ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວສະໜຸກ)ຕາມຂ່າວສານຈາກບໍລິສັດທາງລົດໄຟຈີນ-ລາວຈໍາກັດ, ວັນທີ 7 ມິຖຸນານີ້, ເນື່ອງຈາກໄດ້ຮັບຜົນກະທົບຈາກຝົນຕົກໜັກ, ລົດໄຟຕາມທາງລົດໄຟຈີນ-ລາວຕອນທາງຢູ່ລາວໄດ້ຊັກຊ້າເປັນລະດັບຕ່າງໆ, ລົດໄຟໂດຍສານສາກົນຖ້ຽວD888 ມາຮອດສະຖານີຫຼວງພະບາງຊັກຊ້າ 101 ນາທີ, ອີງຕາມສະພາບການຕິດຕາມປະລິມານນໍ້າຝົນຂອງຈຸດຕິດຕາມປະລິມານນ້ຳຝົນລຽບຕາມທາງລົດໄຟ, ບໍລິສັດທາງລົດໄຟລາວ-ຈີນເປີດໃຊ້ແຜນການສຸກເສີນທັນທີ, ຈັດສົ່ງລົດລາງ ແລະ ພະນັກງານຍາມກວດເຄື່ອງອຸປະກອນ ແລະ ເສັ້ນທາງ, ເພື່ອຮັບປະກັນຄວາມປອດໄພຂອງລົດໄຟ; ຈັດຕັ້ງພະນັກງານປະຈໍາລົດໄຟແຈ້ງສະພາບແລ່ນລົດໂດຍວິທະຍຸ, ຜ່ອນຄາຍອາລົມຜູ້ໂດຍສານ, ແຈກຢາຍອາຫານສຸກເສີນ 233 ກ່ອງ, ແກ້ໄຂບັນຫາຜູ້ໂດຍສານບໍ່ໄດ້ກິນເຂົ້າທັນທີ.
ພ້ອມກັນນັ້ນ, ເພື່ອຫຼຸດຜ່ອນຜົນກະທົບຈາກຝົນຕົກໜັກຕໍ່ການເດີນທາງຂອງຜູ້ໂດຍສານ, ສະຖານີບໍ່ເຕັນໄດ້ປະກາດໃຊ້ແຜນການຮັບມືສຸກເສີນກ່ຽວກັບການຊັກຊ້າຂອງລົດໄຟ, ປະສານງານເພີ່ມພະນັກງານດ່ານກວດກາ, ດ່ານພາສີ ແລະ ພະນັກງານອື່ນໆລ່ວງໜ້າ. ພາຍຫຼັງລົດໄຟໂດຍສານສາກົນມາຮອດສະຖານີ, ພະນັກງານປະຈໍາສະຖານີ ແລະ ລົດໄຟຮ່ວມມືກັນ, ເພີ່ມທະວີການຊີ້ນຳຂະບວນການດຳເນີນງານ, ຍົກສູງປະສິດທິຜົນການຜ່ານດ່ານອອກເມືອງຢ່າງຫຼວງຫຼາຍ, ຫຼຸດເວລາການຜ່ານດ່ານຈາກ 90 ນາທີສັ້ນເປັນ 36 ນາທີ, ຫຼຸດຜ່ອນເວລາລໍຖ້າ, ໄດ້ຮັບການຍ້ອງຍໍຢ່າງເປັນເອກະພາບຈາກຜູ້ໂດຍສານ.
据老中铁路有限公司消息,6月7日,因受强降雨影响,中老铁路老挝段列车不同程度的晚点,D888次国际旅客列车到达琅勃拉邦站时晚点101分钟,老中公司根据铁路沿线雨量监测点的雨量监测情况,立即启动应急预案,派出轨道车和设备巡查人员对线路进行巡查,确保列车运行安全;组织列车工作人员广播列车运行情况,安抚旅客情绪,发放应急食品233份,解决旅客不能及时就餐问题。
同时,为降低大雨对旅客行程的带来的影响,磨丁站及时启动列车晚点应急处置预案,提前协调增加老挝边检、海关等工作人员。国际旅客列车到站后,站车通力合作,加大作业流程引导,大幅提高出境通关效率,将90分的通关时间压缩至36分钟,减少中途等待,得到旅客的一致好评。(人民网 记者孙广勇 通讯员温永华、杨永全、肖建国)
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2023 —
06/08
00:00
— ແບ່ງປັນ —