ຜູ້ຊ່ຽວຊານຈາກ 6 ປະເທດລ້ານຊ້າງ-ແມ່ນ້ຳຂອງຢູ່ຄຸນໝິງເພື່ອປຶກສາຫາລືການພັດທະນາອາຊີວະສຶກສາ

ມາຈາກ:ສະບາຍດີ

ສະບາຍດີ ນັກຂ່າວຄຳປະເສີດ)ເມື່ອບໍ່ດົນມານີ້,ພິທີເປີດ“ສັບປະດາແມ່ນໍ້າລ້ານຊ້າງ-ແມ່ນໍ້າ”ປີ 2023 ຂອງແຂວງຢຸນນານ ແລະ ພິທີເປີດຊຸດເຄື່ອນໄຫວການຮ່ວມມືລ້ານຊ້າງ-ແມ່ນ້ຳໄດ້ຈັດຂຶ້ນຢູ່ນະຄອນຄຸນໝິງ.ໃນສັບປະດາແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງຈະດຳເນີນບັນດາການເຄື່ອນໄຫວແລກປ່ຽນວັດທະນະທຳອັນສະຫງ່າງາມເພື່ອສະແດງໃຫ້ເຫັນສະເໜ່ທີ່ເປັນເອກະລັກສະເພາະ ແລະ ໝາກຜົນທີ່ບັນລຸໄດ້ຂອງໃນການຮ່ວມມືລ້ານຊ້າງ-ແມ່ນ້ຳຂອງ.

ໃນວັນດຽວກັນ,ກອງປະຊຸມໂຕະມົນພັນທະມິດການອາຊີວະສຶກສາລ້ານຊ້າງ-ແມ່ນ້ຳຄັ້ງທີ 4 ແລະ ເວທີປາໄສອະທິການບໍດີ ແລະ ການຮ່ວມມືດ້ານອາຊີວະສຶກສາລະດັບສູງໃນເຂດລ້ານຊ້າງ-ແມ່ນ້ຳຂອງໄດ້ຈັດຂຶ້ນຢູ່ເຂດພັດທະນາເສດຖະກິດນະຄອນຄຸນໝິງ (ເຂດການຄ້າເສລີພາກພື້ນນະຄອນຄຸນໝິງ).ກິດຈະກຳດັ່ງກ່າວຈັດຂຶ້ນໂດຍມະຫາວິທະຍາໄລຊົນເຜົ່າຢຸນນານ ແລະ ເຂດພັດທະນາເສດຖະກິດນະຄອນຄຸນໝິງ(ເຂດການຄ້າເສລີເມືອງຄຸນໝິງ)ໂດຍມີແຂກຮັບເຊີນຈາກພາກສ່ວນທີ່ກ່ຽວຂ້ອງຂອງອຳນາດການປົກຄອງແຂວງຢຸນນານ,ຜູ້ຕາງໜ້າບັນດາມະຫາວິທະຍາໄລການສຶກສາຊັ້ນສູງຈາກ 6 ປະເທດລ້ານຊ້າງ-ແມ່ນ້ຳຂອງ ແລະ ຜູ້ຕາງໜ້າບັນດາອົງການພັນທະມິດກອາຊີວະສຶກສາລ້ານຊ້າງ-ແມ່ນ້ຳຫຼາຍກວ່າ 200 ຄົນເຂົ້າຮ່ວມ. 

ໃນໄລຍະດຽວກັນ,ມະຫາວິທະຍາໄລຊົນເຜົ່າຢຸນນານໄດ້ລົງນາມສັນຍາຮ່ວມມືກັບລັດຖະບານ ແລະ ວິສາຫະກິດທີ່ກ່ຽວຂ້ອງເພື່ອຮ່ວມກັນສ້າງສະຖານທີ່ອາຊີວະສຶກສາລ້ານຊ້າງ-ແມ່ນ້ຳຂອງ.ວິທະຍາໄລວິທະຍາສາດ ແລະ ວິຊາຊີບແຂວງຢຸນນານ,ໂຮງຮຽນມັດທະຍົມປາຍອາຊີວະສຶກສາເມືອງລ້າ ແລະ ພາກສ່ວນອື່ນໆໄດ້ເຂົ້າຮ່ວມພັນທະມິດອາຊີວະສຶກສາລ້ານຊ້າງ-ແມ່ນ້ຳຂອງ,ແລະໄດ້ຈັດພິທີເຊັນສັນຍາ ແລະ ພິທີລົງທະບຽນ.

ການກໍ່ສ້າງສູນວັດທະນະທໍາ ແລະການສຶກສາຂອງທີ່ສູ່ອາຊີໃຕ້ ແລະຕາເວັນອອກສຽງໃຕ້ ແມ່ນວຽກງານສໍາຄັນທີ່ລັດມອບໝາຍໃຫ້ເຂດການຄ້າເສລີພາກພື້ນນະຄອນຄຸນໝິງ.ນັບແຕ່ປີ 2020 ເປັນຕົ້ນມາ,ເຂດພັດທະນາເສດຖະກິດນະຄອນຄຸນໝິງ (ເຂດການຄ້າເສລີພາກພື້ນນະຄອນຄຸນໝິງ) ແລະ ມະຫາວິທະຍາໄລຊົນເຜົ່າຢຸນນານ ໄດ້ລົງນາມສັນຍາຮ່ວມມືຍຸດທະສາດເພື່ອຮ່ວມກັນສ້າງສະຖານທີ່ອາຊີວະສຶກສາລ້ານຊ້າງ-ແມ່ນໍ້າຂອງ,ຮັບໃຊ້ບໍລິການຂໍ້ລິເລີ່ມ“ໜຶ່ງແລວທາງໜຶ່ງເສັ້ນທາງ” ແຫ່ງຊາດຢ່າງຕັ້ງໜ້າ,ນຳໃຊ້ຄວາມໄດ້ປຽບຂອງນະໂຍບາຍຂອງເຂດຢ່າງເຕັມສ່ວນເພື່ອເລັ່ງລັດການກໍ່ສ້າງສະຖານທີ່ອາຊີວະສຶກສາລ້ານຊ້າງ-ແມ່ນ້ຳຂອງ;ພ້ອມທັງໄດ້ລິເລີ່ມສ້າງຕັ້ງສູນຄົ້ນຄ້ວາການຮ່ວມມືສາກົນລ້ານຊ້າງ-ແມ່ນ້ຳຂອງ, ເຊິ່ງໄດ້ປະກອບສ່ວນເຂົ້າໃນການແລກປ່ຽນແລະການຮ່ວມມືສາກົນ,ການພັດທະນາ ແລະ ການນຳໃຊ້ເຕັກໂນໂລຊີ ແລະ ການພັດທະນາການສຶກສາຂັ້ນພື້ນຖານ.

ເຂດພັດທະນາເສດຖະກິດນະຄອນຄຸນໝິງ (ເຂດການຄ້າເສລີພາກພື້ນນະຄອນຄຸນໝິງ)ຈະຖືກິດຈະກຳຄັ້ງນີ້ເປັນໂອກາດເພື່ອສືບຕໍ່ສ້າງເວທີປາໄສສ້າງເວທີສະເພາະໃຫ້ອາຊີວະສຶກສາ,ການແລກປ່ຽນອຸດສາຫະກຳ ແລະ ການຮ່ວມມືດ້ານອຸດສາຫະກຳຢູ່ເຂດລ້ານຊ້າງ-ແມ່ນ້ຳຂອງ.ປັບປຸງກົນໄກການເຄື່ອນໄຫວຂອງພັນທະມິດໃນການປຶກສາຫາລືຮ່ວມ,ກໍ່ສ້າງ ແລະ ແບ່ງປັນບົດຮຽນຮ່ວມ,ປັບປຸງລະດັບການຮ່ວມມືດ້ານອາຊີວະສຶກສາຂອງພາກພື້ນ,ແລະ ຮັບປະກັນແຫຼ່ງຊັບພະຍາກອນມະນຸດຢ່າງໜັກແໜ້ນໃຫ້ແກ່ການພັດທະນາເສດຖະກິດ ແລະ ສັງຄົມຂອງພາກພື້ນ.

近日,云南省2023年“澜湄周”启动仪式暨澜湄合作系列活动开幕式在昆明举行。“澜湄周”期间将举办一系列精彩纷呈的文化交流活动,充分展现澜湄合作的独特魅力和丰富成果。

当天,作为2023年“澜湄周”系列活动之一的第四届澜湄职业教育联盟圆桌会议暨澜湄区域高等职业教育合作校长论坛在昆明经开区(自贸试验区昆明片区)举行。该活动由云南民族大学、昆明经开区(自贸试验区昆明片区)主办,云南省政府各有关职能部门、澜湄六国高等院校代表、澜湄职业教育联盟单位代表共计200余名嘉宾出席。

期间,云南民族大学分别与有关政府、企业签订合作协议,共建澜湄职业教育基地。云南理工职业学院、勐腊县职业高级中学等单位加入澜湄职业教育联盟,并举行签约、授牌仪式。

建设面向南亚东南亚的文化教育中心是国家赋予自贸试验区昆明片区的重要任务。自2020年,昆明经开区(自贸试验区昆明片区)与云南民族大学签署共建澜湄职业教育基地的战略合作协议以来,主动服务国家“一带一路”倡议,充分利用片区政策功能优势,加快推动澜湄职业教育基地建设,并发起成立了澜湄国际合作研究中心,为国际交流合作、技术开发应用、基础教育发展等领域作出了贡献。

昆明经开区(自贸试验区昆明片区)将以此次活动为契机,一如既往为澜湄区域职业教育、产业交流和产业合作提供专业化的平台,进一步完善联盟共商共建共享的运行机制,提升区域职业教育合作水平,更好地为区域经济社会发展提供坚实的人力资源保障。(昆明经开区融媒体中心 供稿)

[ບັນນາທິການ:ຄຳປະເສີດ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2023

03/28

17:58

ແບ່ງປັນ

ແປ
翻译