ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວສຸດໃຈ) ໃນວັນທີ 15 ກໍລະກົດນີ້, ພາຍໃຕ້ການຊີ້ນຳຂອງກົມພົວພັນສາກົນສູນກາງຂອງສັນນິບາດຊາວໜຸ່ມກອມມູນິດຈີນ, ຄະນະກຳມະການສັນນິບາດຊາວໜຸ່ມກອມມູນິດແຂວງຢຸນນານ, ຄະນະກຳມະການຊາວໜຸ່ມກອມມູນິດແຂວງຢຸນໜານ, ຫ້ອງວ່າການພົວພັນຕ່າງປະເທດຂອງອຳນາດການປົກຄອງແຂວງຢຸນນານ ແລະ ສະມາຄົມມິດຕະພາບກັບຕ່າງປະເທດແຂວງຢຸນນານໄດ້ຮ່ວມກັນຈັດກິດຈະກຳການແລກປ່ຽນມິດຕະພາບສຳລັບຊາວໜຸ່ມຊາຍແດນຈີນ-ຫວຽດນາມປີ 2023 ດ້ວຍຫົວຂໍ້ “ດື່ມນ້ຳໃນສາຍດຽວກັນ, ເຍົາວະຊົນກ້າວໄປສູ່ອະນາຄົດ” ຄືເວທິປຶກສາຫາລືການພັດທະນາຂອງໄວໜຸ່ມ.
ໃນພິທີໄຂ, ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຂອງກົມພົວພັນສາກົນສູນກາງສັນນິບາດຊາວໜຸ່ມກອມມູນິດ, ຄະນະກຳມະການສັນນິບາດຊາວໜຸ່ມກອມມູນິດແຂວງຢຸນນານ, ຄະນະກຳມະການຊາວໜຸ່ມກອມມູນິດແຂວງຢຸນໜານ ໄດ້ກ່າວຄຳປາໄສ, ຫົວໜ້າຄະນະຜູ້ແທນຊາວໜຸ່ມຈາກແຂວງ ລາວກາຍ, ຮ່າຢາງ, ຫາຍເຈົາ ແລະ ດ້ຽນບຽນ ໄດ້ເຂົ້າຮ່ວມ ແລະ ກ່າວຄຳປາໄສ. ພາຍຫຼັງພິທີເປີດ, ໄດ້ຈັດຂຶ້ນເວທີປຶກສາຫາລືການພັດທະນາຂອງໄວໜຸ່ມຈີນ-ຫວຽດນາມ ດ້ວຍຫົວຂໍ້ “ດື່ມນ້ຳໃນສາຍດຽວກັນ, ເຍົາວະຊົນກ້າວໄປສູ່ອະນາຄົດ”, ຜູ້ຕາງໜ້າຊາວໜຸ່ມຈາກຈີນ ແລະ ຫວຽດນາມ 8 ຄົນໄດ້ມີການແລກປ່ຽນຢ່າງເລິກເຊິ່ງໃນຫົວຂໍ້ຄື: ວຽກງານກ່ຽວກັບຊາວໜຸ່ມ, ວັດທະນະທຳມະນຸດຂອງຊາວໜຸ່ມ, ນະວັດຕະກຳ ແລະ ສ້າງທຸລະກິດ, ການປົກປັກຮັກສານິເວດ ແລະ ອື່ນໆ.
ໃນອາທິດຈະມາເຖິງ, ຄະນະຜູ້ແທນຊາວໜຸ່ມຈີນ-ຫວຽດນາມຈະລຽບຕາມແມ່ນ້ຳສີແດງ (ແມ່ນ້ຳຢວນຈຽງ) ໄປທ່ຽວຊົມແຫຼ່ງກຳເນີດຂອງແມ່ນ້ຳສີແດງ (ແມ່ນ້ຳຢວນຈຽງ), ແລະ ໄປຢ້ຽມຢາມນະຄອນຫົງເຮີ, ຄຸນໝິງ, ດາລີ ແລະສະຖານທີ່ອື່ນໆຂອງແຂວງຢຸນນານຕາມລຳດັບ, ເດີນຕາມຖະໜົນຫົນທາງໃນຕົວເມືອງ,ຮຽນຮູ້ສະພາບການພັດທະນາເສດຖະກິດ - ສັງຄົມ; ຍ່າງເຂົ້າໄປໃນຊຸມຊົນຊົນນະບົດ, ຮູ້ສຶກເຖິງຜົນສຳເລັດຂອງການພັດທະນາຊົນນະບົດໃຫ້ຈະເລີນຮຸ່ງເຮືອງ; ປະສົບກັບບັນດາມໍລະດົກວັດທະນະທຳບໍ່ມີຕົວຕົນ, ແລະສຳພັດກັບວັດທະນະທຳມູນເຊື້ອທີ່ດີເລີດ.
ກິດຈະກຳການແລກປ່ຽນມິດຕະພາບສຳລັບຊາວໜຸ່ມຊາຍແດນຈີນ-ຫວຽດນາມແມ່ນໂຄງການສຳຄັນຂອງການແລກປ່ຽນສຳລັບຊາວໜຸ່ມລະຫວ່າງຈີນ-ຫວຽດນາມ, ເຊິ່ງເປັນມາດຕະການອັນສຳຄັນທີ່ການປະຕິບັດໝາກຜົນຂອງກົນໄກການພົບປະປະຈຳປິລະຫວ່າງແຂວງຢຸນນານຈີນ ກັບ ເລຂາຄະນະພັກ 4 ແຂວງພາກຕາເວັນຕົກສຽງເໜືອຂອງຫວຽດນາມ, ເພື່ອແນໃສ່ເພີ່ມທະວີຄວາມເຂົ້າໃຈ ແລະ ການຮ່ວມມືໂດຍຜ່ານການພົບປະ, ເວທີປຶກສາຫາລຶ ແລະ ຫານແລກປ່ຽນ, ການຢ້ຽມຢາມສຳຫຼວດ, ປະສົບການປະຕິບັດຕົວຈິງ ແລະ ອື່ນໆ, ເພື່ອຮ່ວມກັນສ້າງພື້ນຖານການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຈີນ-ຫວຽດນາມ, ເປີດກວ້າງຊ່ອງທາງການຮ່ວມມື ແລະ ພັດທະນາຕາມຊາຍແດນ, ພະຍາຍາມເຕົ້າໂຮມກຳລັງຊາວໜຸ່ມ ແລະ ປະກອບສ່ວນເຂົ້າໃນການກໍ່ສ້າງປະຊາຄົມຮ່ວມຊາຕາກຳລະຫວ່າງຈີນ-ຫວຽດນາມ.
昆明信息港讯(昆明日报 记者孙潇) 7月15日,在共青团中央国际联络部指导下,共青团云南省委、云南省青年联合会、云南省人民政府外事办公室、云南省人民对外友好协会联合主办了“同饮一江水 青年向未来”2023年中越边境青年友好交流活动开幕式暨青年发展论坛。
开幕式上,共青团中央国际联络部、共青团云南省委、云南省人民对外友好协会相关负责人致辞,越南老街、河江、莱州、奠边4省青年代表团团长出席并发言。开幕式结束后举办了主题为“同饮一江水 青年向未来”的中越青年发展论坛,8名中越青年代表围绕青年工作、青年人文、创新创业、生态保护等议题进行了深入交流。
未来一周,中越青年代表团将顺着红河(元江)而上,探寻红河(元江)源头,先后到访云南红河、昆明、大理等地,走进城市街道,了解经济社会发展情况;走进农村社区,感受乡村振兴成果;体验非遗项目,体味优秀传统文化等。
中越边境青年友好交流活动是中越两国青年交流的重要项目,是贯彻落实中国云南省与越南西北4省省委书记年度会晤机制成果的重要举措,旨在通过会晤会谈、论坛交流、参观考察、实践体验等形式增进了解、加强合作,共同厚植中越友好交往的根基,拓展边境合作发展的渠道,努力为中越命运共同体建设汇聚青春力量、做出青春贡献。
ມີສິ່ງໜຶ່ງທີ່ເອີ້ນວ່າການໃຊ້ຊີວິດຢູ່ແຂວງຢູນນານ|ເບິ່ງເດີ!“ຮູບແຕ້ມທົ່ງນາ”ແຜ່ນນີ້ ທີ່ເຊື່ອງໄວ້ຢູ່ນະຄອນຄຸນໝິງສວຍງ
ສະບາຍດີ2023-07-14
ກົມສົ່ງເສີມການລົງທຶນຄຸນມິງຮ່ວມກັບສະຖາບັນການເງິນ ດໍາເນີນກິດຈະກຳການເງິນສະເພະເງິນຢວນຂ້າມແດນ
ສະບາຍດີ2023-06-30
ສະຫາຍ ຫຼີວຫອງຈ້ຽນນໍາຄະນະໄປນະຄອນຊຽງໄຮ້ເພື່ອຢ້ຽມຢາມ ແລະ ຈັດກິດຈະກໍາດຶງດູການລົງທຶນ
ສະບາຍດີ2023-06-30
ເຮັດການບໍລິການໃຫ້ດີ ເພື່ອຮັບປະກັນດ່ານຊາຍແດນໄດ້ຟຶ້ນຟູຜ່ານດ່ານຢ່າງຮອບດ້ານ
ສະບາຍດີ2023-01-10
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2023 —
07/17
17:51
— ແບ່ງປັນ —