ກິ່ງແຂວງ ແລະ ນະຄອນຕ່າງໆຂອງແຂວງຢຸນນານພວມຕັ້ງໜ້າກະກຽມເຂົ້າຮ່ວມງານວາງສະແດງສິນຄ້າຈີນ-ອາຊີໃຕ້ຄັ້ງທີ 7

ມາຈາກ:ສະບາຍດີ

ສະບາຍດີ ນັກຂ່າວສະໜຸກ)ງານວາງສະແດງສິນຄ້າຈີນ-ອາຊີໃຕ້ຄັ້ງທີ 7 ແລະ ງານວາງສະແດງສິນຄ້າຂາເຂົ້າ-ຂາອອກຄຸນໝິງຂອງຈີນຄັ້ງທີ 27 ຈະຈັດຂຶ້ນຢູ່ນະຄອນຄຸນໝິງໃນວັນທິ 16 ຫາ ວັນທິ 20 ສິງຫານີ້. ປີນີ້ແມ່ນປີຄົບຮອບ 10 ປີທີ່ສະເໜີອອກຂໍ້ລິເລີ່ມຮ່ວມສ້າງ“ໜຶ່ງແລວໜຶ່ງເສັ້ນທາງ”, ພາຍໃຕ້ຫົວຂໍ້“ສາມັກຄີ ປະສານງານກັນ ເພື່ອສະແຫວງຫາ ການພັດທະນາຮ່ວມກັນ”, ກິ່ງແຂວງ ແລະ ນະຄອນຕ່າງໆໃນແຂວງຂ້າພະເຈົ້າພວມຈັດການວຽກງານຕ່າງໆ, ເພີ່ມທະວີການແລກປ່ຽນ ແລະ ເຊື່ອມໂຍງລະຫວ່າງສອງຝ່າຍ ແລະ ຫຼາຍຝ່າຍໃນຂົງເຂດຕ່າງໆຢ່າງຕໍ່ເນື່ອງ, ຫວັງວ່າໄດ້ຮັບໝາກຜົນຢ່າງຫຼວງຫຼາຍໃນດ້ານການແລກປ່ຽນວັດທະນະທໍາ ແລະ ການເຊື່ອມຕໍ່ຂະແໜງການ, ຮ່ວມສ້າງເຂດການເປີດປະຕູສູ່ພາຍນອກທີ່ມີລະດັບສູງຂອງແຂວງຢຸນນານ.

ພົ້ນອອກເອກະລັກສະເພາະ ສະແດງໃຫ້ເຫັນຜົນໄດ້ຮັບຢ່າງເຕັມທີ່.

“ພວກເຮົາຈະອີງໃສ່ຊັບພະຍາກອນທໍາມະຊາດຂອງຮ່ອມພູໃຫຍ່ແມ່ນໍ້າ ນູ້ຈຽງ, ຈັດຕັ້ງວິສາຫະກິດດກະສິກໍານິເວດສີຂຽວ, ວິສາຫະກິດການຄ້າ ແລະ ວິສາຫະກິດວັດທະນະທໍາທ່ອງທ່ຽວເຂົ້າຮ່ວມງານວາງສະແດງຄັ້ງນີ້, ເພື່ອຊຸກຍູ້ການເຊື່ອມໂຍງພັດທະນາລະຫວ່າງງານວາງສະແດງ ກັບ ການທ່ອງທ່ຽວ, ຜະລິດຕະພັນກະເສດ, ຂະແໜງການເອກະລັກ, ເສດຖະກິດສົ່ງອອກ ແລະ ອື່ນໆ, ຊຸກຍູ້ໃຫ້ກິ່ງແຂວງ ນູ້ຈຽງ ອອກໄປທົ່ວໂລກ. ”ທ່ານ ເຫີເໝີຍຊຸນ, ຮອງຫົວໜ້າກົມການຄ້າຂອງກິ່ງແຂວງປົກຄອງຕົນເອງຊົນເຜົ່າ ລີຊູ ໄດ້ແນະນຳວ່າ, ໃນດ້ານການອອກແບບຫ້ອງວາງສະແດງ ແລະ ຜະລິດຕະພັນ, ໄດ້ພົ້ນເດັ່ນເອກະລັກຂອງທີ່ຕັ້ງ ແລະ ວັດທະນະທໍາຊົນເຜົ່າ, ແລະສະແດງໃຫ້ເຫັນທ່າແຮງດ້ານຊັບພະຍາກອນ, ວັດທະນະທໍາ ແລະ ທ່ອງທ່ຽວຂອງກິ່ງແຂວງນູ້ຈຽງຢ່າງຮອບດ້ານ, ພະຍາຍາມລົງນາມສັນຍາໂຄງການໃຫຍ່ ແລະ ໂຄງການທີ່ດີຈໍານວນໜຶ່ງແບບໂຮມສູນຢູ່ງານວາງສະແດງສິນຄ້າຄັ້ງນີ້.

ໃນງານວາງສະແດງສິນຄ້າຄັ້ງນີ້, ກິ່ງແຂວງສິບສອງພັນນາປົກຕອງຕົນເອງເຊົາເຜົ່າໄຕຈະປະກົດຕົວຢູ່ຫ້ອງວາງສະແດງກະສິກໍາທັນສະໄໝທີ່ມີລັກສະນະພູພຽງ, ຫ້ອງວາງສະແດງວັດທະນະທໍາ ແລະ ການທ່ອງທ່ຽວ, ຫ້ອງວາງສະແດງແພດຊີວະສາດ ແລະ ສຸຂະພາບແບບໃຫຍ່, ຫ້ອງວາງສະແດງເສດຖະກິດດ່ານຊາຍແດນ ແລະ ຫ້ອງວາງສະແດງເສດຖະກິດຊັບພະຍາກອນທັງໝົດ 5 ຫ້ອງ, ສະແດງໃຫ້ເຫັນຜົນງານ, ກໍາລັງປົ່ມຊ້ອນ ແລະ ທ່າແຮງດ້ານການພັດທະນາຂອງທ້ອງຖິ່ນໃນການເປີດປະຕູສູ່ພາຍນອກຕາມລຽບທະເລ ແລະ ຕັ້ງໜ້າເຊຶ່ອມໂຍງເຂົ້າກັບ ແລະ ບໍລິການໃຫ້ການກໍ່ສ້າງ“ໜຶ່ງແລວໜຶ່ງເສັ້ນທາງ”, ປະຈຸບັນນີ້, ໄດ້ຈັດຕັ້ງບັນດາວິສາຫະກິດທີ່ຢືນຢູ່ແຖວໜ້າເຂົ້າຫ້ອງວາງສະແດງ.

ດຶງດູດນໍາເຂົ້າວິສາຫະກິດຂະໜາດໃຫຍ່ ຍາດແຍ່ງກາລະໂອກາດການພັດທະນາໃໝ່

ນະຄອນ ຈູຈິງ ຈະປະກົດຕົວຢູ່ຫ້ອງວາງສະແດງເສດຖະກິດຊັບພະຍາກອນ, ຫ້ອງວາງສະແດງເສດຖະກິດສວນອຸດສາຫະກໍາ, ຫ້ອງວາງສະແດງການຜະລິດແບບທັນສະໄໝ, ຫ້ອງວາງສະແດງວັດທະນະທໍາ ແລະ ການທ່ອງທ່ຽວ, ຫ້ອງວາງສະແດງກະສິກໍາທັນສະໄໝທີ່ມີລັກສະນະພູພຽງ ແລະ  ຫ້ອງວາງສະແດງແພດຊີວະສາດ ແລະ ສຸຂະພາບແບບໃຫຍ່ທັງໝົດ 6 ຫ້ອງ, ນະຄອນໄດ້ຈັດຕັ້ງຄະນະຊີ້ນໍາວຽກງານການກະກຽມ, ດ້ວຍແນວຄິດນະວັດຕະກໍາໃໝ່, ສີຂຽວ ແລະ ການປະຫຍັດ, ເພື່ອປະຕິບັດວຽກງານການກະກຽມຕ່າງໆຢ່າງເປັນຕົວຈິງ ແລະ ລະອຽດຮຽບຮ້ອຍ.

ເພື່ອເຮັດວຽກການກະກຽມງານວາງສະແດງສິນຄ້າຄັ້ງນີ້, ກິ່ງແຂວງອູນຊ່ານປົກຄອງຕົນເອງຊົນເຜົ່າຊວ້າງເອົາໃຈໃສ່ ແລະ ຈັດຕັ້ງ 76 ວິສາຫະກິດ (ບໍລິສັດ) ປະກົດຕົວຢູ່ຫ້ອງວາງສະແດງເສດຖະກິດຊັບພະຍາກອນ, ຫ້ອງວາງສະແດງເສດຖະກິດດ່ານຊາຍແດນ, ຫ້ອງວາງສະແດງເສດຖະກິດສວນອຸດສາຫະກໍາ, ຫ້ອງວາງສະແດງການຜະລິດແບບທັນສະໄໝ, ຫ້ອງວາງສະແດງວັດທະນະທໍາ ແລະ ການທ່ອງທ່ຽວ, ຫ້ອງວາງສະແດງກະສິກໍາທັນສະໄໝທີ່ມີລັກສະນະພູພຽງ ແລະ  ຫ້ອງວາງສະແດງແພດຊີວະສາດ ແລະ ສຸຂະພາບແບບໃຫຍ່ທັງໝົດ 7 ຫ້ອງຕໍາລໍາດັບ. ທ່ານ ຝົງລູ້ຍ ຜູ້ຮັບຜິດຊອບຫ້ອງການການຄ້າຕ່າງປະເທດຂອງກົມການຄ້າກິ່ງແຂວງ ອຸນຊ່ານ ສະແດງວ່າ, ກິ່ງແຂວງ ອຸນຊ່ານມີຊັບພະຍາກອນຢ່າງອຸດົມສົມບູນ, ທ່າແຮງທີ່ຕັ້ງພູມສັນຖານຢ່າງດີ, ຫວັງວ່າຜ່ານງານວາງສະແດງຄັ້ງນີ້, ສາມາດສະແດງໃຫ້ເຫັນຜະລິດຕະພັນຊັບພະຍາກອນທີ່ມີເອກະລັກກິ່ງແຂວງອູນຊ່ານ ແລະ ສະພາບແວດລ້ອມແຫ່ງດໍາເນີນທຸລິກິດຢ່າງດີ, ເຮັດໃຫ້ຄົນຫຼາຍຮູ້ຈັກກິ່ງແຂວງ ອຸນຊ່ານ ແລະ ດຶງດູດຄົນຫຼາຍມາລົງທຶນ ແລະ ດໍາເນີນທຸລະກິດຢູ່ໃນກິ່ງແຂວງ ອຸນຊ່ານ.

第7届中国—南亚博览会暨第27届中国昆明进出口商品交易会将于8月16日至20日在昆明举办。今年正值共建“一带一路”倡议提出10周年,聚焦“团结协作,共谋发展”主题,我省各州市紧锣密鼓做好组织工作,不断加强各领域双边、多边深度交流融合,以期在人文交流、产业对接等方面取得丰硕成果,共同构筑云南对外开放新高地。

突出特色 全方位展示成果.

“我们将立足怒江大峡谷自然资源禀赋,组织绿色生态农业、商贸和文旅企业参展,促进会展与旅游、农特产品、特色产业、外向型经济等融合发展,推动怒江走出去。”怒江傈僳族自治州商务局副局长和梅春介绍,在展馆设计和产品方面,突出地域和民族文化特色,全方位展示怒江自然资源和文旅优势,争取一批大项目、好项目在南博会上集中签约。

本届南博会上,西双版纳傣族自治州将亮相高原特色现代农业馆、文化旅游馆、生物医药和大健康馆、口岸经济馆、资源经济馆5个场馆,充分展示当地在沿边开放及主动融入和服务“一带一路”建设中的发展成果、潜力和优势,目前已组织各龙头企业入驻场馆。

招大引强 抢抓发展新机遇

曲靖市参展领域涉及资源经济馆、园区经济馆、先进制造业馆、文化旅游馆、高原特色现代农业馆、生物医药和大健康馆6个板块,该市成立筹备工作领导小组,以创新、绿色、节俭的办会理念,全力以赴抓实抓细各项筹备工作。

为做好本次南博会筹备工作,文山壮族苗族自治州精心组织76家企业(单位)分别亮相资源经济馆、口岸经济馆、园区经济馆、先进制造业馆、文化旅游馆、高原特色现代农业馆、生物医药和大健康馆7个展馆。文山州商务局外经贸科负责人冯瑞表示,文山州资源丰富,区位优势良好,希望通过此次展览,将文山特色资源产品、良好的营商环境展示出去,让更多人看见文山,吸引更多人到文山投资兴业。(云南日报 记者刘宇丹 李寿华 黄翘楚 戴振华 沈浩 张雯 见习记者彭少杰 王世涵)


[ບັນນາທິການ:ສະໜຸກ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2023

08/11

17:52

ແບ່ງປັນ

ແປ
翻译