ເຄືອຂ່າຍການຂົນສົ່ງຕາມທາງລົດໄຟຈີນ-ລາຂະຫຍາຍການພັດທະນາສູ່ 12 ປະເທດທີ່ຮ່ວມສ້າງ "ໜຶ່ງແລວໜຶ່ງເສັ້ນທາງ"

ມາຈາກ:ສະບາຍດີ

ສະບາຍດີ ນັກຂ່າວສະໜຸກ)ທາງລົດໄຟຈີນ-ລາວຂົນສົ່ງສິນຄ້າຂາເຂົ້າຂາອອກໄດ້ເກີນ 5 ລ້ານໂຕນ

ເຄືອຂ່າຍການຂົນສົ່ງຕາມທາງລົດໄຟຈີນ-ລາຂະຫຍາຍການພັດທະນາສູ່ 12 ປະເທດທີ່ຮ່ວມສ້າງ "ໜຶ່ງແລວໜຶ່ງເສັ້ນທາງ"

ຕາມສະຖິຕິຈາກດ່ານພາສີນະຄອນຄຸນໝິງ, ຈົນຮອດວັນທິ 31 ສິງຫາ ປີ2023, ດ່ານພາສີນະຄອນຄຸນໝິງໄດ້ກວດກາ ແລະ ປ່ອຍໄປສິນຄ້າຂາເຂົ້າຂາອອກທີ່ຂົນສົ່ງຕາມທາງລົດໄຟລວມເຖິງ 5.123.100 ໂຕນ. ເຄືອຂ່າຍການຂົນສົ່ງຕາມທາງລົດໄຟຈີນ-ລາໄດ້ເຊື່ອມໂຍງກັບ 31 ແຂວງ (ເຂດ, ນະຄອນ) ໃນພາຍໃນປະເທດ, ແລະເຊື່ອມໂຍງກັບປະເທດລາວ, ໄທ, ກຳປູເຈຍ, ສິງກະໂປທັງໝົດ 12 ປະເທດທີ່ຮ່ວມສ້າງ "ໜຶ່ງແລວໜຶ່ງເສັ້ນທາງ".

ຕອນເຊົ້າ 10 ໂມງ ວັນທິ 12 ເດືອນກັນຍານີ້, ມີຂະບວນລົດໄຟຂົນສົ່ງສິນຄ້າ“ເໝີຍຫຼານexpress”ຕາມທາງລົດໄຟຈີນ-ລາວທີ່ບັນທຸກໝາກໄມ້, ຜັກ, ສິນຄ້າເອເລັກໂຕຼນິກ, ຜະລິດຕະພັນໄຟຟ້າແສງຕາເວັນ ແລະ ສິນຄ້າອື່ນໆດ້ວຍມູນຄ່າ 3,15 ລ້ານກວ່າຢວນຖ້ຽວໜຶ່ງ, ອອກເດີນທາງຈາກສະຖານີພາກຕາເວັນຕົກ ວາງຈ່ຽຍຢິງຂອງຄຸນໝິງໄປສູ່ປະເທດລາວພາຍຫຼັງຜ່ານການກວດກາໂດຍດ່ານພາສີເຂດພາກກາງແຂວງຢຸນນານທີ່ຂຶ້ນກັບດ່ານພາສີນະຄອນຄຸນໝິງ.“ສິນຄ້າຊຸດນີ້ຕາມຮູບແບບ'ຜ່ານດ່ານໄວຕາມທາງລົດໄຟ', ບໍລິສັດສາມາດເຮັດສໍາເລັດການແຈ້ງການພາສີ, ການກວດກາແລະການເຮັດວຽກອື່ນໆຢູ່ດ່ານພາສີທ້ອງຖິ່ນທີ່ໃກ້ທີ່ສຸດ, ລົດໄຟສາມາດອອກເດີນທາງໄດ້ຫຼັງຈາກກວດເບິ່ງວ່າບໍ່ມີຄວາມຜິດປົກກະຕິ. ເມື່ອລົດໄຟໄປເຖິງດ່ານທາງລົດໄຟ ບໍ່ຫານ, 'ປ່ອງຢ້ຽມບໍລິການໃບສັ່ງ' ຈະເກັບຂໍ້ມູນການອອກເດີນທາງ ແລະ ມາຮອດໂດຍອັດຕະໂນມັດ, ດ່ານພາສີສາມາດປ່ອຍໄປໄດ້ພາຍຫຼັງກວດກາຂໍ້ມູນເປັນປົກກະຕິດ້ວຍແອັບໃບສັ່ງແລ້ວ.”ຜູ້ຮັບຜິດຊອບຫ້ອງການກວດກາດ່ານທາງລົດໄຟຂອງດ່ານພາສີ ເມືອງລ້າທີ່ຂຶ້ນກັບດ່ານພາສີນະຄອນຄຸນໝິງແນະນໍາວ່າ.

ນັບແຕ່ທາງລົດໄຟຈີນ-ລາວເປີດນໍາໃຊ້ເປັນຕົ້ນມາ, ດ່ານພາສີຄຸນໝິງປິ່ນອ້ອມບໍລິການການເປີດປະຕູສູ່ພາຍນອກຢ່າງມີຄຸນນະພາບສູງ, ໄດ້ປະກາດໃຊ້ 18 ມາດຕະການເພື່ອເພິ່ມທະວີປັບປຸງສະພາບແວດລ້ອມແຫ່ງດໍາເນີນທຸລະກິດຕຶ່ມອີກ, ແລະສ້າງ 13 ມາດຕະການອຳນວຍຄວາມສະດວກໃນການຜ່ານດ່ານໃຫ້ແກ່ບໍລິສັດ, ລົງເລິກປະຕິຮູບຮູບແບບດໍາເນີນທຸລະກິດເປັນ“ການຜ່ານດ່ານແບບປະສົມປະສານ”ແລະ “ຜ່ານດ່ານໄວຕາມທາງລົດໄຟ”, ພ້ອມກັນນັ້ນ, ຕັ້ງໜ້າຊຸກຍູ້ການກໍ່ສ້າງດ່ານຊາຍແດນແບບອັດສະລິຍະ, ເພີ່ມທະວີການແລກປ່ຽນ ແລະ ແບ່ງປັນຂໍ້ມູນຂ່າວສານກັບພາກສ່ວນທາງລົດໄຟ ແລະ ອື່ນໆ, ສົ່ງເສີມການນຳໃຊ້ອຸປະກອນກວດກາທີ່ມີລະດັບສູງ.

ຕາມແນະນໍາວ່າ, ປະເພດສິນຄ້າຂົນສົ່ງຕາມທາງລົດໄຟຈີນ-ລາວນັບມື້ນັບສົມບູນ, ຜັກ ແລະ ດອກໄມ້ຂອງແຂວງຢຸນນານ, ເຄື່ອງຈັກ ແລະ ຜະລິດຕະພັນໄຟຟ້າຂອງແຂວງສີຊວນ, ອາໄລ່ ແລະ ເຄື່ອງປະກອບຍານພາຫະນະຂອງນະຄອນຈົງຊິງ ແລະ ສິນຄ້າອື່ນໆຂົນສົ່ງເຂົ້າສູ່ບັນດາປະເທດອາຊຽນໂດຍລົດໄຟຂົນສົ່ງສິນຄ້າສາກົນຕາມທາງລົດໄຟຈີນ-ລາວ, ຜະລິດຕະພັນແຮ່ທາດ, ໝາກໄມ້ ແລະ ສິນຄ້າເອກະລັກປະເທດອາຊຽນກໍ່ເຂົ້າສູ່ຕະຫຼາດຈີນຢ່າງຕໍ່ເນື່ອງ. ຜູ້ຮັບຜິດຊອບກ່ຽວຂ້ອງຂອງບໍລິສັດແຈ້ງພາສີ ລຽວກູ ສິບສອງພັນນຈໍາກັດວ່າ, “ນັບແຕ່ທາງລົດໄຟຈີນ-ລາວເປີດນໍາໃຊ້ເປັນຕົ້ນມາ, ເວລາຂົນສົ່ງໝາກທຸລຽນໄທຈາກສວນຮອດປະເທດຈີນໄດ້ຫຼຸດສັ້ນຈາກ 5 ວັນ ຫາ 7 ວັນເປັນ 3 ວັນ, ຄ່າໃຊ້ຈ່າຍປະຫຍັດເກີນ 30%.”

中老铁路进出口货运量逾500万吨

中老铁路运输网对外辐射至12个共建“一带一路”国家

据昆明海关统计,截至2023年8月31日,昆明海关累计监管验放中老铁路进出口货运总量达512.31万吨。中老铁路运输网对内已联通31个省(区、市),对外辐射至老挝、泰国、柬埔寨、新加坡等12个共建“一带一路”国家。

9月12日上午10时,一列满载总货值超315万元的果蔬、电子产品、光伏产品等货物的中老铁路“澜湄快线”货物列车,经昆明海关所属滇中海关监管验放后,驶出昆明王家营西站开向老挝。“这批货物采用‘铁路快通’模式,企业可就近在属地海关完成报关申报、查验等工作,查验无异常后即可发车。列车一到磨憨铁路口岸,‘单一窗口’就会自动触发运抵数据,海关在舱单系统确认数据传输正常后就可直接放行。”昆明海关所属勐腊海关铁路口岸监管科负责人介绍。

中老铁路开通运营以来,昆明海关围绕服务高水平对外开放,推出18条措施进一步优化营商环境,为企业量身定制了13项通关便利化措施,深化“通关一体化”“铁路快通”等业务模式改革,同时积极推进智慧海关建设,加强与铁路等部门的信息数据共享,推进高科技监管查验设备应用。

据介绍,中老铁路发送货物品类日益丰富,云南的蔬菜和鲜花、四川的机电产品、重庆的汽车配件等搭乘中老铁路国际货物列车运达东盟国家,东盟国家的矿产品、水果等特色产品也源源不断进入中国市场。西双版纳寮谷报关有限公司相关负责人说:“中老铁路开通后,泰国榴莲从果园到国内的运输时间从原来的5天至7天缩短至3天,成本节约超过30%。”(记者 刘子语 通讯员 郭娟 南江露)


[ບັນນາທິການ:ສະໜຸກ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Yuan Yan]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2023

09/18

16:00

ແບ່ງປັນ

ແປ
翻译