ທ່ານລິວຫົງຈ້ຽນໄດ້ພົບປະ ແລະ ປຶກສາຫາລືກັບທ່ານວຽງສະຫວັດ ສີພັນດອນເລຂາຄະນະບໍລິຫານງານພັກແຂວງ ຮັກສາການ ເຈົ້າແຂວງຫຼວງນ້ຳທາ ປະເທດລາວ

ມາຈາກ:ສະບາຍດີ

(ສະບາຍດີ ນັກຂ່າວສຸດໃຈ) ໃນວັນທີ 29 ເດືອນພຶດສະພານີ້, ທ່ານລິວຫົງຈ້ຽນ, ກຳມະການປະຈຳຄະນະພັກແຂວງ, ເລຂາຄະນະພັກນະຄອນ, ໄດ້ພົບປະ ແລະ ປຶກສາຫາລືກັບທ່ານວຽງສະຫວັດ ສີພັນດອນເລຂາຄະນະບໍລິຫານງານພັກແຂວງ ຮັກສາການ ພ້ອມເປັນ ເຈົ້າແຂວງຫຼວງນ້ຳທາ ປະເທດລາວຜູ້ທີ່ໄດ້ຮັບການເຊື້ອເຊີນມາຢ້ຽມຢາມນະຄອນຄຸນໝິງ.

ທ່ານລິວຫົງຈ້ຽນໄດ້ສະແດງຄວາມຂອບອົກຂອບໃຈຕໍ່ທ່ານວຽງສະຫວັດ ສີພັນດອນທີ່ໄດ້ນຳຄະນະມາຢ້ຽມຢາມຄຸນໝິງ. ທ່ານເວົ້າວ່າ, ປະເທດຈີນກັບປະເທດລາວມີສາຍພູສາຍນ້ຳຕິດຈອດກັນ, ສາຍພົວພັນມິດຕະພາບອັນຍາວນານມູນເຊື້ອ. ນັບແຕ່ການເປີດບໍບິການຂອງທາງລົດໄຟລາວ-ຈີນເປັນຕົ້ນມາ, ນະຄອນຄຸນໝິງກັບແຂວງຫຼວງນ້ຳທາຮ່ວມແບ່ງປັນກາລະໂອກາດເຊື່ອມໂຍງເຊື່ອມຈອດ, ພ້ອມທາງທັງຮ່ວມກັນຊຸກຍູ້ການເຕີບໂຕດ້ານການຂົນສົ່ງສິນຄ້າ ແລະ ຜູ້ໂດຍສານຢ່າງຕໍ່ເນື່ອງ, ໄດ້ຊຸກຍູ້ການປະກອບອາຊີບຂອງສອງສະຖານທີ່, ຊຸກຍູ້ການແລກປ່ຽນດ້ານການຄ້າ, ເພີ່ມທະວີການແລກປ່ຽນຂອງປະຊາຊົນຢ່າງແໜ້ນແຟ້ນຍີ່ງຂຶ່ນ, ທາງລົດໄຟລາວ-ຈີນ“ເສັ້ນທາງຄຳ”ໄດ້ສະແດງໃຫ້ເຫັນທ່າແຮງທີ່ດີ.

ທ່ານລິວຫົງຈ້ຽນກ່າວວ່າ, ຕາມການລົງເລິກຂໍ້ລິເລີ່ມ "ໜຶ່ງແລວທາງໜຶ່ງເສັ້ນທາງ", ການປະຕິບັດ ແລະ ການເຂົ້າເປັນຜົນບັງຄັບໃຊ້ຂອງ RCEP ແລະ ການເຊື່ອມຈອດຂອງທາງລົດໄຟລາວ-ຈີນຢ່າງມີປະສິດທິຜົນ, ຄວາມສຳຄັນຂອງເຂດການຮ່ວມມືເສດຖະກິດຈີນລາວບໍ່ຫານ-ບໍ່ເຕັນໃນການກໍ່ສ້າງແລງທາງເສດຖະກິດລາວ-ຈີນມີຄວາມໂດດເດັ່ນຂຶ້ນ, ການຮ່ວມມືລະຫວ່າງສອງບ່ອນຈະນັບມື້ນັບກວ້າງຂວາງກວ່າເກົ່າ. ນະຄອນຄຸນໝິງຍິນດີຮ່ວມກັບແຂວງຫຼວງນ້ຳທາກໍ່ສ້າງ ແລະ ປັບປຸງກົນໄກການສື່ສານໃຫ້ເປັນປົກກະຕິ, ເພີ່ມທະວີການຮ່ວມມື ແລະ ການແລກປ່ຽນຢ່າງເລິກເຊິ່ງ, ຮ່ວມກັນສ້າງເຂດການຮ່ວມມືເສດຖະກິດບໍ່ຫານຈີນ-ບໍ່ເຕັນລາວໃຫ້ກາຍເປັນເຂດຕົວແບບຂອງປະຊາຄົມຮ່ວມຊາຕາກຳລະຫວ່າງລາວ-ຈີນ. ຫວັງວ່າສອງບ່ອນຈະຮ່ວມມືຢ່າງແໜ້ນແຟ້ນ, ພັດທະນາເປັນພ້ອມໆກັນ, ຕັ້ງໜ້າຊອກຫາໂອກາດການຮ່ວມມືໃນຫຼາຍຂົງເຂດ ແລະ ທຸກຂັ້ນ, ຮ່ວມກັນຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງບ່ອນນີ້ກ້າວເຂົ້າສູ່ລະດັບໃໝ່.

ທ່ານວຽງສະຫວັດ ສີພັນດອນໄດ້ສະແດງຄວາມຂອບອົກຂອບໃຈຕໍ່ເຈົ້ານະຄອນຄຸນໝິງທີ່ໄດ້ໃຫ້ການສະໜັບສະໜູນ ແລະ ການຊ່ວຍເຫຼືອແຂວງຫຼວງນ້ຳທາໃນໄລຍະຍາວນານ. ທ່ານກ່າວວ່າ, ການເປີດບໍລີການທາງລົດໄຟລາວ-ຈີນໄດ້ເຮັດໃຫ້ໄລຍະທາງລະຫວ່າງລາວກັບຈີນສັ້ນລົງ, ໂດຍສະເພາະລະຫວ່າງແຂວງຫຼວງນ້ຳທາ ກັບ ນະຄອນຄຸນໝິງ. ຫວັງວ່າສອງຝ່າຍຈະສືບຕໍ່ສືບທອດສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດລາວ-ຈີນ, ເພີ່ມທະວີການແລກປ່ຽນຕິດຕໍ່ດ້ານວຽກງານ, ລົງເລິກການຮ່ວມມືດ້ານເສດຖະກິດການຄ້າ, ການສຶກສາ, ການແພດ. ເພື່ອຕັ້ງໜ້າປະກອບສ່ວນເຂົ້າໃນການຊຸກຍູ້ການກໍ່ສ້າງປະຊາຄົມຮ່ວມຊາຕາກຳລະຫວ່າງລາວ-ຈີນ.

ພາຍຫຼັງການພົບປະເຈລະຈາ, ທ່ານລິວຫົງຈ້ຽນກັບທ່ານວຽງສະຫວັດ ສີພັນດອນໄດ້ເປັນສັກຂີພິຍານຂອງພິທີລົງນາມ "ໃບເຈຕະນາການພັດທະນາສາຍພົວພັນຕົວເມີືອງມິດຕະພາບ" ແລະ "ບົດບັນທຶກການສ້າງກົນໄກກອງປະຊຸມຮ່ວມງານ" ໂດຍຫ້ອງການພົວພັນຕ່າງປະເທດຂອງອຳນາດການປົກຄອງນະຄອນຄຸນໝິງ ກັບ ພະແນກພົວພັນການຕ່າງປະເທດແຂວງຫຼວງນ້ຳທາ.

昆明信息港讯(昆明日报 记者王姗 首席记者贾献培 通讯员韦子庆) 5月29日,省委常委、市委书记刘洪建与应邀来昆访问的老挝南塔省委书记兼省长万沙瓦·西潘敦举行工作会谈。

刘洪建对万沙瓦·西潘敦率团来昆访问表示欢迎。他说,中老两国山水相连,友好交往源远流长。中老铁路正式开通运营后,昆明市和南塔省共享互联互通机遇,共同推动实现客运货运持续增长,带动了两地就业,促进了贸易往来,密切了民间交流,中老铁路“黄金线路”呈现蒸蒸日上的良好发展势头。

刘洪建表示,随着“一带一路”倡议深入推进、RCEP生效实施和中老铁路互联互通,中国老挝磨憨—磨丁经济合作区在中老经济走廊建设中的重要性更加凸显,两地合作之路愈发宽广。昆明市愿与南塔省一道,建立健全常态化沟通机制,进一步深化合作交流,共同把磨憨—磨丁经济合作区打造成为中老命运共同体的样板区。希望两地紧密携手、并肩前行,积极探索多领域各层级合作,共同推动两地友好合作迈上新台阶。

万沙瓦·西潘敦对昆明市长期以来给予南塔省的支持和帮助表示感谢。他说,老中铁路开通运营,进一步拉近了老中两国特别是南塔省与昆明市的距离。希望双方传承老中两国传统友谊,加强工作对接,在磨憨—磨丁经济合作区建设以及经贸、教育、医疗等方面深化务实合作,为推动构建老中命运共同体作出积极贡献。

会谈结束后,刘洪建与万沙瓦·西潘敦共同见证了昆明市人民政府外事办公室与南塔省外事厅签署《发展友好城市关系意向书》和《建立工作联席会议制度的备忘录》。

[ບັນນາທິການ:ສຸດໃຈ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2023

05/30

15:49

ແບ່ງປັນ

ແປ
翻译