ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວສະໜຸກ)ວັນທີ 13 ເດືອນພຶດສະພາ, ຂະບວນລົດໄຟຜູ້ໂດຍສານສາກົນຕາມທາງລົດໄຟລາວ-ຈີນເປີດນໍາໃຊ້ຄົບເດືອນ, ຂົນສົ່ງຜູ້ໂດຍສານຂ້າມຊາຍແດນໄດ້ເກີນສິນພັນເທື່ອຄົນ,ບົດບາດຂອງຊ່ອງທາງສາກົນພົ້ນເດັ່ນ.
ວັນທີ 13 ເດືອນເມສາ, ຂະບວນລົດໄຟຜູ້ໂດຍສານສາກົນຕາມທາງລົດໄຟລາວ-ຈີນເປີດນໍາໃຊ້ຢ່າງເປັນທາງການ, ໄດ້ຮັບຄວາມນິຍົມຈາກປະຊາຊົນຈີນ ແລະ ລາວ, ການເປີດນໍາໃຊ້ໜຶ່ງເດືອນເປັນຕົ້ນມາ, ການຂົນສົ່ງຂ້າມຊາຍແດນຕາມທາງລົດໄຟລາວ-ຈີນສະແດງໃຫ້ເຫັນທ່າອ່ຽງການຂົນສົ່ງຜູ້ໂດຍສານແລະສິນຄ້າມີຄວາມຈະເລີນຮຸງເຮືອງ, ບໍ່ພຽງແຕ່ສ້າງຄວາມສະດວກໃຫ້ແກ່ການເດີນທາງຂອງປະຊາຊົນລຽບຕາມເສັ້ນທາງເທົ່ານັ້ນ, ແລະຊຸກຍູ້ການພັດທະນາຂະແໜງການທ່ອງທ່ຽວຂອງສອງປະເທດ, ຍັງມີຄວາມໝາຍສຳຄັນທີ່ສຸດສໍາລັບຊຸກຍູ້ການພົວພັນແລກປ່ຽນດ້ານເສດຖະກິດການຄ້າລະຫວ່າງສອງປະເທດ, ແລະຮ່ວມສ້າງ“ໜຶ່ງແລວທາງໜຶ່ງເສັ້ນທາງ”ມີການພັດທະນາຄຸນນະພາບສູງ.
ການເປີດນໍາໃຊ້ໜຶ່ງເດືອນເປັນຕົ້ນມາ, ຜູ້ໂດຍສານເຂົ້າອອກເມືອງນັບມື້ນັບຫຼາຍຂຶ້ນ, ຈໍານວນສະເລ່ຍຜູ້ໂດຍສານເຂົ້າອອກເມືອງປະຈຳວັນໄດ້ເພີ່ມຂຶ້ນຈາກປະມານ 370 ຄົນໃນອາທິດທຳອິດຂອງການເປີດນໍາໃຊ້ມາເປັນປະມານ 490 ຄົນໃນປະຈຸບັນ. ພາກສ່ວນທາງລົດໄຟໄດ້ເປີດຂະບວນລົດໄຟທັງໝົດ 30 ຖ້ຽວຄູ່, ອັດຕາທັນເວລາຂອງລົດໄຟເຖິງ 100%, ຕໍາຫຼວດກວດຄົນເຂົ້າອອກເມືອງ ແລະ ພາກສ່ວນດ່ານພາສີໄດ້ກວດຂະບວນລົດໄຟເຂົ້າອອກດ່ານທັງໝົດ 60 ຖ້ຽວ, ກວດຜູ້ໂດຍສານເຂົ້າອອກເມືອງທີ່ມາຈາກ 28 ປະເທດທັງໝົດ 13.310 ເທື່ອຄົນ, ໃນນັ້ນ, ຜູ້ໂດຍສານເຂົ້າເມືອງ 7.024 ເທື່ອນຄົນ, ຜູ້ໂດຍສານອອກເມືອງ 6.286 ເທື່ອຄົນ, ຈໍານວນຜູ້ໂດຍສານເຂົ້າເມືອງຫຼາຍກວ່າຜູ້ໂດຍສານອອກເມືອງ 11,7%.
ນັກຂ່າວໄດ້ຮັບຮູ້ວ່າ, ຜຸ້ໂດຍສານຕ່າງປະເທດທີ່ເຂົ້າເມືອງສ່ວນຫຼາຍແມ່ນມາຈີນສຶກສາ, ທ່ອງທ່ຽວ ແລະ ສໍາຫຼວດຕະຫຼາດ, ໂດຍສະເພາະແມ່ນນັກສຶກສາຕ່າງປະເທດທີ່ໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19 ແລະ ພາຍຫຼັງສາມປີກັບຄືນຈີນເພື່ອສໍາເລັດການຮຽນຫຼາຍກວ່າ. ຕາມການແນະນໍາຈາກຜູ້ນໍາທ່ອງທ່ຽວຄົນລາວວ່າ, ນັບແຕ່ຕະຫຼາດການທ່ອງທ່ຽວຂອງຈີນເປີດກວ້າງຢ່າງຕໍ່ເນື່ອງ ແລະ ລັດຖະບານຈີນສະໜັບສະໜູນການທ່ອງທ່ຽວຢ່າງເຂັ້ມແຂງ, ການເປີດນໍາໃຊ້ຂະບວນລົດໄຟຜູ້ໂດຍສານສາກົນຕາມທາງລົດໄຟລາວ-ຈີນເຮັດໃຫ້ການເດີນທາງສະດວກກວ່າ, ສະນັ້ນ, ຄົນລາວນັບມື້ນັບຫຼາຍຢາກໄປທ່ຽວຈີນ.
ເພື່ອຮັບປະກັນການດໍາເນີນຂະບວນລົດໄຟຜູ້ໂດຍສານສາກົນຕາມທາງລົດໄຟມີຄວາມປອດໄພ ແລະ ລະບຽບຮຽບຮ້ອຍ, ບໍລິສັດທາງລົດໄຟຈີນສາຂາຄຸນໝິງປັບປຸງສາຍທາງຂອງຜູ້ໂດຍສານເຂົ້າອອກສະຖານີຢູ່ສະຖານີຄຸນໝີງໃຕ້ ແລະ ສະຖານີບໍ່ຫານຢ່າງຕໍ່ເນື່ອງ, ຕິດຕັ້ງປ້າຍແນະນຳເປັນພາສາຈີນ, ລາວ ແລະ ອັງກິດຢູ່ຫ້ອງຂາຍປີ້, ທາງເຂົ້າ, ປະຕູກວດປີ້, ແລະ ບ່ອນຖ້າລົດ, ປະກາດຄວາມຮູ້ຈໍາເປັນໃນການເດີນທາງ, ຄວາມຮູ້ຈໍາເປັນໃນການຂີ່ລົດໄຟ ແລະ ຂັ້ນຕອນການເຂົ້າ-ອອກເມືອງໃຫ້ຜູ້ໂດຍສານສາກົນຮັບຮູ້.
ເພື່ອຮັບປະກັນຜຸ້ໂດຍສານໄດ້ຜ່ານດ່ານຢ່າງມີປະສິດທິພາບສູງ ແລະ ຄວາມສະດວກ, ພາກສ່ວນການກວດດ່ານຊາຍແດນໃຊ້ມາດຕະການ 4 ລາຍການ: ໜຶ່ງແມ່ນເພີ່ມທະວີຜູ້ນໍາຢູ່ນອກເວທີຂອງສະຖານີ ແລະ ຕໍາຫຼວດທີ່ເສີມກຳລັງເຄື່ອນທີ່, ເພື່ອຊ່ວຍເຫລືອຜູ້ໂດຍສານທີ່ມີເລືີ່ອງຮີບດ່ວນ ແລະ ອັນຕະລາຍ. ສອງແມ່ນເປີດທາງຜ່ານສະເພາະໃຫ້ປະຊາຊົນຈີນ, ຮັບປະກັນປະຊາຊົນຈີນຜ່ານດ່ານໃຊ້ເວລາບໍ່ເກີນ 30 ນາທີ. ສາມແມ່ນເອົາບັດເຂົ້າເມືອງສໍາລັບຄົນຕ່າງປະເທດໃຫ້ພະນັກງານປະຈໍາຫົວຈັກລົດໄຟ, ເພີື່ອແຈກຢາຍໃຫ້ຜູ້ໂດຍສານທີ່ຈະເຂົ້າເມືອງຂຽນລ່ວງໜ້າ, ໄດ້ຫຼຸດສັ້ນເວລາເຮັດເອກະສານເຂົ້າເມືອງສໍາລັບຄົນຕ່າງປະເທດ. ສີ່ແມ່ນສຸມໃສ່ການກໍ່ສ້າງດ່ານຊາຍແດນແບບອະສະລິຍະ, ເພີ່ມທະວີການແບ່ງປັນຂໍ້ມູນຂ່າວສານ ແລະ ຊັບພະຍາກອນກັບພາກສ່ວນກ່ຽວຂ້ອງ, ສົມທົບກຳລັງຂອງທຸກຝ່າຍຢ່າງມີປະສິດທິຜົນ, ເພື່ອຍົກສູງປະສິດທິພາບການຜ່ານດ່ານ.
ການເປີດນໍາໃຊ້ຂະບວນລົດໄຟຜູ້ໂດຍສານສາກົນຕາມທາງລົດໄຟລາວ-ຈີນຢ່າງເປັນທາງການ, ໄດ້ເຊິື່ອມຕໍ່ເຊີື່ອມໂຍງນະຄອນຄຸນໝິງ, ສິບສອງພັນນາ, ຫຼວງພະບາງ, ນະຄອນຫຼວງວຽງຈັນ ແລະ ບັນດາຕົວເມືອງທ່ອງທ່ຽວ, ມີບົດບາດອັນຕັ້ງໜ້າໃນການຊຸກຍູ້ການເຊື່ອມໂຍງການທ່ອງທ່ຽວ ແລະ ວັດທະນະທຳລະຫວ່າງຈີນກັບອາຊີໃຕ້ແລະອາຊີຕາເວັນອອກສ່ຽງໃຕ້.
昆明信息港讯 记者上官艳君 5月13日中老铁路国际旅客列车开行满一个月,跨境旅客发送量超1万人次,国际大通道作用发挥突出。
4月13日,中老铁路国际旅客列车的开行,受到中老两国民众的欢迎,开行一个月来,中老铁路跨境运输呈现客货两旺态势,不仅方便沿线民众出行,推动两国旅游产业发展,也对促进两国经贸往来和共建“一带一路”高质量发展具有十分重要的意义。
开行一个月以来,出入境旅客逐步增长,日均通关旅客人数从开行第一周约370人,增加至目前日均约490人。铁路部门共计开行动车组列车30对,列车准点率100%。边检、海关部门共查验出入境列车60列次,验放来自28个国家的出入境旅客13310人次,其中,入境7024人次,出境6286人次,入境人数比出境人数多11.7%。
采访中记者了解到,入境的外籍旅客中大多是来中国留学、旅游和考察市场的,特别是受疫情影响,三年后又回中国继续完成学业的留学生比较多。据现场老挝导游介绍,随着中国旅游市场的不断开放和中国政府对旅游业的大力支持,中老铁路国际旅客列车开行使得出行更加便捷,为此越来越多的老挝人都想到中国旅游观光。
为保障中老铁路国际旅客列车的安全、有序运行,昆明局集团在昆明南、磨憨等车站不断优化旅客进出站流线,在售票厅、进站口、检票口、候车区设置中文、老挝语、英语导向标识,公告国际旅客旅行须知、乘车安全须知、出入境手续等内容。
为保障旅客高效顺畅通关,边检部门采取4项便利措施:一是增加现场台外引导、机动增援岗位警力,及时为急难险重旅客提供帮扶救助。二是为中国公民开设专用通道,确保中国公民边检通关时,候检时间不超过30分钟。三是将外籍人员入境卡交由乘务员发给拟入境外籍人员提前填写,减少了外籍人员入境手续办理时间。四是以智慧口岸建设为重点,强化与口岸相关单位的信息共享、资源共用,有效整合了各方力量,提升通关效率。
中老铁路国际旅客列车的正式开行,串联起中国昆明、西双版纳至老挝琅勃拉邦、万象等旅游城市,对助推中国与南亚东南亚地区文化旅游融合起到积极作用。
ທາງລົດໄຟລາວ-ຈີນໄດ້ຂົນສົ່ງໝາກໄມ້ນໍາເຂົ້າເກີນ 10.000 ໂຕນ
ສະບາຍດີ2023-04-28
ທາງລົດໄຟລາວ-ຈີນໄດ້ຊຸກຍູ້ການທ່ອງທ່ຽວຢູ່ປະເທດອາຊີຕາເວັນອອກສຽງໃຕ້ ຂະບວນລົດໄຟໂດຍສານສາກົນກາຍເປັນທາງເລືອກໃໝ່ໃ
ສະບາຍດີ2023-05-08
ນຳໂອກາດໃໝ່ມາ ນັບແຕ່ຕົ້ນປີນີ້ຜູ້ໂດຍສານເກືອບ 80.000 ຄົນໄດ້ເດີນທາງຢູ່ສະຖານີວັງວຽງທາງລົດໄຟລາວ-ຈີນ
ສະບາຍດີ2023-04-17
ທາງລົດໄຟລາວ-ຈີນໄດ້ຂົນສົ່ງຜູ້ໂດຍສານ16ລ້ານຄົນ
ສະບາຍດີ2023-05-26
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2023 —
05/15
10:51
— ແບ່ງປັນ —