ສືບຕໍ່ເພີ່ມທະວີການຮ່ວມມືໃນດ້ານການຫັນເປັນດີຈີຕອນລະຫວ່າງສປປລາວ ກັບ ສປຈີນ

ມາຈາກ:ສະບາຍດີ

(ສະບາຍດີ ນັກຂ່າວໂລລາ)ເມື່ອບໍ່ດົນມານີ້,ໄດ້ຈັດຂຶ້ນກອງປະຊຸມເວທີປາໄສຂັ້ນສຸດຍອດການຮ່ວມມືສາກົນດ້ານເສດຖະກິດດີຈີຕອນ“ໜຶ່ງແລວໜຶ່ງເສັ້ນທາງ” ຄັ້ງທີ 3 .ທ່ານບໍ່ວຽງຄໍ່າ ກະຊວງເຕັກໂນຊີແລະການສື່ສານ ສະແດງໃຫ້ຮູ້ວ່າ: ປັດຈຸບັນ, ຜູ້ອອກແຮງງານດ້ານເຕັກໂນໂລຊີແລະການສື່ສານກວມໜ້ອຍກວ່າ 1%ຂອງກໍາລັງແຮງງານທັງໝົດໃນລາວ. ຂໍ້ມູນນີ້ທີ່ຈໍາກັດດ້ານຄຸນນະພາບ ແລະ ປະລິມານ,ພວກເຮົາຈໍາເປັນຕ້ອງສ້າງກໍາລັງແຮງງານດ້ານເຕັກໂນໂລຊີແລະການສື່ສານ ກວມເອົາເພີ່ມຂຶ້ນ 3%, ເພື່ອສົ່ງເສີມການຂະຫຍາຍຕົວເສດຖະກິດດິຈິຕອນຂອງປະເທດເຮົາ.

"ສປຈີນໄດ້ຊ່ວຍເຫຼືອກະຊວງເຕັກໂນຊີແລະການສື່ສານຂອງສປປລາວສ້າງຕັ້ງສູນຝຶກອົບຮົມ,ເພື່ອຊ່ວຍປູກຊັບພະຍາກອນມະນຸດດ້ານການສື່ສານ.ໃນເວລາດຽວກັນ, ພວກເຮົາກໍາລັງປຶກສາຫາລືກັບສປຈີນທີ່ຈະສ້າງສູນຂໍ້ມູນຂະຫນາດໃຫຍ່ໃນລາວເພື່ອສົ່ງເສີມການແກ້ໄຂຄວາມທຸກຍາກ."ທ່ານບໍ່ວຽງຄໍ່າ ກ່າວວ່າ, ລາວຈະສືບຕໍ່ດຳເນີນການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດກັບຈີນໃນຂໍ້ລິເລີ່ມ "ໜຶ່ງແລວໜຶ່ງເສັ້ນທາງ", ຮ່ວມກັນດ້ານພັດທະນາເສດຖະກິດດີຈີຕອນ, ເພີ່ມທະວີການຫັນເປັນດິຈິຕອນແລະນະໂຍບາຍດ້ານການສື່ສານແລະການຮ່ວມມື.ຮ່ວມກັນສ້າງ "ເສັ້ນທາງສາຍໄໝດິຈິຕອນ",ເພີ່ມທະວີການຮ່ວມມືດ້ານການກໍ່ສ້າງພື້ນຖານໂຄງລ່າງດີຈີຕອນ ແລະ ຊຸກຍູ້ການເຊື່ອມຈອດກັບເຕັກໂນຊີແລະການສື່ສານ. ສ້າງເວທີການຮ່ວມມືດ້ານວິທະຍາສາດ ແລະ ເຕັກໂນໂລຢີ, ສູນວາງສະແດງນະວັດຕະກຳວິທະຍາສາດ ແລະ ເຕັກໂນໂລຢີ, ແລະ ດຳເນີນການກໍ່ສ້າງເຂດສາທິດຕົວເມືອງສະຫຼາດ.ພ້ອມກັນນັ້ນ, ພວກເຮົາຈະລົງເລິກການນຳໃຊ້ເຕັກໂນໂລຊີດິຈິຕອນໃນອຸດສາຫະກຳພື້ນເມືອງເຊັ່ນ: ກະສິກຳ, ພະລັງງານ, ການສຶກສາ ແລະ ການຜະລິດ. "ພວກເຮົາຫວັງຢ່າງຍິ່ງວ່າລາວກັບຈີນສາມາດສືບຕໍ່ເພີ່ມທະວີການຮ່ວມມືໃນການຫັນເປັນດິຈິຕອນ."

在日前召开的第三届“一带一路”国际合作高峰论坛数字经济高级别论坛上,老挝技术通信部部长波万坎表示,目前,通信技术劳动力在老挝劳动力总量中占比不到1%,这在质量上和数量上都有所局限,我们需要创造占劳动力总量3%的通信技术劳动力,才能够促进本国的数字经济增长。

“中国帮助老挝技术通信部建立了一个培训中心,来帮助培养通信人力资源。同时我们正与中国探讨,在老挝建立一个大型数据中心,以促进减贫。”波万坎表示,老挝将继续在“一带一路”倡议框架下与中国开展互利合作,共同开发数字经济,加强数字转型,增强政策沟通和合作,共建“数字丝绸之路”,加强在数字基础设施建设领域的合作,促进信通技术互联互通。建立科技合作平台、科技创新展示中心,并开展智慧城市示范区的建设。同时,深化数字技术在传统行业,比如农业、能源、教育和制造业等方面的应用。“我们强烈希望中老之间能够继续加强数字转型合作。”

[ບັນນາທິການ:ໂລລາ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2023

11/17

16:10

ແບ່ງປັນ

ແປ
翻译