ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວຄຳປະເສີດ)ນັບແຕ່ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ເລີ່ມດຳເນີນເປັນເວລາ 7 ປີຜ່ານມານີ້,ແຂວງຢຸນນານທີ່ເປັນແຂວງແຖວໜ້າຂອງໃນຈີນເຂົ້າຮ່ວມການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ໄດ້ພັດທະນາຮ່ວມກັບ 5 ປະເທດແມ່ນ້ຳຂອງ,ແລະໄດ້ຮັບໝາກຜົນການຮ່ວມມືໃນຫຼາຍຂົງເຂດເຊັ່ນເສດຖະກິດ,ການຄ້າ,ການເຊື່ອມຕໍ່ ແລະ ການແລກປ່ຽນວັດທະນະທໍາ.
ການຮ່ວມມືດ້ານເສດຖະກິດຄ່ອຍໆກ້າວເຂົ້າສູ່ສະພາບທີ່ດີ.ປີ 2022,ວົງເງິນການຄ້າຂາເຂົ້າ-ຂາອອກລະຫວ່າງແຂວງຢຸນນານກັບ 5 ປະເທດແມ່ນ້ຳຂອງໄດ້ບັນລຸ 14,8 ຕື້ໂດລາ,ວົງເງິນການຄ້າແຂວງຢຸນນານກັບກຳປູເຈຍ,ໄທແລະລາວເພີ່ມຂຶ້ນຢ່າງຫຼວງຫຼາຍ.ໂຄງການຮ່ວມມືຕ່າງໆເຊັ່ນສະໜາມບິນສາກົນ ອັງກໍ ຢູ່ນະຄອນຊຽມຣຽບ,ປະເທດກຳປູເຈຍ,ເຂດການຮ່ວມມືເສດຖະກິດບໍ່ຫານ-ບໍ່ເຕັ່ນລະຫວ່າງປະເທດຈີນ-ລາວ ແລະ ຂົວ ກັນລອງ ຂອງປະເທດມຽນມາໄດ້ຮັບຄວາມຄືບໜ້າຢ່າງຫຼວງຫຼາຍ.ໂດຍໄດ້ຮັບການອະນຸມັດຈາກກະຊວງການຄ້າຈີນ,ກອງເລຂາຝ່າຍຈີນຂອງການຮ່ວມມືດ້ານເສດຖະກິດຂ້າມຊາຍແດນໃນການຮ່ວມມືແມ່ນໍ້າລ້ານຊ້າງ-ແມ່ນນໍ້າຂອງໄດ້ສ້າງຕັ້ງຂຶ້ນຢູ່ແຂວງຢຸນນານ.
ການເຊື່ອມຕໍ່ກັນໄດ້ບັນລຸບາດກ້າວໃຫມ່.ໃນປີ 2022,ທາງລົດໄຟລາວ-ຈີນໄດ້ດຳເນີນການເປີດຂະບວນລົດໄຟຂົນສົ່ງສິນຄ້າສາກົນ 3,100 ກວ່າຖ້ຽວ,ຂົນສົ່ງສິນຄ້າຂາເຂົ້າແລະຂາອອກໄດ້ 2 ລ້ານກວ່າໂຕນ ແລະ ປະເພດສິນຄ້າໄດ້ຂະຫຍາຍໄປຫຼາຍກວ່າ 1.200 ຊະນິດ.ລົດໄຟຂົນສົ່ງສິນຄ້າສາກົນ“ທາງລົດໄຟດ່ວນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ”ໄດ້ດຳເນີນເປັນປົກກະຕິ.ສາຍບິນຂົນສົ່ງຜູ້ໂດຍສານສາກົນຈໍານວນໜຶ່ງທີ່ເດີນທາງຈາກຄຸນໝິງ ຫາ 5 ປະເທດແມ່ນ້ຳຂອງໄດ້ດຳເນີນໄປຕາມປົກກະຕິ.
“ເກາະປ້ອງກັນ”ຂອງຄວາມປອດໄພ ແລະ ສຸຂະພາບທີ່ມີຄວາມເຂັ້ມແຂງຂື້ນ.ແຂວງຢຸນນານໄດ້ຮັບໝາກຜົນດີໃນການຮ່ວມມືກັບພາກສ່ວນປະຕິບັດກົດໝາຍຂອງປະເທດຕ່າງໆໃນການຕ້ານອາດຊະຍາກຳຂ້າມຊາຍແດນ,ໄດ້ດຳເນີນການລາດຕະເວນແລະປະຕິບັດກົດໝາຍຮ່ວມກັນ 12 ເທື່ອຢູ່ເຂດແມ່ນ້ຳຂອງລະຫວ່າງຈີນ,ລາວ,ມຽນມາ,ໄທ,ແລະປະຕິບັດງານພິເສດ 162 ເທື່ອ.ກອງໃຫຍ່ລາດຕະເວນນໍ້າສາຂາຂອງພະແນກປ້ອງກັນຄວາມສະຫງົບແຂວງຢຸນນານໄດ້ຮັບຫຼຽນໄຊມິດຕະພາບ ແລະ ຫຼຽນໄຊແຮງງານຂອງຈາກກະຊວງປ້ອງກັນປະເທດລາວ.ທຸກຝ່າຍໄດ້ຈັດຕັ້ງການກິດຈະກໍາສາທາລະນະສຸກຮ່ວມກັນປ້ອງກັນ ແລະ ຄວບຄຸມພະຍາດຕິດແປດໃນພາກພື້ນ,ເລີ່ມລົງມືກໍ່ສ້າງເຂດສາທິດການບໍລິການການແພດແລະສາທາລະນະສຸກຂ້າມຊາຍແດນລະຫວ່າງປະເທດຈີນ-ລາວ,ສ້າງຕັ້ງເວທີແລກປ່ຽນຢາພື້ນເມືອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ,ຊຸກຍູ້ການກໍ່ສ້າງປະຊາຄົມສຸຂະພາບຂອງມະນຸດຢ່າງຕັ້ງໜ້າ.
ການແລກປ່ຽນດ້ານວັດທະນະທຳທີ່ອຸດົມສົມບູນກວ່າ.ມະຫາວິທະຍາໄລໃນແຂວງຢຸນນານໄດ້ດຳເນີນການຮ່ວມມືດ້ານ,ການສຶກສານັກສຶກສາຕ່າງປະເທດ ແລະ ການສ້າງໂຮງຮຽນຢູ່ຕ່າງປະເທດກັບບັນດາປະເທດແມ່ນ້ໍາຂອງ,ທຶນຊ່ວຍຮຽນຂອງອຳນາດການປົກຄອງແຂວງໄດ້ສ້າງຮັບຜົນປະໂຫຍດໃຫ້ນັກສຶກສາເກືອບ 300 ຄົນຈາກປະເທດແມ່ນ້ຳຂອງໃນປີ 2022. ເວທີການຮ່ວມມືດ້ານການສຶກສາໃນພາກພື້ນເຊັ່ນ:ສະຫະພັນອາຊີວະສຶກສາແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ແລະ ສະຫະພັນມະຫາວິທະຍາໄລອາຊີໃຕ້ ແລະ ອາຊີຕາເວັນອອກສຽງໃຕ້ ສືບຕໍ່ຂະຫຍາຍຕົວ ແລະ ພັດທະນາ.ເວທີປາໄສການຮ່ວມມືດ້ານການສຶກສາພາສາຈີນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຄັ້ງທຳອິດ,ສັບປະດາແມ່ນໍ້າລ້ານຊ້າງ-ແມ່ນ້ຳຂອງຄັ້ງທີ 3,ການແຂ່ງຂັນກະຕໍ້ຢູ່ຈີນຂອງການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳໄດ້ໄຂຂຶ້ນແລະ ງານມະໂຫສົບເຂດປະຊາຊົນຊາຍແດນຈີນ-ມຽນມາ,ຈີນ-ລາວ,ຈີນ-ຫວຽດນາມ ແລະກິດຈະກຳອື່ນໆສ້າງຄວາມຊີວິດຊີວາໃໝ່ໃຫ້ແກ່ການແລກປ່ຽນວັດທະນະທຳແລະການຮ່ຳຮຽນເຊິ່ງກັນແລະກັນໃນເຂດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ.
ໃນອະນາຄົດ,ແຂວງຢຸນນານຈະສືບຕໍ່ເພີ່ມທະວີການເຂົ້າຮ່ວມ,ຄວາມເຂົ້າກັນໄດ້,ເປີດປະຕູສູ່ພາຍນອກ,ມີຊື່ສຽງ ແລະ ຄວາມເພິ່ງພໍໃຈໃນການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ.ສືບຕໍ່ຮ່ວມມືກັບ 5 ປະເທດແມ່ນ້ຳຂອງໃນຂົງເຂດສາທາລະນະສຸກ, ການສຶກສາ, ການປົກປັກຮັກສາສິ່ງແວດລ້ອມ, ວັດທະນະທຳ, ການທ່ອງທ່ຽວ, ກິລາ, ເພດຍິງ, ຊາວໜຸ່ມແລະອື່ນໆ.
澜湄合作启动七年来,作为中国参与澜湄合作的前沿省份,云南省与湄公河五国共同发展,在经贸、互联互通、人文交流等多领域收获丰硕合作成果。
经济合作渐入佳境。2022年,云南省与湄公河五国进出口贸易总额148亿美元,对柬埔寨、泰国、老挝贸易额呈两位数增长。柬埔寨暹粒吴哥国际机场、中老磨憨—磨丁经济合作区、缅甸滚弄大桥等合作项目取得可喜进展。经中国商务部批准,澜湄合作跨境经济合作中方秘书处落地云南。
互联互通实现新突破。2022年,中老铁路开行国际货运列车3100多列,运输进出口货物200多万吨,货物品类扩展至1200多种,“澜湄快线”国际货物列车常态化开行。昆明到湄公河五国的多条国际客运航线常态运营。
安全健康“防护盾”更坚固。云南与各国执法部门合作打击跨境违法犯罪成绩显著,开展中老缅泰湄公河联合巡逻执法行动12次、专项行动162次,云南省公安厅水上巡逻总队荣获老挝国防部颁发的友谊勋章和英勇勋章。各方围绕区域传染病联防联控举办了公共卫生系列活动,启动中老跨境区域医疗卫生服务先行示范区建设,搭建澜沧江—湄公河传统医药交流平台,积极推动构建人类卫生健康共同体。
人文交流丰富多元。云南高校积极与湄公河国家开展留学生教育和境外办学合作,省政府奖学金2022年惠及近300名湄公河国家学子。澜湄职业教育联盟、南亚东南亚大学联盟等区域教育合作平台不断发展壮大。首届澜湄中文教育合作论坛、第三届澜湄视听周、澜湄合作中国藤球公开赛、中缅中老中越边民大联欢等活动,为澜湄人文交流互鉴注入新活力。
未来,云南将不断提升在澜湄合作中的参与度、契合度、开放度、知名度和满意度。持续深耕与湄公河五国公共卫生、教育、环保、文化、旅游、体育、妇女、青少年等领域民生合作。
ຜູ້ຊ່ຽວຊານຈາກ 6 ປະເທດລ້ານຊ້າງ-ແມ່ນ້ຳຂອງຢູ່ຄຸນໝິງເພື່ອປຶກສາຫາລືການພັດທະນາອາຊີວະສຶກສາ
ສະບາຍດີ2023-03-28
ຄະນະຜູ້ແທນກະຊວງໂຍທາທິການ ແລະ ຂົນສົ່ງຂອງລາວຢ້ຽມຢາມສໍາຫຼວດແຂວງຢູນນານ
ສະບາຍດີ2023-03-28
ນະຄອນຄຸນໝິງສຸມໃສ່ສ້າງເປັນປະຕູສູ່ພາຍນອກທີ່ສໍາຄັນຂອງການທ່ອງທ່ຽວຂ້າມຊາຍແດນ
ສະບາຍດີ2023-03-20
ຄະນະຜູ້ແທນແຂວງຢຸນນານປຶກສາຫາລືກ່ຽວກັບຜັນຂະຫຍາຍການເປີດປະຕູສູ່ພາຍນອກເພື່ອຊຸກຍູ້ການພັດທະນາ
ສະບາຍດີ2023-03-14
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2023 —
04/04
15:30
— ແບ່ງປັນ —