວາງໂຈ່ວ”ແລະກິດຈະກຳຖ່າຍທອດວັດທະນະທຳຊົນເຜົ່າຕ່າງໆ.ຍັງຈັດຕັ້ງກິດຈະກຳຕ່າງໆໃຫ້ທຸກຄົນມາເຕົ້າໂຮມກັນຢູ່“ສະໜາມຫຼວງຢຸນກວາງ”ໃນເມືອງບູຮານຕູຄືຊອງ ເພື່ອຮ້ອງເພງ, ຟ້ອນລຳຮ່ວມກັນໃນໂອກາດບຸນປະເພນີ, ງານບຸນ ແລະ ເວລາຫຼັງອາຫານແລງ.ດັ່ງນັ້ນ,ເຊື່ອມໂຍງວັດທະນະທຳຊົນເຜົ່າເຂົ້າໄປໃນຊີວິດປະຈຳວັນຂອງປະຊາຊົນທຸກຊົນເຜົ່າ ແລະ ສົ່ງເສີມວັດທະນະທຳຂອງບັນດາເຜົ່າທີ່ໄດ້ເຂົ້າໃຈກັນ, ເຊື່ອມໂຍງ ແລະ ພັດທະນາວັດທະນະທໍາຢ່າງມີຫົວຄິດປະດິດສ້າງ.

4

ເພື່ອອຳນວຍຄວາມສະດວກໃຫ້ແກ່ປະຊາຊົນທຸກຊົນເຜົ່າ, ເຂດຊຸມຊົນຈີງລອງໄດ້ປັບປຸງ ແລະ ກໍ່ສ້າງສະຖານທີ່ຊຸມຊົນ ເຊັ່ນ:ສະໜາມບານບ້ວງ, ຫໍສະໝຸດ, ຮ້ານກາແຟ, ຫ້ອງພັກຜ່ອນອາວຸໂສ ແລະ ສະຖານທີ່ພັກຜ່ອນຢ່ອນອາລົມອື່ນໆ, ເຮັດໃຫ້ປະຊາຊົນບັນດາເຜົ່າທີ່ດຳລົງຊີວິດຢູ່ເຂດຊຸມຊົນຈີງລອງໄດ້ດີ. ໂດຍອີງໃສ່ທ່າແຮ່ຂອງການຮ່ວມມືຫຼາຍດ້ານຂອງຫຼາຍຊົນເຜົ່າ, ໄດ້ສ້າງຕັ້ງ"ມັງກອນທອງທີ່ກົມກຽວກັນ"ຫໍວາງສະແດງຄວາມສາມັກຄີຊົນເຜົ່າ , ສູນປະສົບການມໍລະດົກວັດທະນະທຳຂອງເມືອງບູຮານແລະສະຖານທີ່ອື່ນໆ, ຍັງຈັດຕັ້ງກິດຈະກຳຕ່າງໆເຊັ່ນ:ງານວາງສະແດງຄວາມສາມັກຄີຊົນເຜົ່າ , ງານວາງສະແດງຮູບແຕ້ມຕົວໜັງສື ແລະ ການແຕ້ມຮູບ, ງານວາງສະແດງສິລະປະ, ງານມິດຕະພາບຊາວໜຸ່ມໄດ້ຈັດຂຶ້ນເລື້ອຍໆ. ໂດຍນຳໃຊ້ບັນດາກໍລະນີຕົວຈິງຂອງຄອບຄົວຫຼາຍຊົນເຜົ່າທີ່ດຳລົງຊີວິດຢ່າງກົມກຽວກັນ, ພວກເຮົາໄດ້ແຕ້ມຮູບພາບເຄື່ອນໄຫວທີ່ເຮັດໃຫ້ຈິດໃຈຂອງປະຊາຊົນຈີນບັນດາເຜົ່າຢ່າງແຂງແຮງ.

5

11月18日,香格里拉迎来今年的初雪,独克宗这座隐藏在高原上的千年古城。走入位于独克宗古城核心区的金龙社区,民族团结的标语随处可见,处处营造着促进各民族交往交流交融的友好氛围。

1

金龙社区是一个藏族、纳西族、彝族、傈僳族、白族、回族和汉族等多民族和谐共处的社区。2020年被命名为云南省民族团结进步示范社区。2022年2月,社区配备了1名民族宗教干事,充实了社区民族宗教工作力量,使党的民族宗教工作在基层有人懂、有人抓、抓得好。

2

金龙社区居民委员会主任杨永兴表示,金龙社区既赓续历史,又与时俱进,对内建立了“互联网+党建”模式,创建了“和谐香格里拉网络大数据平台”,坚持线上线下相结合,保障社区安全,让社区成为居民最放心、最安心的港湾。对外建立起了香格里拉文旅青年联盟,构建 “团组织+青年志愿者组织” 体系,整治古城旅拍行业服装不标准、价格不稳定等乱象。

3

“金龙居民不分民族共过民族节日、共跳民族舞蹈,都是金龙的民俗文化与活动。”杨永兴介绍到。金龙社区充分利用独克宗文化古镇优势,大力发展旅游产业,以旅游促进各民族交往交流交融。坚持“文旅融合发展”理念,大力发展藏绣文化、唐卡文化等民族手工业。开展“建塘锅庄”等民族文化传习活动,在各民族的传统节日、节庆活动以及茶余饭后组织大家齐聚独克宗古城“月光广场”一起唱歌跳舞,使民族文化融入各族群众日常生活,推动各民族文化互鉴交融、创新发展。

4

为了方便各族群众,金龙社区升级改造修建了社区综合楼、篮球场、图书室、咖啡馆、老年休息室等文娱康乐设施一应俱全,让生活在金龙社区的各族群众有了一个互相交流的平台。依托多民族共居的优势设立“和谐金龙”民族团结展厅、古城非遗体验中心等场所,不定期举办民族团结成就展、书画摄影展、文艺演出、青年联谊等活动。用一个个多民族家庭和睦相处的真实案例,绘就出铸牢中华民族共同体意识的动人画卷。

5

[ບັນນາທິການ:ໂລລາ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2023

11/21

17:03

ແບ່ງປັນ

ແປ
翻译