ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວເວລາ)ເມື່ອບໍ່ດົນມານີ້,ວັນກິດຈະກຳໂຄສະນາເຜີຍແຜ່"ເຕັກນິກການເຮັດຊາແບບດັ້ງເດີມຂອງຈີນ ແລະ ຮີດຄອງປະເພນີທີ່ກ່ຽວຂ້ອງ"ຈັດໂດຍກະຊວງວັດທະນະທຳແລະທ່ອງທ່ຽວຈີນແລະສະຖານທູດຈີນປະຈຳສປປລາວເປັນເຈົ້າພາບ ແລະ ໄດ້ຈັດຂື້ນຢູ່ສູນວັດທະນະທຳຈີນປະຈຳ ສປປ ລາວທີ່ນະຄອນຫຼວງວຽງຈັນ.
ກິດຈະກຳດັ່ງກ່າວແມ່ນຮັບຜິດຊອບຈັດໂດຍສະມາຄົມແລກປ່ຽນວັດທະນະທຳຈີນກັບຕ່າງປະເທດ,ສູນວັດທະນະທຳຈີນປະຈຳສປປ ລາວ ແລະ ພະແນກວັດທະນະທຳ ແລະ ທ່ອງທ່ຽວຂອງເຂດປົກຄອງຕົນເອງຊົນເຜົ່າຈວາງ ກວາງຊີ,ກິດຈະກຳໄດ້ເອົາຫົວຂໍ້ແມ່ນ "ຊາສູ່ຄວາມປອງດອງ-ງານພົບປະແລກປ່ຽນ",ໄດ້ແນະນຳປະສົບການ“ເຕັກນິກການຊົງຊາລິ້ວປາວ” ແລະ “ຮີດຄອງປະເພນີຊານໍ້າມັນ” ຂອງເຜົ່າຢາວ ກວາງຊີ ທີ່ເປັນໂຄງການຍ່ອຍຂອງ“ເຕັກນິກການຊົງຊາພື້ນເມືອງຈີນ ແລະ ຮີດຄອງປະເພນີທີ່ກ່ຽວຂ້ອງ”,ນອກນີ້ພາຍໃນງານຍັງປະກອບມີກິດຈະກໍາວັດທະນະທໍາ ແລະ ທ່ອງທ່ຽວທີ່ມີຫຼາຍຫຼາຍສີສັນໃຫ້ໄດ້ສໍາຜັດ.
ທ່ານຄໍາແພງ ໄຊສົມແພງ ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ ສປປລາວ ແລະແຂກຜູ້ມີກຽດຝ່າຍລາວໄດ້ເຂົ້າຮ່ວມກິດຈະກຳດັ່ງກ່າວ ແລະ ກ່າວວ່າ, ໂດຍຜ່ານກິດຈະກຳດັ່ງກ່າວໄດ້ຮຽນຮູ້ເພີ່ມເຕີມກ່ຽວກັບວັດທະນະທຳຊາຈີນ,ເຕັກໂນໂລຊີ້ແລະອຸດສາຫະກຳຊາຂອງຈີນຕື່ມອີກ,ໃນອະນາຄົດ,ຫວັງວ່າທັງສອງຝ່າຍຈະນຳໃຊ້ຊາສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອລະຫວ່າງສອງປະເທດລາວ-ຈີນ ແລະ ການເຊື່ອມໂຍງເຂົ້າກັບການຮ່ຳຮຽນເຊິ່ງກັນ ແລະ ກັນ.
ໃນໄລຍະກິດຈະກຳດັ່ງກ່າວ,ທ່ານ ນາງ ຊືອູເຝີຍ ແລະ ທ່ານ ຈຸຫຼິ້ຫີຍ ເປັນຜູ້ສືບທອດຕົວແທນອະມໍລະດົກດ້ານວັດທະນະທໍາໂລກລະດັບແຂວງຂອງປະເທດຈີນ,ໄດ້ສະແດງ“ເຕັກນິກການຊົງຊາລິ້ວປາວ” ແລະ “ຮີດຄອງປະເພນີຊານໍ້າມັນ” ຂອງເຜົ່າຢາວ,ໄດ້ແນະນຳຂະບວນການຜະລິດຊາ, ຂັ້ນຕອນການຜະລິດ ແລະ ຮີດຄອງປະເພນີວັດທະນະທຳທີ່ກ່ຽວຂ້ອງໃຫ້ແກ່ແຂກຢູ່ພາກສະໜາມ,ແລະເຊີນພວກເຂົາຊີມລົດນໍ້າຊາ ແລະ ເຂົ້າໜົນຊາທີ່ມີລົດຊາດສອງຢ່າງທີ່ແຕກຕ່າງກັນ.ພວກຜູ້ແຂກ"ແຕ່ງຊາຢູ່ອ້ອມເຕົາໄຟ"ແລະຮູ້ສຶກເຖິງປະຫວັດສາດອັນຍາວນານ ແລະ ມໍລະດົກອັນເລິກເຊິ່ງຂອງວັດທະນະທໍາຈີນຢ່າງໃກ້ຊິດ..
新华社万象5月21日电(记者章建华 林昊)由中国文化和旅游部、中国驻老挝大使馆主办的“中国传统制茶技艺及其相关习俗”宣介活动日前在位于老挝首都万象的老挝中国文化中心举行。
活动由中国对外文化交流协会、老挝中国文化中心和广西壮族自治区文化和旅游厅承办,以“茶和天下·雅集”为主题,推出非遗代表性项目六堡茶制作技艺和瑶族油茶习俗的活态展示体验,并配以丰富多彩的系列文化和旅游活动。
老挝总理府办公厅部长坎平·赛宋平等老方嘉宾出席活动并表示,通过活动进一步了解了中国的茶文化、茶科技和茶产业,期待今后双方以茶为载体,继续深化老中传统友谊和文明交融互鉴。
活动期间,中国省级非遗代表性传承人石濡菲和周黎维分别展示了六堡茶、瑶族油茶制作技艺,向现场嘉宾介绍制茶工艺背景、制作步骤及相关文化习俗,并邀请他们品尝这两种不同风味的茶及茶点。嘉宾们“围炉煮茶”,近距离感受中华茶文化的源远流长和博大精深。
ພະລັງງານລົມພູພຽງໃຫຍ່ທີ່ສຸດຂອງຈີນໄດ້ເລີ່ມປະຕິບັດງານຢ່າງເຕັມທີ່
ສະບາຍດີ2023-05-09
ເຂດເສີງກົ້ງໄປນະຄອນຊຽງໄຮເພື່ອດຶງດູດການລົງທຶນ ໄດ້ເຊັນໃບສັ່ງທັງມີມູນຄ່າ 8,6 ຕື້ຢວນ
ສະບາຍດີ2023-05-04
ຄະນະຜູ້ແທນພັກອຳນາດການປົກຄອງແຂວງຢຸນນານໄປແຂວງກວາງຕຸ້ງເພື່ອສຳຫຼວດ ຮ່ວມກັນຂຽນບົດໃໝ່ຂອງການຮ່ວມມືລະຫ່ວາງຢຸນນານ-ກວາງຕຸ້ງ
ສະບາຍດີ2023-05-18
ແຂວງຢູນນານຮ່ວມມືກັບປະເທດແມ່ນໍ້າຂອງສ້າງແມ່ແບບການພັດທະນາສີຂຽວ
ສະບາຍດີ2023-05-18
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2023 —
05/23
15:55
— ແບ່ງປັນ —