ເຊື່ອມຕໍ່ກັນ ພັດທະນາຮ່ວມກັນກ້າວໄປສູ່ອະນາຄົດ. "ການເຊື່ອມຕໍ່ສີ່ເຂດ"ເລັ່ງລັດການພັດທະນາ “ໜຶ່ງແລວໜຶ່ງເສັ້ນທາງ”

ມາຈາກ:ສະບາຍດີ

ສະບາຍດີ ນັກຂ່າວຄຳປະເສີດ)ໃນປີ 2023, ພາຍໃຕ້ສະພາບການປ່ຽນແປງຂອງໂລກທີ່ບໍ່ເຄີບມີມາກ່ອນໃນຮອຍ100ປີ,ການຮ່ວມມືຂອງຂໍ້ລິເລີ່ມ"ໜຶ່ງແລວ ໜຶ່ງເສັ້ນທາງ" ກຳລັງະກ້າວເຂົ້າສູ່ໄລຍະຄົບຮອບ 10 ປີ.

ປະເທດລາວ ແລະ ປະເທດຈີນ ເປັນບ້ານໃກ້ເຮືອນຄຽງທີ່ດີ ທີ່ມີສາຍພູສາຍນ້ຳຕິດຈອດກັນ, ນັບແຕ່ໄດ້ລົງນາມແຜນແມ່ບົດ ວ່າດ້ວຍການສ້າສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ໃນປີ 2019 ເປັນຕົ້ນມາ, ການເປັນຄູ່ຮ່ວມຊາຕາກໍາ ທີ່ຮ່ວມທຸກຮ່ວມສຸກ ແລະ ຈັບມືກັນ ໄດ້ເກີດດອກອອກຜົນອັນສວຍງາມ.ໃນຖານະເປັນໂຄງການທີ່ສຳຄັນຂອງການກໍ່ສ້າງ "ໜຶ່ງແລວ ໜຶ່ງເສັ້ນທາງ" ທີ່ມີຄຸນນະພາບສູງ,ການເປີດນໍາໃຊ້ທາງລົດໄຟ ລາວ-ຈີນ ບໍ່ພຽງແຕ່ໄດ້ເປີດຊ່ອງທາງທອງຄຳຈາກຈີນໄປສູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ເທົ່ານັ້ນ, ແຕ່ຍັງໄດ້ເຮັດໃຫ້ຄວາມຝັນຂອງລາວໃນການຫັນປ່ຽນຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ກາຍມາເປັນປະເທດເຊື່ອມໂຍງເຊື່ອມຈອດກັບພາກພື້ນ ໄດ້ເກີດເປັນຄວາມຈິງ.

ເມື່ອການເຊື່ອມຈອດດ້ານພື້ນຖານໂຄງລ່າງໄດ້ເຊື່ອມຕໍ່ກັນໃນຂອບເຂດທົ່ວໂລກ, ການເຊື່ອມຕໍ່ບັນດາລະບຽບການກໍ່ຍິ່ງໄດ້ສະໜອງພະລັງງານຢ່າງຕໍ່ເນື່ອງ ໃຫ້ແກ່ການສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ” ແລະ ຊຸກຍູ້ໃຫ້ການພັດທະນາ"ໜຶ່ງແລວໜຶ່ງເສັ້ນທາງ" ນັບມື້ນັບຂະຫຍາຍຕົວຢ່າງເລິກເຊິ່ງ.

1

ເພື່ອແນໃສ່ຮັບໃຊ້ ແລະ ເຊື່ອມໂຍງເຂົ້າກັບຍຸດທະສາດການພັດທະນາເຂດການຄ້າເສລີແຫ່ງຊາດ ແລະ ຂໍ້ລິເລີ່ມ“ໜຶ່ງແລວ ໜຶ່ງເສັ້ນທາງ”,ນະຄອນຄຸນໝິງໄດ້ມອບໝາຍໃຫ້ຕາແສງບໍ່ຫານ, ກິ່ງແຂວງແຂວງສິບສອງພັນນາ ດຳເນີນວຽກງານຮ່ວມກັນສ້າງຕົວເມືອງດ່ານຊາຍແດນສາກົນ, ເຮັດໃຫ້ນະຄອນຄຸນໝິງກາຍເປັນເມືອງເອກແຫ່ງທຳອິດທີ່ມີ "ເສັ້ນຊາຍແດນ" ໃນທົ່ວປະເທດຈີນ. ພາຍໃຕ້ກາລະໂອກາດດັ່ງກ່າວ, ເຂດການຄ້າເສລີພາກພື້ນນະຄອນຄຸນໝິງ, ເຂດພັດທະນາເສດຖະກິດນະຄອນຄຸນໝິງ, ເຂດປອດພາສີຮອບດ້ານນະຄອນຄຸນໝິງ  ແລະ ເຂດຮ່ວມມືເສດຖະກິດບໍ່ຫານ-ບໍ່ເຕັນ ໄດ້ພັດທະນາໄປພ້ອມກັນ, ເຊິ່ງໄດ້ກາຍເປັນເຂດທີ່ມີການເປິດປະຕູສູ່ພາຍນອກແຫ່ງດຽວໃນປະເທດ ທີ່ມີທ່າແຮງ ການຮ່ວມມືຂ້າມຊາຍແດນລະຫວ່າງ “ສີ່ເຂດ”. ໂດຍຜ່ານການພັດທະນາ "ການເຊື່ອມຕໍ່ສີ່ເຂດ" ປະກອບສ່ວນເຂົ້າໃນການຊຸກຍູ້ການມີຜົນບັງຄັບໃຊ້ຂອງ RCEP, ເພີ່ມທະວີການແລກປ່ຽນແລະການຮ່ວມມື,ຊ່ວຍເຫຼືອການກໍ່ສ້າງເຂດຮ່ວມມືຢູ່ລາວແລະສືບຕໍ່ເພີ່ມທະວີຮ່ວມມືສອງຝ່າຍລະຫວ່າງປະເທດລາວ-ປະເທດຈີນ. ເປັນຕົວຢ່າງຂອງການທົດລອງຄັ້ງທຳອິດເພື່ອສົ່ງເສີມການພັດທະນາ "ໜຶ່ງແລວ ໜຶ່ງເສັ້ນທາງ" ແລະ ການສ້າງປະຊາຄົມຮ່ວມຊາຕາກຳ ລາວ-ຈີນ.

2

ຮ່ວມມືກັບ RCEP ຊຸກຍູ້ອຳນວຍຄວາມສະດວກໃຫ້ການຄ້າເສລີ

ວັນທີ 1 ມັງກອນປີ 2022, ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ(RCEP)ໄດ້ມີຜົນບັງຄັບໃຊ້ຢ່າງເປັນທາງການ, ອັນໄດ້ເປັນຂີດໝາຍການເປີດເຂດການຄ້າເສລີທີ່ມີປະຊາກອນຫຼາຍກວ່າໝູ່, ຂະໜາດເສດຖະກິດການຄ້າໃຫຍ່ກວ່າໝູ່ແລະມີທ່າແຮງພັດທະນາທີ່ສຸດໃນໂລກ. .

ໃນປີທຳອິດຂອງການມີຜົນບັງຄັບໃຊ້ຂອງ RCEP, ມີສິນຄ້າຈໍານວນ 2,034 ຊະນິດ ຮັບການຍົກເວັ້ນພາສີ, ແລະ ມູນຄ່າການຫຼຸດພາສີສິນຄ້າທີ່ສົ່ງອອກຜ່ານດ່ານສາກົນ ບໍ່ຫານ ຂອງຈີນໄດ້ບັນລຸໄດ້ຫຼາຍກວ່າ 400 ລ້ານຢວນ. ມາຮອດທ້າຍປີ 2022, ສາຂາດ່ານພາສີ ເມືອງຫລາ ຂອງດ່ານພາສີຄຸນໝິງໄດ້ອອກໃບຢັ້ງຢືນຕົ້ນກຳເນີດການຜະລິດດ້ວຍຕົນເອງຈໍານວນ 9,494 ສະບັບ, ດ້ວຍມູນຄ່າ 2,15 ຕື້ຢວນ, ແລະໄດ້ອອກໃບຢັ້ງຢືນບຸລິມະສິດແຫຼ່ງກຳເນີດການຜະລິດຂອງRCEP ຈໍານວນ 1845 ສະບັບ ທີ່ມີມູນຄ່າ 390 ລ້ານຢວນ.

ທ່ານ ເຈິ້ງຫົງ, ປະທານສະພາການຄ້າແຂວງຢຸນນານປະຈໍາລາວໄດ້ເອົາໃຈໃສ່ ການພັດທະນາຂອງວິສາຫະກິດຢຸນນານໃນການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງລາວ-ຈີນ. ທ່ານ ເຈິ້ງຫົງ ຊີ້ອອກວ່າ, RCEP ສາມາດຫຼຸດພາສີໄດ້ຢ່າງມີປະສິດທິຜົນ, ວິສາຫະກິດແຂວງຢຸນນານຢູ່ລາວມີທ່າແຮງທາງດ້ານພູມສັນຖານທີ່ເປັນເອກະລັກສະເພາະ, ຍາດໄດ້ກາລະໂອກາດໃໝ່ ຂອງ ການມີຜົນບັງຄັບໃຊ້ ຂອງ RCEP, ໄດ້ເປີດກວ້າງການຮ່ວມມືດ້ານການຄ້າໃນພາກພື້ນ ແລະ ສ້າງລະບົບການແບ່ງງານຂອງນຕ່ອງໂສ້ອຸດສາຫະກຳໃຫ້ສົມບູນກວ່າເກົ່າ ເພື່ອເພີ່ມປະສິດທິພາບການຈັດສັນຊັບພະຍາກອນໃຫ້ດີຂຶ້ນ, ຫຼຸດຜ່ອນຕົ້ນທຶນການຜະລິດ ແລະ ປັບປຸງຄວາມສາມາດໃນການແຂ່ງຂັນຂອງຜະລິດຕະພັນ.

ນັບແຕ່ນະຄອນຄຸນໝິງໄດ້ມອບໝາຍໃຫ້ຕາແສງບໍ່ຫານ ກິ່ງແຂວງແຂວງສິບສອງພັນນາດຳເນີນວຽກງານເປັນຕົ້ນມາ, ຊັບພະຍາກອນໄດ້ສືບຕໍ່ລວມສູນຢູ່ບໍ່ຫານ ແລະ ນັບມື້ມີນະໂຍບາຍຫຼາຍຂຶ້ນ.ຍອດລວມມູນຄ່າການຄ້າຂາເຂົ້າ-ຂາອອກຂອງຈີນບັນລຸໄດ້ 5ລ້ານ666.900 ໂຕນ,ເພີ່ມຂຶ້ນ 58,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ຍອດລວມມູນຄ່າຂາເຂົ້າ-ຂາອອກຈາກຕ່າງປະເທດບັນລຸ 43,338 ຕື້ຢວນ,ເພີ່ມຂຶ້ນ98,99%. ບໍ່ຫານ ທີ່ເຄີຍເປັນເມືອງຊາຍແດນ ປັດຈຸບັນໄດ້ກາຍເປັນຈຸດຮ້ອນຂອງການລົງທຶນ ແລະ ການພັດທະນາທຸລະກິດ, ເຊິ່ງໄດ້ກາຍເປັນຜົນງານທີ່ດີເດັ່ນອີກຄັ້ງໜຶ່ງ. ຜ່ານການປັບປຸງຄວາມສາມາດຂອງ"ສີ່ເຂດ"ໃນການນຳໃຊ້ການຍົົກລະດັບຄວາມສາມາດການໝູນໃຊ້ເວທີ RCEP, RCEPຈະສ້າງຄວາມເຂັ້ມແຂງໃຫ້ແກ່ເສດຖະກິດພາກພື້ນ ໄດ້ມີຄວາມກຳລັງແຮງ ແລະມີຊີວິດຊີວາ, ບໍ່ຫານ ຍັງຈະກາຍເປັນປະຕູເປີດສູ່ພາຍນອກສຳຄັນທາງລົດໄຟລາວ-ຈີນ.

3

ຮ່ວມມືກັບລາວກ້າວເດີນໄປໜ້າ ຊຸກຍູ້ການແລກປ່ຽນ ແລະ ແບ່ງປັນຊັບພະຍາກອນການສຶກສາ

ທາງລົດໄຟ ລາວ-ຈີນ ແມ່ນທາງລົດໄຟທີ່ທັນສະໄໝແຫ່ງທຳອິດຂອງປະເທດລາວ, ການເປີດນໍາໃຊ້ ແລະ ດຳເນີນງານຂອງທາງລົດໄຟ ລາວ-ຈີນ ໄດ້ເປັນຂີດໝາຍທີ່ປະເທດລາວໄດ້ກ້າວເຂົ້າສູ່ຍຸກການຂົນສົ່ງທາງລົດໄຟ. ແຕ່ປະເທດລາວຍັງໄດ້ປະເຊີນໜ້າກັບບັນຫາການຂາດເຂີນລະບົບການຝຶກອົບຮົມຄວາມສາມາດດ້ານວິຊາຊີບທາງລົດໄຟ. ສະນັ້ນ, ເພື່ອເຮັດໃຫ້ທາງລົດໄຟ ລາວ-ຈີນ ໄດ້ສືບຕໍ່ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຂອງລາວ,ໂຄງການສະໜັບສະໜຸນທາງລົດໄຟ ລາວ-ຈີນ ກໍຄື "ວິທະຍາໄລເຕັກນິກລົດໄຟຊ່ວຍເຫຼືອລາວ"ໄດ້ຮັບການກໍ່ສ້າງຂຶ້ນ.

ປະຈຸບັນ, ນັກຮຽນຈໍານວນ 40 ຄົນ ທີ່ຮັບການຄັດເລືອກໂດຍກະຊວງສຶກສາທິການຂອງລາວ ທີ່ກຳລັງຮຽນຢູ່ມະຫາວິທະຍາໄລເຕັກນິກວິຊາຊີບທາງລົດໄຟຄຸນໝິງ, ທີ່ຕັ້ງຢູ່ເຂດການຄ້າເສລີພາກພື້ນນະຄອນຄຸນໝິງ. ຫລັງຈາກນີ້ອີກ 2 ປີ, ພວກເຂົາຈະກັບໄປປະເທດລາວ ແລະ ກາຍເປັນຄູສອນດ້ານທາງລົດໄຟຊຸດທຳອິດ ທີ່ມະຫາວິທະຍາໄລວິຊາຊີບແລະເຕັກນິກທາງລົດໄຟລາວ. ນອກຈາກນັ້ນ, ວິທະຍາໄລເຕັກນິກ-ວິຊາຊີບທາງລົດໄຟຄຸນໝິງຈະໃຊ້ເວລາ 5 ປີ ໃນການຈັດທີມສອນໃຫ້ປະເທດລາວເປັນຊຸດ ເພື່ອແນະນໍາ ແລະ ຊ່ວຍເຫຼືອວິທະຍາໄລເຕັກນິກ-ວິຊາຊີບທາງລົດໄຟລາວ ໃຫ້ມີກົນໄກການສອນວິຊາຊີບທາງລົດໄຟຢ່າງເປັນລະບົບຄົບຊຸດ.

ທ່ານ ຫວງເວີຍລີ້, ຊ່ຽວຊານລາວທີ່ເຮັດວຽກຢູຫ້ອງການປະສານງານແລະຊີ້ນໍາຂອງພະແນກການຄ້າແຂວງຢຸນນານ, ທັງເປັນຜູ້ຄຸ້ມຄອງໂຄງການວິທະຍາໄລເຕັກນິກແລະວິຊາຊີບທາງລົດໄຟລາວ ທີ່ຊ່ວຍເຫຼືອລາວໃນເວລາເຮັດວຽກຢູ່ສະຖານທູດລາວ.“ໂຄງການນີ້ເສີມຂະຫຍາຍທ່າແຮງດ້ານວິຊາການຢ່າງເຕັມສ່ວນຂອງວິທະຍາໄລເຕັກນິກແລະວິຊາຊີບທາງລົດໄຟຄຸນໝິງໃນເຂດການຄ້າເສລີພາກພື້ນຄຸນໝິງ, ເປັນການສະແດງອອກຢ່າງຕັ້ງໜ້າຂອງ 4 ເຂດທີ່ປະກອບສ່ວນເຂົ້າໃນການຮັບໃຊ້ຍຸດທະສາດການພັດທະນາປະເທດຈີນ ແລະແຂວງຢຸນນານ ເພືຶ່ອສ້າງເປັນສູນກາງພັດທະນາທີ່ສົ່ງຜົນສະທ້ອນອັນກວ້າງຂວາງຕໍ່ພາກພື້ນອາຊີໃຕ້ແລະອາຊີຕາເວັນອອກສຽງໃຕ້.”ທ່ານ ຫວງເວີຍລີ້ ກ່າວວ່າ:ການຝຶກອົບຮົມໃຫ້ແກ່ນັກສຶກສາລາວ ຈຳນວນ 40 ຄົນ ດັ່ງກ່າວ ຈະຊ່ວຍສ້າງທີມງານຄູອາຈານສອນທີ່ມີວິໄສທັດສາກົນ, ມີຄວາມຊຳນານໃນທຸກວິຊາສະເພາະທາງລົດໄຟ, ເຂົ້າໃຈການສິດສອນ ແລະ ການຄຸ້ມຄອງ ແລະ ຈະຕອບສະໜອງໄດ້ຄວາມຕ້ອງການຄູສອນຂອງວິທະຍາໄລເຕັກນິກ-ວິຊາຊີບລົດໄຟລາວ.

"ນະຄອນຄຸນໝິງເປັນຕົວເມືອງປະຕູຂອງປະເທດຈີນທີ່ອ່ວຍໜ້າສູ່ພາກພື້ນອາຊີໃຕ້ ແລະຕາເວັນອອກສຽງໃຕ້, ເຊິ່ງມີທ່າແຮງດ້ານທີ່ຕັ້ງຂອງຕົນ. ວິທະຍາໄລເຕັກນິກ-ວິຊາຊີບທາງລົດໄຟຄຸນໝິງມີປະຫວັດອັນເລິກເຊິ່ງ ກ່ຽວກັບປະຫວັດການສອນ ວິຊາທາງລົດໄຟ, ນີ້ເປັນທາງເລືອກທີ່ດີທີ່ສຸດສຳລັບນັກສຶກສາລາວທີ່ຮຽນຢູ່ທີ່ນີ້."ທ່ານ ໄຊຊະນະ ສີດທິພອນ ຮອງປະທານຄະນະກຳມະການຮ່ວມມື ລາວ-ຈີນ, ທັງເປັນ ປະທານກິດຕິມະສັກ ຂອງ ຄະນະນັກສຶກສາລາວທີ່ເຄີຍສຶກສາຢູ່ແຂວງຢຸນນານໄດ້ຍ້ອງຍໍໂຄງການ"ວິທະຍາໄລເຕັກນິກແລະວິຊາຊີບທາງລົດໄຟລາວ",ທ່ານ ໄຊຊະນະ ສີດທິພອນ ເຊື່ອໝັ້ນວ່າພາຍຫຼັງບັນດານັກຮຽນກັບລາວແລ້ວ,ພວກເຂົາຈະສາມາດມີບົດບາດສຳຄັນໃນການບຳລຸງສ້າງບຸກຄະລາກອນທາງລົດໄຟໃຫ້ແກ່ປະເທດລາວ

ເມື່ອປະສິດທິຜົນທ່າແຮງຕັ້ງໜ້າຫຼາຍອັນ ຂອງ "ສີ່ເຂດ"ໄດ້ສືບຕໍ່ຂະຫຍາຍອອກຢ່າງກວ້າງຂວາງ, ໂຄງການ "ວິທະຍາໄລເຕັກນິກແລະວິຊາຊີບທາງລົດໄຟທີ່ຊ່ວຍເຫຼືອລາວ" ຈະສາມາດເຕີມເຕັມຊ່ອງຫວ່າງໃນຂົງເຂດອາຊີວະສຶກສາທາງລົດໄຟຂອງປະເທດລາວ, ເຮັດໃຫ້ການຊ່ວຍເຫຼືອຂອງຈີນຕໍ່ລາວ ໃນດ້ານພື້ນຖານໂຄງລ່າງ ກັບ ການຊ່ວຍເຫຼືອດ້ານນະໂຍບາຍກົນໄກຕ່າງໆ ໄດ້ມີການປະສານສົມທົບກັນຢ່າງສະໜິດແໜ້ນ, ເຮັດໃຫ້ການພົວພັນຮ່ວມມື ໃນຂົງເຂດກ່ຽວຂ້ອງສອງຝ່າຍ ລາວ-ຈີນ ຍິ່ງມີຄວາມເລິກເຊິ່ງຕື່ມອີກບາດກ້າວໜຶ່ີງ ແລະ ເຮັດໃຫ້ ມິດຕະພາບ ລາວ-ຈີນ ຍິ່ງມີຄວາມແໜ້ນແກ່ນຍິ່ງຂຶ້ນ

4

ຮ່ວມກັນພັດທະນາກັບເຂດການຮ່ວມມືກັບຕ່າງປະເທດ ເພື່ອຊຸກຍູ້ການເປີດປະຕູສູ່ພາຍນອກໃຫ້ມີລະດັບສູງຂຶ້ນ.

ໃນຖານະເປັນ"ປ່ອງຢ້ຽມ"ແຫ່ງການເປີດປະຕູສູ່ພາຍນອກຂອງແຂວງຢຸນນານ,ເຂດການຄ້າເສລີພາກພື້ນນະຄອນຄຸນໝິງລ້ວນແຕ່ອີງໃສ່ການຈັດຕັ້ງການເປີດປະຕູສູ່ພາຍນອກ"ຕາມຊາຍແດນ",ອີງໃສ່ພື້ນຖານ“ການເຊື່ອມໂຍງ 4 ເຂດ”

ຮຽກຮ້ອງໃຫ້ມີການທົດລອງຄັ້ງທຳອິດ,ຄົ້ນຄວ້າຮູບແບບໃໝ່“ເຂດທົດລອງການຄ້າເສລີ + ເຂດຮ່ວມມືກັບຕ່າງປະເທດ”ໃນການພັດທະນາການເຊື່ອມຕໍ່ພາຍໃນ ແລະ ຕ່າງປະເທດຢ່າງຕັ້ງໜ້າ,ເພື່ອຂະຫຍາຍ ຊ່ອງຫວ່າງໃໝ່ໃຫ້ແກ່ການຄ້າແລະການລົງທຶນລະຫວ່າງຈີນແລະລາວ.

5

ເຂດພັດທະນາເສດຖະກິດກວມລວມໄຊເສດຖາຂອງລາວແມ່ນໂຄງການຮ່ວມມືລະດັບຊາດທີ່ລັດຖະບານຈີນແລະລາວຕົກລົງຮ່ວມກັນ ແລະ ເປັນເຂດຮ່ວມມືເສດຖະກິດການຄ້າຕ່າງປະເທດລະດັບຊາດແຫ່ງດຽວຂອງຈີນຢູ່ລາວ. ເພື່ອຊຸກຍູ້ການພັດທະນາແບບເຊື່ອມໂຍງດ້ານເສດຖະກິດ-ສັງຄົມ ຕາມເສັ້ນທາງລົດໄຟລາວ-ຈີນໃຫ້ດີຂຶ້ນ,ເຂດການຄ້າເສລີນະຄອນຄຸນໝິງໃຫ້ຄວາມໄດ້ປຽບດ້ານທີ່ຕັ້ງຢ່າງເຕັມສ່ວນ ແລະ ສະໜັບສະໜູນລັດວິສາຫະກິດຢູ່ເຂດດັ່ງກ່າວຢ່າງຕັ້ງໜ້າ - ບໍລິສັດລົງທຶນຕ່າງປະເທດແຂວງຢຸນນານຈຳກັດໄດ້ລົງທຶນ ແລະ ກໍ່ສ້າງເຂດພັດທະນາໄຊເສດຖາ ແລະ ຄັດລອກຜົນສຳເລັດການປະຕິຮູບ ແລະ ນະວັດຕະກຳຂອງເຂດການຄ້າເສລີ ໄປປະຕິບັດຢູ່ເຂດພັດທະນາເສດຖະກິດກວມລວມໄຊເສດຖາ.

ທ່ານ ສົງຈູນ, ຜູ້ຊ່ວຍຜູ້ຈັດການໃຫຍ່ ບໍລິສັດລົງທຶນຕ່າງປະເທດຢູນນານຈຳກັດ, ທັງເປັນ ຜູ້ຈັດການໃຫຍ່ ເຂດພັດທະນາເສດຖະກິດກວມລວມໄຊເສດຖາ ກ່າວວ່າ,ນັບແຕ່ສ້າງຕັ້ງເຂດເປັນຕົ້ນມາ,ເຂດພັດທະນາເສດຖະກິດກວມລວມໄຊເສດຖາບໍ່ພຽງແຕ່ໄດ້ສ້າງວຽກເຮັດງານທຳໃຫ້ປະເທດລາວໄດ້ຫຼາຍກວ່າ 10.000 ຕຳແໜ່ງງານເທົ່ານັ້ນ,ແຕ່ຍັງໄດ້ຊ່ວຍປະເທດລາວເຕີມເຕັມຊ່ອງຫວ່າງໃນຂົງເຂດການຜະລິດຫຼາຍຢ່າງ, ເຊັ່ນ: ລະບົບແສງສະຫວ່າງ,ອຸປະກອນການສື່ສານ, ການກັ່ນຕອງນ້ຳມັນດິບ ແລະອື່ນໆ. ມາຮອດທ້າຍເດືອນມັງກອນປີ 2023, ມີວິສາຫະກິດ 120 ແຫ່ງ ຈາກ 7 ປະເທດ ແລະ ເຂດແຄວ້ນລວມທັງ ປະເທດຈີນ, ລາວ, ໄທ, ຍີ່ປຸ່ນແລະ ອື່ນໆ ໄດ້ເຂົ້າມາຕັ້ງຖິ່ນຖານຢູ່ເຂດພັດທະນາໄຊເສດຖາ, ໃນນັ້ນມີວິສາຫະກິດ 60 ແຫ່ງໄດ້ສ້າງສຳເລັດແລະເລີ່ມດຳເນີນທຸລະກິດ,ແລະ ຍັງມີ 60 ແຫ່ງພວມຢູ່ໃນໄລຍະຕົ້ນຂອງການກະກຽມ ແລະ ການພັດທະນາ, ຄາດຄະເນວ່າ ມູນຄ່າການຜະລິດທັງໝົດປະຈໍາປີຈະບັນລຸໄດ້ຫຼາຍກວ່າ 1,8 ຕື້ໂດລາສະຫະລັດ ພາຍຫຼັງສຳເລັດການລົງທຶນແລ້ວ.

ທ່ານ ສົງຈູນ ກ່າວວ່າ: ຮູບແບບການພັດທະນາຮ່ວມຂອງ 'ເຂດການຄ້າເສລີພາກພື້ນ + ເຂດການຮ່ວມມືກັບຕ່າງປະເທດ'ໄດ້ປະກອບສ່ວນຢ່າງເຕັມສ່ວນໃຫ້ແກ່ຄວາມໄດ້ປຽບດ້ານສະຖາບັນຂອງເຂດການຄ້າເສລີພາກພື້ນນະຄອນຄຸນໝິງ ທີ່ເປັນປ່ອງຢ້ຽມແຖວໜ້າຂອງການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ ແລະ ຖານການຜະລິດຂອງນະວັດຕະກໍາສະຖາບັນ.ມີຜົນດີຕໍ່ປະເທດຈີນ ແລະ ປະເທດລາວໃນການເຊື່ອມໂຍງເຂົ້າກັບລະບຽບການປະຕິບັດຂອງສາກົນ ແລະ ການສ້າງສະພາບແວດລ້ອມການດຳເນີນທຸລະກິດສາກົນ. ໃນຕໍ່ໜ້າ,ຫວັງວ່າເຂດການຄ້າເສລີພາກພື້ນຄຸນໝິງ ແລະ ເຂດພັດທະນາເສດຖະກິດກວມລວມໄຊເສດຖາ ຈະສືບຕໍ່ເພີ່ມທະວີການຮ່ວມມືດຶງດູດການລົງທຶນ, ຊຸກຍູ້ການສ້າງຕັ້ງວິສາຫະກິດຕົ້ນນ້ຳ ແລະ ລຸ່ມແມ່ນ້ຳຂອງໃນລະບົບຕ່ອງໂສ້ອຸດສາຫະກຳ 2 ແຫ່ງ, ເຊື່ອມໂຍງເຂົ້າກັບພາຍໃນ ແລະ ຕ່າງປະເທດຕື່ມອີກ. ສ້າງຜົນກໍາໄລການຜະລິດ ດ້ວຍການເປີດນໍາໃຊ້ທາງລົດໄຟ ລາວ-ຈີນ ຢ່າງເຕັມສ່ວນ ກໍື ຜົນທີ່ໄດ້ມາຈາກການປະຕິບັດການຮ່ວມມື RCEP.

6

ນັບແຕ່ຂໍ້ລິເລີ່ມຮ່ວມກັນສ້າງ"ໜຶ່ງແລວໜຶ່ງເສັ້ນທາງ" ທີ່ສະເໜີອອກໃນປີ 2013, ໄດ້ກາຍເປັນຜະລິດຕະພັນສາທາລະນະທີ່ຮັບຄວາມນິຍົມ ແລະ ການເປັນເວທີການຮ່ວມມືສາກົນ. ທ່າມກາງສະພາບແວດລ້ອມ ທີ່ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ”ໄດ້ສ້າງແຜນຜັງການພັດທະນາອັນສວຍງາມ ແລະ ຈະເລີນຮຸ່ງເຮືອງຂອງໂລກ,,ເຂດການຄ້າເສລີພາກພື້ນນະຄອນຄຸນໝິງ,ເຂດການຄ້າເສລີພາກພື້ນນະຄອນຄຸນໝິງ,ເຂດພັດທະນາເສດຖະກິດນະຄອນຄຸນໝິງ,ເຂດປອດພາສີຮອບດ້ານນະຄອນຄຸນໝິງ  ແລະ ເຂດຮ່ວມມືເສດຖະກິດບໍ່ຫານ-ບໍ່ເຕັນ ກໍ່ໄດ້ສ້າງທ່າແຮງດ້ານນະໂຍບາຍທາງ"ສີ່ເຂດ"ຄັ້ງທຳອິດ,ສົ່ງເສີມທ່າແຮງດ້ານນະໂຍບາຍທາງ"ສີ່ເຂດ"ໃນດ້ານນະໂຍບາຍ,ທີ່ຕັ້ງ, ອຸດສາຫະກໍາແລະອື່ນໆ.ໃນບົນພື້ນຖານການເຊື່ອມຕໍ່ພື້ນຖານໂຄງລ່າງ,ການຊຸກຍູ້ການເສລີດ້ານການຄ້າແລະການລົງທຶນລາວ-ຈີນ,ການແບ່ງປັນຊັບພະຍາກອນການສຶກສາ,ການປະດິດສ້າງລະບົບແລະການສົ່ງເສີມແລະອື່ນໆຈະຊ່ວຍໃຫ້"ໜຶ່ງແລວ ໜຶ່ງເສັ້ນທາງ"ໄດ້ຮັບການພັດທະນາຢ່າງວ່ອງໄວ ແລະ ເປັນກຳລັງຂັບເຄື່ອນອັນແຂງແຮງ ທີ່ເຮັດໃຫ້ການເປັນຄູ່ຮ່ວມຊາຕາກຳ ລາວ-ຈີນ ຍິ່ງມີຄວາມຮັດແໜ້ນຍິ່ງຂຶ້ນ.

ທ່ານ ໄຊຊະນະ ສີດທິພອນ, ຮອງປະທານຄະນະກຳມະການຮ່ວມມືລາວ-ຈີນຊີ້ອອກວ່າ,ປະເທດລາວ ແລະ ຈີນໄດ້ຮ່ວມດື່ມນ້ຳໃນແມ່ນ້ຳສາຍດຽວກັນ, ມີໂຊກຊະຕາກຳຕິດພັນກັນຢ່າງໃກ້ຊິດ,ຫວັງວ່າລາວແລະຈີນຈະເພີ່ມທະວີການແລກປ່ຽນແລະການຮ່ວມມືຕື່ມອີກ,ບົນພື້ນຖານຈິດໃຈ ໃນການເປັນປະເທດບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ, ແລະຄູ່ຮ່ວມມືທີ່ດີ ເພື່ອເລັ່ງລັດສ້າງ "ໜຶ່ງແລວ ໜຶ່ງເສັ້ນທາງ" ແລະ ຮ່ວມມືກັນສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ທີ່ບໍ່ສາມາດທັບມ້າງໄດ້.

2023年,在世界百年未有之大变局加速演进的背景下,共建“一带一路”倡议迎来十周年。

老挝与中国是山水相连的好邻居,自2019年签署关于构建中老命运共同体行动计划以来,和衷共济、携手推动中老命运共同体建设落地生花。作为高质量共建“一带一路”的标志性工程,中老铁路的开通不仅打通了中国通往东南亚地区的黄金大通道,也使老挝“陆锁国变陆联国”的梦想变为现实。

1

随着基础设施“硬联通”在全球范围内搭建起互联互通的大动脉,规则制度的“软联通”则源源不断为“一带一路”输送氧气,推动“一带一路”走深走实。

为服务和融入国家自由贸易区战略与共建“一带一路”倡议,昆明市托管西双版纳州磨憨镇共建国际口岸城市,昆明成为全国唯一一座拥有“边境线”的省会城市。在此机遇下,自贸试验区昆明片区、昆明经开区、昆明综合保税区与中国老挝磨憨—磨丁经济合作区联动发展,成为全国唯一拥有自贸、经开、综合保税、跨境合作“四区”叠加优势的开放型特色园区,通过“四区联动”发展推动RCEP落地生效、加强人才交流合作、助力老挝境外合作园区建设,不断强化中老双边合作“软联通”,为翻开“一带一路”新篇章和构建中老命运共同体提供先行先试的榜样。

2

与RCEP执手共舞 促进贸易自由化便利化

2022年1月1日,《区域全面经济伙伴关系协定》(RCEP)正式生效,标志着全球人口最多、经贸规模最大、最具发展潜力的自贸区启航。

RCEP涵盖贸易投资自由化和便利化的方方面面,其关键内容是减免关税。作为我国通向老挝唯一的国家级口岸和通往东南亚出海最便捷的陆路通道,磨憨口岸亲眼见证着RCEP生效给中老跨国贸易带来的福利。

RCEP生效首年,关税为零的产品达2034种,经磨憨口岸出口的货物关税减让超4亿元。截至2022年底,昆明海关所属勐腊海关自助打印原产地证书9494份,货值21.5亿元;签发RCEP优惠原产地证1845份,货值3.9亿元。

老挝云南商会会长郑宏一直关注云南企业在中老经贸合作中的发展。他指出,RCEP能够有效降低关税,云南在老挝企业占据得天独厚的地缘优势,应当抓住RCEP生效机遇,拓宽区域内贸易合作,建立起更加完备的产业链分工体系,从而优化资源配置,降低生产成本,提高产品竞争力。

自昆明托管磨憨以来,资源持续向磨憨集中,政策不断向磨憨倾斜。进出口货物贸易总量566.69万吨,同比增长58.2%;外贸进出口总额433.38亿元人民币,同比增长98.99%……曾经的边陲小镇磨憨一跃成为投资兴业的热土,交出一份又一份亮眼的“成绩单”。有理由期待,随着“四区”对RCEP运用能力的提升,RCEP将以更强的活力和生命力为区域经济赋能,磨憨也将成为中老铁路上的重要开放门户。

3

与老挝携手迈进 推动教育资源交流共享

作为老挝第一条现代化铁路,中老铁路的开通运营,标志着老挝迈入铁路运输时代,但老挝却面临缺乏铁路专业人才培养体系的难题。为使中老铁路成为推动老挝经济社会发展的持续动力,中老铁路配套项目“援老挝铁道职业技术学院”应运而生。

目前,老挝教育部选派的40名学员正在位于自贸试验区昆明片区的昆明铁道职业技术学院学习。2年后,他们将返回老挝,成为老挝铁道职业技术学院首批铁路师资力量。随后,昆明铁道职业技术学院再用5年时间分批安排教学团队到老挝,指导帮助老挝铁道职业技术学院形成完备的铁道类专业教学运行机制。

任职于云南省商务厅协调指导处的老挝专家黄维力在驻老挝大使馆工作时亲自经办了中国援老挝铁道职业技术学院项目。“该项目充分发挥自贸试验区昆明片区内昆明铁道职业技术学院的专业优势,是‘四区’主动服务国家发展战略和云南建设中国面向南亚东南亚辐射中心的具体体现。”黄维力表示,此次对40名老挝学员的培养,将帮助老挝培养一批具有国际视野的、掌握铁路全专业技术技能的、懂教学会管理的教学团队,以充分满足老挝铁道职业技术学院的师资需求。

“昆明是中国面向南亚东南亚开放的门户城市,拥有独特的区位优势,而昆明铁道职业技术学院具有深远的铁道类专业办学历史,此次老挝学员到这里学习无疑是最好的选择。”老中合作委员会常务副主席兼老挝留学云南归国同学会荣誉会长赛萨纳·西提蓬对“援老挝铁道职业技术学院”项目称赞有加,他相信,这批学员回到老挝以后,将有能力承担起为老挝培养铁道人才的重任。

随着“四区联动”的优势叠加效应不断放大,“援老挝铁道职业技术学院”项目的持续推进将进一步填补老挝铁道职业教育的空白,使中国对老挝的“硬件”援助与“软件”扶持相结合,进一步深化中老双方在相关领域的交流合作,为中老友谊添砖加瓦。

4

与境外合作区联动发展 推进高水平对外开放

作为云南对外开放的“窗口”,自贸试验区昆明片区始终立足“沿边”开放的定位,在“四区联动”的基础上坚持先行先试,积极探索“自贸试验区+境外合作区”内外联动发展新模式,为中老两国的贸易投资拓展新空间。

5

老挝万象赛色塔综合开发区是中老两国政府共同确定的国家级合作项目和中国在老挝唯一的国家级境外经贸合作区。为更好促进中老铁路沿线经济社会一体化融合发展,昆明片区充分发挥区位优势,积极支持区内国有企业——云南省海外投资有限公司对赛色塔开发区进行投建,并在开发区复制落地自贸试验区改革创新成果。

云南省海外投资有限公司总经理助理和老中联合投资有限公司总经理熊军表示,赛色塔开发区自成立以来,不仅为老挝创造了1万余个就业岗位,还帮助老挝填补了光学仪器、通讯器材、石油炼化等多个制造业领域的空白。截至2023年1月底,赛色塔开发区已有来自中国、老挝、泰国、日本等7个国家和地区的120家企业入驻,其中已建成投产企业60家,另有60家企业处于前期筹备和建设中,全部投产后预计每年总产值将超过18亿美元。

熊军说道:“‘自贸试验区+境外合作区’的联动发展模式充分发挥自贸试验区昆明片区作为改革开放前沿窗口和制度创新高地所具有的灵活体制优势,有利于中老双方对接国际通行规则,共同打造国际化营商环境。未来希望昆明片区和赛色塔开发区能不断加强招商引资合作,促进产业链上下游企业在两个园区落地,进一步形成境内外联动互补的产业格局,充分释放中老铁路开通及RCEP生效带来的产业红利。”

6

十年磨一剑,出鞘必锋芒。共建“一带一路”倡议自2013年提出以来,已成为深受欢迎的国际公共产品和国际合作平台。在“一带一路”为世界描绘美丽繁荣的发展蓝图之时,自贸试验区昆明片区、昆明经开区、昆明综合保税区与中国老挝磨憨—磨丁经济合作区首创“四区”叠加政策发展模式,充分发挥“四区”在政策、区位、产业等方面的优势,在基础设施“硬联通”的基础上,推动中老双方贸易投资自由、教育资源共享、制度创新推广等“软联通”,助力“一带一路”跑出加速度,为构建更为紧密的中老命运共同体提供了强劲动能。

老中合作委员会常务副主席赛萨纳·西提蓬指出,老挝和中国同饮一江水,命运紧相连,希望中老双方进一步加强交流合作,在好邻居、好朋友、好同志、好伙伴精神的基础上加快“一带一路”中老经济走廊建设,携手打造牢不可破的中老命运共同体。

[ບັນນາທິການ:ຄຳປະເສີດ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2023

04/10

10:29

ແບ່ງປັນ

ແປ
翻译