ຊ່ອງທາງໃໝ່:ການຜ່ານດ່ານພາສີຢ່າງວ່ອງໄວຢູ່ດ່ານສາກົນຊາຍແດນ ບໍ່ຫານ

ມາຈາກ:ສະບາຍດີ

1462183

ສະບາຍດີ ນັກຂ່າວຄຳປະເສີດ)ດ່ານສາກົນ ບໍ່ຫານ ມີຄວາມໄດ້ປຽບຂອງສະຖານທີ່ທີ່ເປັນເອກະລັກ ແລະ ການໄຫຼເຂົ້າຂອງກະແສຜູ້ໂດຍສານທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງໄດ້ນໍາເຂົ້າຊີວິດຊີວາໃຫ້ກັບຕົວເມືອງ.ດ້ວຍການເປີດນໍາໃຊ້ທາງລົດໄຟລາວ-ຈີນ,ບໍ່ຫານຢູ່ແຖວໜ້າຂອງການເປີດປະຕູສູ່ພາຍນອກ.ການກໍ່ສ້າງເມືອງດ່ານສາກົນ ບໍ່ຫານ ພວມດຳເນີນໄປຢ່າງວ່ອງໄວ ແລະ ມີຊີວິດຊີວາທີ່ເຂັ້ມແຂງ.

ຕອນບ່າຍວັນທີ 14,ອົບອົ້ວໄປດ້ວຍກິ່ນຫອມຫວນໝາກໄມ້ຢູ່ສະຖານທີ່ກວດກາການນຳເຂົ້າໝາກໄມ້ທີ່ໄດ້ກຳນົດໄວ້ຢູ່ດ່ານສາກົນລົດໄຟ ບໍ່ຫານ.ເຈົ້າໜ້າທີ່ ດ່ານພາສີ ເມືອງລ້າ ຂອງດ່ານພາສີຄຸນມິງກໍາລັງຕິດຕາມຄຸ້ມຄອງໝາກທຸລຽນຂອງໄທຈໍານວນໜຶ່ງທີ່ນໍາເຂົ້າປະເທດຈີນໂດຍໃຊ້ລົດໄຟຂົນສົ່ງໝາກໄມ້ພິເສດ.ພາຍຫຼັງຜ່ານການກວດກາຂອງດ່ານພາສີແລ້ວ,ໝາກທຸລຽນເຫຼົ່ານີ້ທີ່ບັນຈຸໃນກ່ອງຈະຖືກຂົນສົ່ງໃນຕູ້ເຢັນດ້ວຍອຸນຫະພູມຄົງທີ່ຕະຫຼອດຂະບວນການເພື່ອຮັກສາຄວາມສົດໃຫ້ດີທີ່ສຸດ.ໝາກທຸລຽນເຫຼົ່ານີ້ສາມາດໄປຮອດຄຸນມິງໃນມື້ຕໍ່ໄປ ແລະ ເຂົ້າຕະຫຼາດໝາກໄມ້ພາຍໃນປະເທດຈີນ.

ໃນສະຖານທີ່ກວດກາການນຳເຂົ້າໝາກໄມ້ທີ່ໄດ້ກຳນົດໄວ້ຢູ່ດ່ານສາກົນລົດໄຟ ບໍ່ຫານ,ເຂດກວດກາໝາກໄມ້,ເຂດກັກກັນ,ເຂດເກັບຮັກສາຫ້ອງເຢັນຮັກສາໝາກໄມ້ ແລະ ສິ່ງອຳນວຍຄວາມສະດວກອື່ນໆ ແມ່ນມີຄວາມສົມບູນ ແລະ ມີປະສິດທິຜົນ ເຊິ່ງສາມາດບັນລຸການກວດກາ ແລະ ກັກກັນໝາກໄມ້ທີ່ນໍາເຂົ້າຢ່າງມີຄວາມປອດໄພ ແລະ ປະສິດທິພາບສູງ.

ເຈົ້າໜ້າທີ່ດ່ານພາສີເມືອງລ້າແນະນຳວ່າ,ນັບແຕ່ສະຖານທີ່ກວດກາການນຳເຂົ້າໝາກໄມ້ຢູ່ດ່ານສາກົນທາງລົດໄຟ ບໍ່ຫານ ໄດ້ຮັບການນຳໃຊ້,ປະສິດທິຜົນການຂົນສົ່ງໝາກໄມ້ທີ່ນຳເຂົ້າໄດ້ຮັບການປັບປຸງຢ່າງຫຼວງຫຼາຍ.ມາຮອດວັນທີ 30 ມິຖຸນານີ້,ດ່ານພາສີ ເມືອງລ້າ ໄດ້ຕິດຕາມກວດກາລົດໄຟຂົນສົ່ງໝາກໄມ້ 138 ຖ້ຽວ,ໃນນັ້ນມີປະລິມານສິນຄ້າ 49.600 ໂຕນ,ທ່າແຮງດ້ານການຂົນສົ່ງຂອງ "ເສັ້ນທາງທອງຄຳ"ຂອງທາງລົດໄຟລາວ-ຈີນຍັງສືບຕໍ່ເພີ່ມຂຶ້ນ.


1462183

磨憨拥有独特的区位优势,持续攀升的客流量为这座小镇增添了活力。随着中老铁路的开通运营,磨憨奔跑在开放前沿,国际口岸城市建设加速推进,迸发出更为强大的活力。

14日下午,磨憨铁路口岸进境水果指定监管场地内,水果香气四溢。昆明海关所属勐腊海关关员正在对一批搭乘中老铁路水果专列入境的泰国榴莲进行监管。海关检查通过后,这些用纸箱包装的榴莲将在专列全程恒温的冷藏集装箱中进行运输,最大程度保持新鲜度。这批榴莲在次日便可抵达昆明,进入国内水果市场。

监管场地内,水果查验平台、检疫处理区、水果冷藏库等设施完备、功能齐全,能够安全、高效地实现进境水果全流程检验检疫和监管。

勐腊海关关员介绍,自磨憨铁路口岸进境水果指定监管场地投入使用以来,进口水果运输效率大大提高。截至6月30日,勐腊海关已监管验放水果专列138列次,货运量4.96万吨,中老铁路“黄金线路”运输潜能持续释放。(云南日报 记者黄议娴 杨春梅 字剑飞)


[ບັນນາທິການ:ຄຳປະເສີດ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2023

07/20

09:28

ແບ່ງປັນ

ແປ
翻译