ພາຍຫຼັງເປີດການບໍລິການເປັນເວລາ 18 ເດືອນ ທາງລົດໄຟຈີນ-ລາວໄດ້ສົ່ງຜູ້ໂດຍສານ 16,4 ລ້ານເທື່ອຄົນ

ມາຈາກ:ສະບາຍດີ

(ສະບາຍດີ ນັກຂ່າວສຸດໃຈ) ໃນວັນທີ 5 ເດືອນມິຖຸນານີ້, ນັກຂ່າວໄດ້ຮັບຮູ້ຈາກກຸ່ມບໍລິສັດທາງລົດໄຟຈີນສາຂາຄຸນໝິງວ່າ, ມາຮອດວັນທີ 3 ເດືອນມິຖຸນານີ້, ທາງລົດໄຟຈີນ-ລາວໄດ້ເປີດການບໍລິການເປັນເວລາ 18 ເດືອນແລ້ວ, ໄດ້ສະແດງໃຫ້ເຫັນທ່າອ່ຽງການພັດທະນາທັງການຂົນສົ່ງຜູ້ໂດຍສານ ແລະ ສິນຄ້າ, ໄດ້ຂົນສົ່ງຜູ້ໂດຍສານທັງໝົດ 16,4 ລ້ານເທື່ອຄົນ ແລະ ສິນຄ້າ 21 ລ້ານໂຕນ, ບົດບາດຂອງຊ່ອງທາງຄຳແຫ່ງການຈໍລະຈອນສິນຄ້ານັບມື້ນັບພົ້ນເດັ່ນຂຶ້ນ.

ທາງລົດໄຟຈີນ-ລາວແມ່ນໂຄງການເຄື່ອງຫມາຍຂອງການກໍ່ສ້າງ "ໜຶ່ງແລວທາງໜຶ່ງເສັ້ນທາງ". ນັບແຕ່ໄດ້ເປີດບໍລິການໃນວັນທີ 3 ທັນວາປີ 2021 ເປັນຕົ້ນມາ, ພາກສ່ວນທາງລົດໄຟຈີນ-ລາວຂອງສອງປະເທດໄດ້ຢຶດໝັ້ນຕາມເປົ້າໝາຍທີ່ມີມາດຕະຖານສູງ, ມີຄວາມຍືນຍົງ, ມີຜົນດີຕໍ່ຊີວິດການເປັນຢູ່ຂອງປະຊາຊົນ, ພ້ອມທັງພະຍາຍາມຮັກສາ ແລະ ດຳເນີນງານທາງລົດໄຟຈີນ-ລາວໃຫ້ດີ. ການຂົນສົ່ງຜູ້ໂດຍສານ ແລະ ສິນຄ້າໄດ້ຮັບການເຕີບໂຕຢ່າງຕໍ່ເນື່ອງ, ຄຸນນະພາບການບໍລິການກໍ່ໄດ້ຮັບການຍົກສູງຢ່າງຫຼວງຫຼາຍ, ການຂະຫຍາຍການພັດທະນາສູ່ພາກພື້ນໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ, ທາງລົດໄຟຈີນ-ລາວໄດ້ກາຍເປັນເສັ້ນທາງແຫ່ງການພັດທະນາ, ຄວາມຜາສຸກ ແລະ ມິດຕະພາບຂອງປະຊາຊົນລາວ-ຈີນ. ໃນວັນທີ 13 ເມສານີ້, ພາຍໃຕ້ການຊຸກຍູ້ຢ່າງຕັ້ງໜ້າຂອງຈີນ-ລາວ, ຂະບວນລົດໄຟໂດຍສານສາກົນໄດ້ເລີ່ມແລ່ນລົດໄຟຈາກສະຖານີລົດໄຟໃຕ້ ຄຸນໝິງ ຫາ ສະຖານີລົດໄຟວຽງຈັນເປັນຄູ່ກົງກັນຂ້າມກັນ, ການເດີນທາງແມ່ນເລີ່ມຂຶ້ນໃນຕອນເຊົ້າ ແລະ ຮອດຈຸດໝາຍໃນຕອນຄ່ຳ. ຂະບວນລົດໄຟໂດຍສານສາກົນໄດ້ເປີດການບໍລິການເປັນເວລາກວ່າ 1 ເດືອນ, ໄດ້ຂົນສົ່ງຜູ້ໂດຍສານ 20.000 ກວ່າຄົນເຂົ້າອອກ 28 ປະເທດ.

ທາງລົດໄຟຈີນ-ລາວໄດ້ສ້າງຊ່ອງທາງໂລຈິສຕິກສາກົນອັນສະດວກລະຫວ່າງຈີນກັບອາຊຽນ, ເວລາການຂົນສົ່ງ ແລະ ຄ່າຂົນສົ່ງໄດ້ຫຼຸດລົງຢ່າງຫຼວງຫຼາຍ, ຄວາມຕ້ອງການດ້ານການຂົນສົ່ງກໍ່ມີຄວາມຫຼວງຫຼາຍ. ພາກສ່ວນທາງລົດໄຟໄດ້ເສີມຂະຫຍາຍການຈັດຕັ້ງຂົນສົ່ງສິນຄ້າ, ສືບຕໍ່ສ້າງຍີ່ຫໍ້ການຂົນສົ່ງສິນຄ້າດ້ວຍ "ເສັ້ນທາງດ່ວນລ້ານຊ້າງ" ແລະ ຊອກຄົ້ນ ແລະ ບຳລຸງຮູບແບບໃໝ່ຂອງການຂົນສົ່ງເຊື່ອມໂຍງທາງລົດໄຟສາກົນເຊັ່ນ: "ທາງລົດໄຟຈີນ-ລາວ+ທາງລົດໄຟຈີນ-ເອີລົບ" ແລະ "ທາງລົດໄຟຈີນ-ລາວ+ລົດໄຟຊ່ອງທາງໃໝ່ທາງບົກ-ທາງທະເລພາກຕາເວັນຕົກ", ເພີ່ມທະວີການປະສົມປະສານກັບພາກສ່ວນພາສີ, ຕັ້ງໜ້າຊຸກຍູ້ຮູບແບບການຜ່ານດ່ານ ແລະ ການໂອນດ່ານຢ່າງວ່ອງ, ປະຢັດເວລາການຜ່ານດ່ານສຳລັບສິນຄ້າ. ສົ່ງເສີມບົດບາດຂອງສະຖານທີ່ຄວບຄຸມທີ່ກໍານົດສຳລັບໝາກໄມ້ທີ່ນໍາເຂົ້າໂດຍຜ່ານດ່ານທາງລົດໄຟບໍ່ຫານຢ່າງເຕັມທີ່, ເປີດນຳໃຊ້ຂະບວນລົດໄຟແຊ່ເຢັນໝາກໄມ້ທີ່ມີຄຸນນະພາບສູງຂອງລາວ, ໄທ ແລະ ບັນດາປະເທດອາຊຽນ, ໄດ້ຂົນສົ່ງໝາກໄມ້ນຳເຂົ້າລວມ 23.000 ໂຕນ, ມູນຄ່າປະມານ 560 ລ້ານຢວນ.

ນັບແຕ່ໄດ້ເປີດການບໍລິການທາງລົດໄຟຈີນ-ລາວເປັນເວລາ 18 ເດືອນເປັນຕົ້ນມາ, ໄດ້ຊຸກຍູ້ການເຊື່ອມໂຍງເຊື່ອມຈອດ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງພາກພື້ນ, ໄດ້ເຕີມເຕັມກຳລັງທີ່ເຂັ້ມແຂງເຂົ້າໃນການຊຸກຍູ້ການພັດທະນາເສດຖະກິດສັງຄົມທີ່ມີຄຸນນະພາບສູງ. ໃນປັດຈຸບັນນີ້, 25 ແຂວງພາຍໃນປະເທດ (ເຂດ ແລະ ນະຄອນ) ໄດ້ເລີ່ມເປີດນຳໃຊ້ຂະບວນລົດໄຟທີ່ຂົນສົ່ງສິນຄ້າຂ້າມຊາຍແດນຂອງທາງລົດໄຟຈີນ-ລາວຢ່າງຕໍ່ເນື່ອງ, ການຂົນສົ່ງສິນຄ້າໄດ້ປົກຄອງປະເທດ ແລະ ເຂດແຄວ້ນທີ່ຕາມ "ໜຶ່ງແລວທາງໜຶ່ງເສັ້ນທາງ" ເຊັ່ນ: ລາວ, ໄທ, ມຽນມາ ແລະອື່ນໆ, ປະເພດສິນຄ້າໄດ້ຂະຫຍາຍຈາກ 100 ກວ່າປະເພດເຊັ່ນ: ຝຸ່ນເຄມີ, ສັບພະສິນຄ້າໃນໄລຍະຕົ້ນຂະຫຍາຍຮອດ 2,000 ກ່ວາປະເພດເຊັ່ນ: ເຄື່ອງເອເລັກໂຕຼນິກ,ພະລັງງານແສງແດດ, ໝາກໄມ້ແຊ່ເຢັນ ແລະອື່ນໆ.

昆明信息港讯(昆明日报 记者王绍芬 通讯员黄再云 王洪伟) 6月5日,记者从中国铁路昆明局集团有限公司获悉,截至6月3日,中老铁路开通运营满18个月,呈客货两旺态势,累计发送旅客1640万人次、货物2100万吨,黄金运输通道作用日益凸显。

中老铁路是高质量共建“一带一路”的标志性工程。自2021年12月3日开通运营以来,中老两国铁路部门坚持高标准、可持续、惠民生的目标,全力维护好、运营好中老铁路,客货运输持续增长,服务品质显著提升,辐射效应不断增强,中老铁路已成为中老人民的发展路、幸福路、友谊路。今年4月13日,在中老两国的积极推动下,中老铁路昆明南站、万象站双向对开国际旅客列车,昆明至万象实现当日通达。国际旅客列车开行1个多月来,共运送28个国家出入境人员超2万人次。

中老铁路在中国和东盟间构建起一条便捷国际物流大通道,运输时间和物流成本大幅压缩,运输需求十分旺盛。铁路部门加强货物运输组织,持续打造“澜湄快线”货运品牌,探索培育“中老铁路+中欧班列”“中老铁路+西部陆海新通道班列”等铁路国际联运新模式;加强与海关部门沟通协调,积极推行快速通关和转关模式,压缩货物通关时间。充分发挥磨憨铁路口岸进境水果指定监管场地作用,组织开行老挝、泰国等东盟国家的优质水果冷链专列,累计运输进口水果2.3万吨,货值约5.6亿元。

中老铁路开通运营18个月来,促进了区域互联互通和互利共赢,为沿线经济社会高质量发展注入了强劲动力。目前,国内25个省(区、市)相继开行中老铁路跨境货物列车,货物运输已覆盖老挝、泰国、缅甸等“一带一路”沿线国家和地区,货物品类由开通初期的化肥、百货等100多种扩展至电子、光伏、冷链水果等2000多种。

[ບັນນາທິການ:ສຸດໃຈ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2023

06/06

14:31

ແບ່ງປັນ

ແປ
翻译